11ຄວາມແຕກຕ່າງລະຫວ່າງໝູ່ແທ້ກັບໝູ່ປອມ

206643-attachment

ມິດຕະ​ພາບ​ຄື​ໜຶ່ງ​ໃນ​ປັດ​ໄຈ​ສຳຄັນ​ຂອງ​ຊີວິດແຕ່​ໝູ່​ແທ້​ກັບ​ໝູ່​ທຽມ​ກໍ​ແຍ​ກຍາກ​ລໍາບາກ​ຄືກັນ ໝູ່​ແທ້​ຄື​ຄົົນທີ່​ສາມາດ​ໄປ​ໃສ​ມາ​ໃສ​ກັບ​ເຮົາ​ໄດ້​ທຸກ​ບ່ອນ​ພວກເຂົາ​ຈະ​ເຂົ້າ​ຂ້າງ​ເຮົາ​ສະເໝີ​ບໍ່​ວ່າ​ສະຖານນະການ​ໃດ​ໆຂະນະ​ທີ່​ໝູ່ປອມ​ກໍ​ຈະ​ເຮັດ​ທຸກ​ວິທີ​ເພື່ອ​ສະໜັບສະໜູນ​ເຮົາ​ເຊັ່ນ​ກັນ​ແຕ່​ເປັນ​ໃນ​ແງ່​ຮ້າຍແລະ​ນີ້​ຄື​ສິ່ງ​ທີ່​ຈະ​ຊ່ວຍ​ເບິ່ງ​ວ່າ​ໝູ່​ຄົນ​ໃດ​ຄື​ໝູ່​ແທ້​ຂອງ​ເຮົາ​ກັນ​ແທ້

1.ເປັນ​ແຮງ​ສະໜັບສະໜູນ​ໃນ​ທຸກໆ​ເລື່ອງ

ໝູ່​ແທ້​ຈະໃຫ້​ກຳ​ລັງ​ໃຈ​ເຮົາສະເໝີບໍ່​ວ່າ​ເຮົາຈະ​ເຕັ້ນແປກປະຫລາດ​ຫລື​ປ່ຽນ​ວຽກ​ພວກເຂົາ​ຈະ​ຢູ່​ຄຽງ​ຂ້າງ​ເຮົາບໍ່​ຫ່າງ

2.ມັກ​ບຸກຄະລິກ​ກວນໆ​ຂອງ​ເຮົາ

ເຮົາ​ທຸກ​ຄົນ​ລ້ວນ​ມີ​ບາງເທື່ອ​ທີ່​ຕ້ອງ​ມີບຸກຄະລິກທີ່ກວນໆ​ແຕ່​ໝູ່​ແທ້​ກໍ​ມັກ​ຈະ​ຮັບ​ໄດ້​ສະເໝີ! ອັນ​ທີ່​ແທ້ແລ້ວ​​ພວກເຂົາ​ຈະ​ເຂົ້າ​ມາ​ເປັນ​ສ່ວນຫນຶ່ງ​ກັບ​ເຈົ້າ​ເລີຍ

3.ໃຫ້​ອະໄພເຮົາ

ບາງເທື່ອ​ເຮົາ​ອາດ​ສະແດງ​ອາ​ກັບ​ກິ​ລິ​ຍາ​ບໍ່ດີອອກໄປຖ້າ​ເປັນ​ໝູ່​ປອມ​​ພວກເຂົາ​ຈະຫ​ລຸດ​ລະ​ດັບ​ມິດຕະພາບ​ແຕ່​ເພື່ອນ​ແທ້​ຈະ​ຮູ້​ວ່າ​ບາງເທື່ອ​ເຈົ້າ​ກໍ​ບ້າ​ໆແບບ​ນີ້​ແຫລະ​ພວກເຂົາ​ຈະໃຫ້​ອະ​ໄພ​ເຮົາ​ເນື່ອງ​ຈາກ​ມິດຕະ​ພາບ​ມີ​ຄ່າ​ຫລາຍກວ່າ​ຄວາມ​ຜິດ​ພາດ​ພຽງ​ຊົ່ວ​ຄັ້ງ​ຊົ່ວ​ຄາວ​ຂອງ​ເຮົາ

4.ເຂົ້າ​ຂ້າງ​ເຮົາ​ສະເໝີ

ບໍ່​ສຳຄັນ​ວ່າ​ອີກ​ຝ່າຍ​ຈະ​ເປັນ​ໃຜຜິດ​ກັນ​ເລື່ອງ​ຫຍັງຫລື​ເຈົ້າ​ຈະ​ເປັນ​ຝ່າຍ​ຜິດ​ຫລື​ບໍ່ໝູ່​ແທ້​ຈະ​ຍືນ​ຢູ່​ຂ້າງ​ດຽວ​ກັບ​ເຈົ້າ​ແລະ​ມັກ​ຕໍ່ສູ້​ແທນ​ເຈົ້າ​ໂດຍ​ທີ່​ບໍ່​ຕ້ອງ​ຮ້ອງ​ຂໍ​ເລີຍເຫັນ​ຫລື​ບໍ່ນີ້​ຄື​ການ​ກະທຳ​ຂອງ​ໝູ່​ແທ້!

5.ປ່ອຍ​ໃຫ້​ເຮົາມີ​ຄວາມ​ຄິດ​ເປັນ​ຂອງ​ໂຕ​ເອງ

ເມື່ອ​ເຮົາ​ໃຫຍ່​ຂຶ້ນ​ການ​ເວລາ​ຈະ​ເຮັດໃຫ້​ເຮົາ​ສົນ​ໃຈ​ຫຍັງ​ໃໝ່​ໆ​ຢູ່​ສະເໝີແລະ​ບາງເທື່ອ​ກໍ​ເບິ່ງຄືວ່າ​ເຮົາ​ຈະ​ມັກ​ບາງ​ສິ່ງ​ບາງຢ່າງ​ທີ່​ແຕກ​ຕ່າງ​ຈາກ​ຄົນ​ອື່ນໝູ່ປອມ​ຈະ​ຮຽນ​ແບບເຈົ້າ​ແລະ​ບອກ​ໃຫ້​ເຈົ້າ​ເບິ່ງ​​ໜ້າ​ຂອງ​ຕົວ​ເອງ​ນຳ​ບອກ​ໃຫ້​ຫັດ​ຈຽມ​ໂຕສ່ວນ​ໝູ່ແທ້​ຈະ​ປ່ອຍ​ໃຫ້​ເຈົ້າ​ເຮັດ​ຕາມ​ໃຈ​ຝັນ​ແລະ​ໃຫ້​ກຳ​ລັງ​ໃຈ​ອີກ​

6.ຮູ້​ຈັກ​ພຶດຕິກຳ​ແປກໆ​ຂອງ​ເຮົາ

ເຮົາ​ທຸກ​ຄົນ​ລ້ວນ​ມີ​ພຶດຕິກຳ​ທີ່​ແປກປະຫລາດເຊັ່ນ:ອາລົມ​ຮ້າຍ​ໃນ​ຕອນ​ເຊົ້າ,ເວົ້າ​ຈາ​ອໍ້ແອ້​ເວລາ​ເມົາຫລື​ມັກ​ກິນ​ແປັບ​ຊີ​ໃສ່​ເກືອເປັນ​ຕົ້ນຊຶ່ງ​ມີ​ພຽງ​ໝູ່​ສະນິດ​ເທົ່າ​ນັ້ນ​ທີ່​ຈະ​ຮູ້ບໍ່​ມີ​ໃຜ​ຮູ້​ຈັກ​ເຮົາ​ດີ​ເທົ່າ​ກັບ​ບັນດາ​ໝູ່​ແທ້​ຂອງ​ເຮົາ​ອີກ​ແລ້ວ

7.ໝູ່​ກັນ​ຕິດ​ຕໍ່​ກັນ​ສະເໝີ

ໝູ່ປອມ​​ຈະ​ຕິດ​ຕໍ່​ມາ​ສະເພາະ​ຕອນ​ທີ່​​ພວກເຂົາ​ຢາກ​ຮູ້ຄວາມ​ລັບ​ຈາກ​ເຮົາສ່ວນ​ໝູ່​ແທ້​ຈະ​ຕິດ​ຕໍ່​ເຮົາ​ທຸກ​ບ່ອນ​ແລະ​ທຸກ​ເວລາ​ເພາະ​​ພວກເຂົາ​ສົນ​ໃຈ​ທຸກ​ສິ່ງ​ທີ່ເກິດຂື້ນ​ໃນ​ຊີວິດ​ເຮົາ​ພວກເຂົາ​ບໍ່​ໄດ້​ຢາກ​ຮູ້​ວ່າ​ຄວາມ​ສຳພັນ​ກັບ​ແຟນ​ຄົນ​ໃໝ່​ລ່າ​ສຸດ​ຂອງ​ເຮົາ​ເປັນ​ແບບໃດ​ພວກເຂົາ​ອາດ​ພຽງແຕ່​ຢາກ​ຮູ້​ວ່າ​ຕອນສວາຍ​​ນີ້​ເຈົ້າ​ກິນ​ຫຍັງ​ເຂົ້າໄປ​ແນ່

8.​ພວກເຂົາ​ເກັບ​ຄວາມ​ລັບ​ຂອງ​ເຮົາ​ໄດ້

​ຖ້າເຮົາ​ເຊື່ອ​ໃຈ​ຄົນໆ​ໜຶ່ງ​ວ່າ​ພວກເຂົາ​ຈະ​ບໍ່​​ເອົາ​ຄວາມ​ລັບ​ຂອງ​ເຮົາ​ອອກ​ໄປ​ຈົນ​ທົ່ວ​ບ້ານ​ທົ່ວ​ເມືອງ​ຄົນໆ​ນັ້ນ​ຄື​ໜີ​ບໍ່​ພົ້ນ​ໝູ່ແທ້​ຂອງ​ເຮົາສ່ວນ​ໝູ່ປອມ​ແນ່ນອນ​ວ່າ​ຈະ​ໂຄສະ​ນາ​ຄວາມ​ລັບ​ຂອງ​ເຮົາ​ຄື​ກັບ​ວ່າ​ບໍ່​ມີ​ຫຍັງ​ສຳຄັນຕ່າງ​ຈາກ​ໝູ່​ແທ້​ທີ່​ຈະ​ເກັບ​ຄວາມ​ລັບ​ໄວ້​ກັບ​ໂຕ​ບໍ່​ບອກ​ໃຜ

9.ບໍ່​ຕ້ອງ​ແຕ່ງ​ຕົວ​ໃຫ້​ງາມ​ຕະຫລອດ

ຖ້າ​ເຮົາ​ຕ້ອງ​ແຕ່​ງໂຕ​ໃຫ້​ອະ​ລັງ​ການ​ທັງ​ເສື້ອ​ຜ້າ,ໜ້າ,ຜົມ,ພຽງ​ເພື່ອ​ອອກ​ໄປ​ທ່ຽວ​ຂ້າງ​ນອກ ບອກ​ໄດ້​ເລີຍ​ວ່າ​ໝູ່ໆ​ກຸ່ມ​ທີ່​ເຈົ້າ​ຈະ​ໄປ​ນໍາ​ຄື​ໝູ່​ປອມຂະນະ​ທີ່​ໝູ່​ແທ້​ສາມາດ​ຮັບ​ເຈົ້າ​ໄດ້​ບໍ່​ວ່າ​ຈະ​ອອກ​ມາ​ໃນ​ຊຸດ​ຢູ່​ເຮືອນ​ແລະ​ບໍ່​ໄດ້​ສະ​ຜົມເພາະ​​ພວກເຂົາ​ພຽງແຕ່ຕ້ອງ​ການ​ໃຊ້​ເວລາ​ຢູ່​ກັບ​ເຮົາ ມິດຕະ​ພາບ​ທີ່​ແທ້​ຈິງ​ວັດ​ໄດ້​ຈາກ​ສະພາບ​ທີ່​ເບິ່ງ​ບໍ່​ໄດ້​ຂອງ​ເຮົາ​ເມື່ອ​ຍາມ​ອອກ​ໄປ​ທ່ຽວ!

10.​ພວກເຂົາ​ໃຫ້​ເວລາ​ເຈົ້າ​ໄດ້​ສະເໝີ

ບໍ່​ສຳຄັນ​ວ່າ​ຕອນ​ນັ້ນ​​ພວກເຂົາ​ຈະ​ຕ້ອງ​ຟ້າວ​ໄປ​ເຂົ້າ​ວຽກ​ຫລື​ຮີບ​ໄປ​ຮຽນ​ເພາະ​ໝູ່ແທ້​ຈະ​ມີ​ເວລາ​ດື່ມ​ຊາ​ຫລື​ກາ​ເຟ​ແລະ​ໂອ້ລົມ​ກັບ​ເຮົາ​ໄດ້​ທຸກ​ເມື່ອ​ພວກເຂົາ​ຢາກ​ຢູ່​ກັບ​ເຈົ້າ​ຫລາຍກວ່າ​ຢູ່​ກັບ​ໂຕ​ເອງ​ອີກ

11.ມີ​ໄຫລ່​ໃຫ້​ພັກ​ຜ່ອນ

ຄວາມ​ແຕກ​ຕ່າງ​ທີ່​ສຳຄັນ​ລະຫວ່າງ​ໝູ່ແທ້​​ກັບ​ໝູ່​ທຽມ​ຄື​ວິທີ​ທີ່​ພວກເຂົາ​ຈັດການ​ກັບ​ອາລົມ​ຂຶ້ນໆ​ລົງໆ​ຂອງ​ເຮົາຫາກ​ເຮົາຮູ້ສຶກ​ບໍ່ດີໝູ່ປອມ​​ຈະ​ຕົບ​ບ່າ​ເພື່ອ​ໃຫ້​ກຳ​ລັງ​ໃຈ​ແບບ​ຜ່ານໆ​ແລະ​ປ່ຽນ​ເລື່ອງ​ໂອ້ລົມຂະນະ​ທີ່​ໝູ່​ແທ້​ຈະ​ໂອບ​ກອດ​ເຈົ້າ​ແລະ​ຟັງ​ເຈົ້າ​ຈົ່ມ​ຕະຫລອດ​ໝົດ​ຄືນຖ້າ​ເຮົາ​ຕ້ອງ​ການ​​ພວກເຂົາ​ໝູ່​ແທ້​ຈະ​ເຕັມ​ໃຈ​ຢູ່​ຄຽງ​ຂ້າງ​ເຮົາ​ບໍ່​ວ່າ​ຈະ​ທຸກ​ຫລື​ສຸກ​ກໍ​ຕາມ

ຫວັງ​ວ່າ​ຂໍ້​ສັງເກດ​ເຫລົ່າ​ນີ້​ຈະ​ຊ່ວຍ​ເຮັດໃຫ້​ທຸກຄົນແຍກ​ໄດ້​ລະຫວ່າງ​ໝູ່ແທ້​ກັບ​ໝູ່​ປອມເຈົ້າ​ຮູ້​ດີ​ວ່າ​ຢາກ​ໃຫ້​ໝູ່​ປະ​ເພດ​ໃດ​ຄອຍຖ້າ​ຢູ່​ຄຽງ​ຂ້າງ​ເຈົ້າ