ໝົດເວລາ! ລັດຖະບານເກຣັກ ບໍ່ສາມາດຊຳລະໜີ້ IMF ຫລັງ EU ປະຕິເສດຂໍ້ສະເໜີການຊ່ວຍເຫລືອ!

EyWwB5WU57MYnKOuXxtvKKd7lFfPcJrkluSRxv3hhYXQM3MD1AeRWI

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ກໍລະກົດນີ້ວ່າ ບັນດາລັດຖະມົນຕີກະຊວງການເງິນຂອງປະເທດສະມາຊິກ ສະຫະພາບເອີຣົບ ໄດ້ພາກັນປະຕິເສດຂໍ້ສະເໜີຂອງລັດຖະບານເກຣັກ ທີ່ຕ້ອງການຂະຫຍາຍເວລາຂໍ້ຕົກລົງການຊ່ວຍເຫລືອທາງການເງິນອອກໄປ ເຮັດໃຫ້ເກຣັກບໍ່ສາມາດຈ່າຍໜີ້ ຈຳນວນ 1.6 ຕື້ເອີໂຣ ໃຫ້ແກ່ IMF ທັນຕາມກຳນົດເວລາ 1:00 ໂມງ ຂອງມື້ນີ້ (1 ກໍລະກົດ) ຕາມເວລາໃນປະເທດເກຣັກ ອັນໄດ້ເຮັດໃຫ້ເກຣັກກາຍເປັນປະເທດທີ່ພັດທະນາແລ້ວ ປະເທດທຳອິດຂອງໂລກ ທີ່ຜິດຊຳລະໜີ້ໃຫ້ແກ່ IMF.

ວິກິດການດ້ານການເງິນຂອງເກຣັກຍັງບໍ່ໝົດພຽງເທົ່ານີ້ ເພາະວ່າໃນວັນທີ 20 ກໍລະກົດທີ່ຈະມາເຖິງ ລັດຖະບານເກຣັກ ຈະຕ້ອງຊື້ຄືນພັນທະບັດ ມູນຄ່າ 3.46 ຕື້ເອີໂຣ ທີ່ຖືຄອງໂດຍທະນາການກາງເອີລົບ (ECB) ແລະ ຖ້າຫາກເກຣັກບໍ່ສາມາດເຮັດໄດ້ ທະນາຄານກາງເອີຣົບ ກໍຈະຕັດການເຂົ້າເຖິງງົບເງິນກູ້ສຸກເສີນທັງໝົດຂອງເກຣັກທັນທີ.