ໝາກເລັ່ນສູ້ຫວັດແດດ

1396965373

ເຖິງ​ຝົນ​ບໍ່​ຕົກ​ກໍ​ເປັນ​ຫວັດ​ແດດ​ໄດ້ຖ້າ​ຮ່າງກາຍ​ບໍ່​ແຂງ​ແຮງຍິ່ງ​ໄລຍະ​ນີ້​ຕ້ອງເປັນຫວັດ “ໝາກ​ເລັ່ນ”ຊ່ວຍ​ໄດ້

ເພາະ​ວິ​ຕາ​ມິນ​ຊີ​ນັ້ນ​ບໍ່​ໄດ້​ມີ​ພຽງແຕ່ໃນ​ຫມາກໄມ້​ສົ້ມ​ໆໝາກເລັ່ນ​ທີ່​ສາວໆນິຍົມ​ໃຊ້​ຊ່ວຍ​ເລື່ອງ​ຄວາມ​ງາມທັງ​ກິນ​ທັງ​ຊອຍແປະ​ໜ້າສ້າງ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ແກ່​ຜິວ​ພັນກໍ​ຊ່ວຍ​ໄດ້ຈະ​ກິນ​ເປັນ​ໜ່ວຍ​ກໍ​ໄດ້ຫລື​ຈະໃຫ້​ງ່າຍບີບເປັນ​ນ້ຳ​ດື່ມ​ຍິ່ງ​ດີແຕ່​ຖ້າ​ເບື່ອ​ຈະ​ປ່ຽນ​ເປັນ​ນ້ຳ​ໝາກສີດາ,ນ້ຳ​ກີ​ວີຊ່ວຍ​ໄດ້​ທັງ​ໝົດ
ຢ່າງໃດ​ກໍ​ຕາມສຳລັບ​ຄົົນທີ່​ເສຍ​ທ່າ​ເປັນ​ຫວັດ​ແດດ​ໄປ​ແລ້ວບໍ່ເປັນຫຍັງວິທີ​ປິ່ນປົວໃຫ້​ພັກ​ຜ່ອນ​ຫລາຍ​ໆດື່ມ​ນ້ຳ​ມື້​ລະ6-8ແກ້ວເພື່ອ​ຫລຸດ​ການ​ສູນ​ເສຍ​ເຫື່ອ​ໃນ​ລະດູ​ຮ້ອນທາງ​ທີ່​ດີ​ຄວນ​ຫລີກ​ລ້ຽງ​ການ​ອອກ​ແດດ​ສັກ​ໄລຍະໂດຍ​ສະເພາະ​ແດດ​ຕອນ10.00-15.00