ໝົດບັນຫາຂີ້ເຫຍື້ອອິເລັກເທີນິກ: ອຸປະກອນຈະທຳລາຍຕົວເອງໄດ້ເມື່ອໄດ້ຮັບຄວາມຮ້ອນ

img

ຄຳ​ຖາມ​ທີ່​ວ່າ​ເມື່ອ​ອຸປະກອນ​ອິ​ເລັກເທີ​ນິກ​ໝົດ​ປະໂຫຍດ​ແລ້ວ ​ມັນ​ຈະ​ໄປ​ໃສ​ຕໍ່? ເຊີ່ງ​ໃນ​ປະຈຸບັນ​ນີ້​ອຸປະກອນ​ສ່ວນ​ໃຫຍ່​ມັກ​ຈະ​ຖືກ​ຖິ້ມ​ລົງ​​ດິນ ຈະ​ເປັນ​ຢ່າງໃດ​ຖ້າ​​ມັນ​ສາມາດ​ຫຍໍ້​ສະຫ​ລາຍ​ໄດ້​ຫລື​ແຕ​ກສະຫ​ລາຍ​ໄດ້​ເປັນ​ຊິ້ນ​ນ້ອຍໆ​ລະ​ດັບ​ໂມ​ເລ​ກຸນ ເຊີ່ງ​ຈະ​ເຮັດໃຫ້​ວັດ​ດຸ​ເຫລົ່າ​ນັ້ນ​ສາມາດ​ຖືກ​ລີ​ໄຊ​ເຄີນ​ໄດ້

ນັກ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ University of Illinois ໄດ້​ພັດທະນາ​ອຸປະກອນ​ອິ​ເລັກເທີ​ນິກ​​ທີ່​ສາມາດ​ທຳລາຍ​ຕົວ​ເອງ​ໄດ້​ເມື່ອ​ໄດ້ຮັບ​ຄວາມ​ຮ້ອນ ນັບ​ເປັນ​ອີກ​ກ້າວ​ໜຶ່ງ​ທີ່​ສຳຄັນ​ທີ່​ສາມາດຫ​ລຸດຜ່ອນ​ຂີ້ເຫຍື້ອອິ​ເລັກເທີ​ນິກ​​ໄດ້ ແລະ​ຍັງ​ສົ່ງ​ເສີມ​ຄວາມ​ຍັ່ງ​ຍືນ​ໃນ​ອຸດສາຫະກຳ​ການ​ຜະລິດ​ອຸປະກອນ​ອິ​ເລັກເທີ​ນິກ​​ອີກ​ດ້ວຍ​ນອກ​ຈາກ​ນີ້​ພວກ​​ຍັງ​ໄດ້​ພັດທະນາ​ອຸປະກອນ​ທີ່​ສາມາດ​ຖືກ​ຄວບ​ຄຸມ​ຄື້ນ​ວິທະ​ຍຸ​ທີ່​ຈະ​ໄປ​ກະຕຸ້ນ​ການ​ທຳລາຍ​ຕົວ​ເອງ​ໄດ້​ຈາກ​ໄລ​ຍະ​ໄກ​ໄດ້​ຕາມ​ຄວາມ​ຕ້ອງ​ການ

ຄະນະ​ວິ​ໄຈ​ນຳ​ໂດຍ​ສາດ​ສະດາ​ຈານ​ທາງ​ດ້ານ​ວິ​ສະວະກຳ​ການ​ບິນ​ແລະ​ອາ​ວະ​ກາດ Scott R. White ເຊີ່ງ​ໄດ້​ຕີ​ພິມ​ຜົນ​ງານ​ຂອງ​ພວກເຂົາ​ລົງ​ໃນ​ວາລະ​ສານ Advanced Materials

http://www.vcharkarn.com/media/images/

ຮູບ​ພາບ: ອຸປະກອນ​ໄດ້​ຖືກ​ຄວບ​ຄຸມ​ຈາກ​ໄລ​ຍະ​ໄກ​ໃຫ້​ທຳລາຍ​ຕົວ​ເອງ ໂດຍ​ການ​ເປີດ​ສັນ​ຍານ​ຄື້ນ​ຄວາມ​ຖີ່​ວິທະ​ຍຸ ເຊີ່ງ​ຈະ​ສົ່ງ​ສັນ​ຍານ​ເຖິງ​ສ່ວນ​ທີ່​ໃຫ້​ຄວາມ​ຮ້ອນ​ທີ່​ຕິດ​ຢູ່​ພາຍ​ໃນ​ອຸປະກອນ ເຮັດໃຫ້​ແຜ​ງວົງ​ຈອນ​ໄຟ​ຟ້າ​ທັງ​ໝົດ​ຖືກ​ທຳລາຍ​ຢ່າງ​ສົມບູນ

ທີ່​ມາ​ຂອງ​ຮູບ Scott White ຈາກ​ມະຫາ​ວິທະຍາ​ໄລ University of Illinois

ດຮ. White ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ສ້າງ​ອຸປະກອນ​ອິ​ເລັກເທີ​ນິກ​​ທີ່​ສາມາດ​ຄົງ​ທົນ​ຢູ່​ໄດ້​ໃນ​ຂະນະ​ທີ່​ເຮົາ​ກຳ​ລັງ​ໃຊ້​ງານ​ແລະ​ສາມາດ​ແຕ​ກສະຫລາຍ​ໄປ​ໄດ້​ເມື່ອ​ເຈົ້າ​ບໍ່​ຕ້ອງ​ການ​ໃຊ້​ອຸປະກອນ​ເຫລົ່າ​ນັ້ນ​ອີກ​ແລ້ວ ສິ່ງ​ນີ້​ຖື​ວ່າ​ເປັນ​ຫົນ​ທາງ​ໜຶ່ງ​ໃນ​ການສ້າງ​ຄວາມ​ຍັ່ງ​ຍືນ​ໃຫ້​ກັບ​ວັດ​ດຸ​ທີ່​ໃຊ້​ໃນ​ອຸປະກອນອິ​ເລັກເທີ​ນິກ​ໃນ​ຍຸກ​ສະໄໝ​ນີ້ ເທື່ອ​ນີ້​ຖື​ວ່າ​ເປັນ​ຄວາມ​ພະຍາຍາມ​ເທື່ອ​ທຳອິດທີ່​ໃຊ້​ຕົວ​ກະຕຸ້ນ​ຈາກ​ສິ່ງ​ແວດ​ລ້ອມ​ມາ​ກໍ່​ໃຫ້​ເກີດ​ການ​ແຕ​ກສະຫ​ລາຍ​ຂອງ​ອຸປະກອນ”

ຄະນະ​ຂອງ White ໄດ້​ຮ່ວມ​ງານ​ກັບ John A. Rogers ປະ​ທານ Swanlund chair ສາ​ຂາ​ວັດສະ​ດຸ​ສາດ​ແລະ​ວິ​ສະວະກຳ ຜູ້​ອຳ​ນວຍ​ການ​ຂອງ​ຫນ່ວຍ​ວິ​ໄຈ Frederick Seitz Materials Laboratory ທີ່ Illinois ຄະນະ​ວິ​ໄຈ​ຂອງ Roger ໄດ້​ລິ​ເລີ່ມ​ສ້າງ​ອຸປະກອນ​ທີ່​ໃຊ້​ຊົ່ວ​ຄາວ​ຂຶ້ນ ໂດຍ​ສາມາດ​ລະ​ລາຍ​ໃນ​ນ້ຳ​ໄດ້​ເພື່ອ​ນຳ​ໄປ​ໃຊ້​ປະໂຫຍດ​ທາງ​ດ້ານ​ການ​ປູກ​ຖ່າຍ​ທາງ​ຊີວະ​ການ​ແພດ​ໂດຍ​ທັງ​ສອງ​ກຸ່ມ​ວິ​ໄຈ​ໄດ້​ຮ່ວມ​ມື​ກັນ​ຈັດການ​ກັບ​ບັນຫາ​ຂີ້ເຫຍື້ອ​ອິ​ເລັກເທີ​ນິກ​​ເຫລົ່າ​ນີ້ ເຊີ່ງ​ລວມ​ໄປ​ເຖິງ​ການ​ໃຊ້​ແສງ​ອຸນ​ຕ້າ​ໄວ​ໂອ​ເລດ ຄວາມ​ຮ້ອນ​ແລະ​ການ​ໃຊ້​ແຮງ​ເຊີງ​ກົນ​ໃນ​ການ​ກຳຈັດ ຈຸດ​ມຸ່ງ​ໝາຍ​ຄື​ການ​ຫາ​ທາງ​ແຍກ​ຍ່ອຍ​ຊິ້ນ​ສ່ວນ​ອຸປະກອນ​ທີ່​ມີ​ຕົ້ນ​ທຸນ​ການ​ລີ​ໄຊ​ເຄີນ​ທີ່​ບໍ່​ສູງ​ໃຫ້​ກັບ​ຜູ້​ປະກອບ​ການ​ສຳລັບ​ອຸປະກອນ​ທີ່​ເກົ່າ​ຫລື​ເສຍຫາຍ​ແລ້ວ ຫລື​ການເຮັດໃຫ້​ອຸປະກອນ​ເຫລົ່າ​ນີ້​ແຕ​ກສະຫ​ລາຍ​ໄດ້​ເມື່ອ​ຖືກ​ຝັງ​ລົງ​ດິນ

ສ່ວນ​ທີ່​ໃຫ້​ຄວາມ​ຮ້ອນ​ນັ້ນ​ຄື​ແຜ​ງວງ​ຈອນ​ທີ່​ເຮັດ​ມາ​ຈາກ​ແມກ​ນີ​ຊຽມ​ເຊີ່ງ​ເຄືອບ​ຢູ່​ບາງໆ ເຊີ່ງ​ເປັນ​ວັດສະ​ດຸ​ທີ່​ມີ​ຄວາມ​ຍືດ​ຫຍຸ່ນ​ສູງ ໂດຍ​ນັກ​ວິ​ໄຈ​ໄດ້​ເຕີມ​ກົດ​ອ່ອນ​ຫຍົດ​ນ້ອຍໆ​ລະ​ດັບ​ໄມ​ຄອນ​ລົງ​ໃນ​ຂີ້​ເຜີ້ງ​ແລະ​ນຳ​ຂີ້​ເຜີ້ງ​ເຫລົ່າ​ນັ້ນ​ມາ​ເຄືອບ​ລົງ​ເທິງ​ອຸປະກອນ ເມື່ອ​ອຸປະກອນ​ເຫລົ່າ​ນັ້ນ​ໄດ້ຮັບ​ຄວາມ​ຮ້ອນ ຂີ້​ເຜີ້ງ​ກໍ​ຈະ​ລະ​ລາຍ​ແລະ​ປ່ອຍ​ກົດ​ອອກ​ມາ​ລະ​ລາຍ​ອຸປະກອນ​ຢ່າງ​ວ່ອງໄວ

ສຳລັບ​ການ​ສົ່ງ​ສັນຍາ​ນໄລ​ຍະ​ໄກ ນັກ​ວິ​ໄຈ​ໄດ້​ຝັງ​ຕົວ​ຮັບ​ສັນ​ຍານ​ຄື້ນ​ຄວາມ​ຖີ່​ວິທະ​ຍຸ​ແລະ​ຕິດ​ຕັ້ງ​​ລວດ​ທີ່​ຈະໃຫ້​ຄວາມ​ຮ້ອນ​ແກ່​ອຸປະກອນ ຜູ້​ໃຊ້​ສາມາດ​ສົ່ງ​ສັນ​ຍານ​ວິທະ​ຍຸ​ເຊີ່ງ​ຈະ​ເຮັດໃຫ້​​ລວດ​ຮ້ອນ​ຂຶ້ນ ເຊີ່ງ​ເຮັດໃຫ້​ຂີ້​ເຜີ້ງ​ລະ​ລາຍ​ແລະ​ປ່ອຍ​ກົດ​ອອກ​ມາ​ລະ​ລາຍ​ອຸປະກອນ​ໄດ້​ໃນ​ທີ່ສຸດ

Rogers ກ່າວ​ວ່າ “ງານ​ວິ​ໄຈ​ນີ້​ສະແດງ​ໃຫ້​ເຫັນ​ເຖິງ​ການ​ນຳ​ເອົາ​ຄວາມ​ຮູ້​ທາງ​ເຄ​ມີ​ມາ​ໃຊ້​ໃຫ້​ເກີດ​ປະໂຫຍດ​ແລະ​ຂະຫຍາຍ​ກົນ​ໄກ​ການເຮັດວຽກ​ທີ່​ທຳລາຍ​ວັດ​ສະດຸ​ທີ່​ບໍ່​ຍັ່ງ​ຍືນ​ແລະ​ຊ່ວຍ​ເພີ່ມ​ສັກ​ກາຍະ​ພາບ​ໃຫ້​ກັບ​ອຸປະກອນ​ໃນ​ການ​ນຳ​ໄປ​ໃຊ້​ງານ​ໃນ​ສາ​ຂາ​ຕ່າງໆ ໄດ້​ກວ້າງ​ຫລາຍ​ຂຶ້ນ

ຄະນະ​ວິ​ໄຈ​ສາມາດ​ຄວບ​ຄຸມ​ຄວາມ​ໄວ​ໃນ​ການ​ແຕ​ກສະຫ​ລາຍ​​ຂອງ​ອຸປະກອນ​ໄດ້ ໂດຍ​ຄວບ​ຄຸມ​ຄວາມ​ໜາ​ຂອງ​ຊັ້ນ​ຂີ້​ເຜີ້ງ ຄວາມ​ເຂ້ມ​ຂົ້ນ​ຂອງ​ກົດ​ແລະ​ອຸນຫະພູມ ພວກ​ເຂົາ​ສາມາດ​ເຮັດໃຫ້​ອຸປະກອນ​ລະ​ລາຍ​ໄດ້​ພາຍ​ໃນ 20 ວິ​ນາ​ທີ​ເຖິງ 2-3 ນາ​ພາຍຫລັງ​ຈາກ​ການ​ໃຫ້​ຄວາມ​ຮ້ອນ

ອຸປະກອນ​ຍັງ​ສາມາດ​ແຕ​ກສະຫ​ລາຍ​ໄດ້​ດ້ວຍ​ອັດຕາ​ໄວ​ຕາມ​ຕ້ອງ​ການ ໂດຍ​ໃຊ້​ສ່ວນ​ປະສົມ​ທີ່​ມີ​ອຸນຫະພູມ​ຫລອມ​ແຫລວ​ທີ່​ແຕກ​ຕ່າງ​ກັນ​ໃສ່​ລົງ​ໃນ​ຂີ້​ເຜີ້ງ ສິ່ງ​ນີ້​ມັນ​ເຮັດໃຫ້​ການ​ຄວບ​ຄຸມ​ການ​ແຕ​ກສະຫ​ລາຍ​ເປັນ​ໄປ​ຢ່າງ​ແມ່ນ​ຍຳ​ຫລາຍ​ຍິ່ງ​ຂຶ້ນ ແລະ​ໄດ້​ສ້າງ​ໂອ​ກາດ​ໃຫ້​ກັບ​ອຸປະກອນ​ທີ່​ລ້ຳ​ສະໄໝ​ທີ່​ຕອບສະຫນອງ​ແລະ​ຊ່ວຍ​ຫລຸດ​ບັນຫາ​ສິ່ງ​ແວດ​ລ້ອມ​ອີກ​ດ້ວຍ