spot_img
Homeນານາສາລະ12 ສິ່ງທີ່ຄົນທີ່ສຳເລັດໃນຊີວິດ “ບໍ່ເຮັດເດັດຂາດ”

12 ສິ່ງທີ່ຄົນທີ່ສຳເລັດໃນຊີວິດ “ບໍ່ເຮັດເດັດຂາດ”

Published on

SteveJobs

 

ຖ້າທ່ານເປັນຜູ້ທີ່ກຳລັງຄົ້ນຫາ ຄວາມສຳເລັດໃນຊີວິດ ທ່ານຕ້ອງການໃຊ້ ຊີວິດ ໃຫ້ກຸ້ມຄ່າທີ່ສຸດ ໃຫ້ສົມກັບທີ່ເກີດມາ ລອງມາເບິ່ງສິ່ງເຫຼົ່ານີ້ທີ່ຄົນທີ່ປະສົບຄວາມ ສຳເລັດໃນຊີວິດເລືອກທີ່ຈະ ບໍ່ເຮັດເດັດຂາດ ນຳກັນ.

1. ບໍ່ໃຫ້ໃຜນິຍາມຄຳວ່າ ສຳເລັດແທນພວກເຂົາ

ບາງຄົນເລືອກ ເງິນ ຄື ຄຳນິຍາມຂອງຄວາມສຳເລັດ ບາງຄົນເລືອກຊີວິດທີ່ສະຫງົບ ບາງຄົນເລືອກທີ່ຈະປ່ຽນແປງໂລກ ທຸກຢ່າງ ບໍ່ມີຫຍັງຜິດ ແລະຄົນເຫຼົ່ານີ້ຈະ ບໍ່ເຮັດນຳຄົນອື່ນ ໂດຍທີ່ບໍ່ຖາມໃຈໂຕເອງ ວ່າຖ້າຫຍັງຄືສິ່ງເຂົາຕ້ອງການ ແລະຈະບໍ່ຍອມໃຫ້ໃຜນິຍາມຄວາມສຳເລັດແທນເຂົາ.

2. ບໍ່ຍອມຮັບວ່າ ສິ່ງນັ້ນຄື ຄວາມຈິງຈົນກວ່າຈະພິສູດ ຫຼືຕັ້ງຄຳຖາມກ່ອນ

ພວກເຂົາເປັນນັກວິເຄາະ ນັກຄິດ ພຽງແຕ່ມີຄົນບອກວ່າເລື່ອງນີ້ຄືເລື່ອງຈິງ ຫຼືສັງຄົມບອກວ່າມັນຄືເລື່ອງຈິງ ເຂົາຈະບໍ່ເຊື່ອທັນທີ ແຕ່ຈະຕັ້ງຄຳຖາມກ່ອນສະເໝີ.

3. ບໍ່ໃຫ້ເພື່ອນ ຫຼື ຄົນໃນຄອບຄົວມາຕັດສິນໃຈ ເລື່ອງສຳຄັນຂອງຊີວິດ

ຄົນເຫຼົ່ານີ້ຮັກຄົນໃນຄອບຄົວ ຫຼືເພື່ອນ ແຕ່ພໍມາເຖິງເລື່ອງການຕັດສິນໃຈ  ທີ່ຈະກຳໜົດຄວາມສຸກໃນຊີວິດໄປຕະຫຼອດ ເຂົາເລືອກທີ່ຈະ ຄິດເອງເຖິງແມ່ນມັນອາດຈະເຮັດໃຫ້ຄົນໃນ ຄອບຄົວຕ້ອງຜິດຫວັງແດ່ກໍຕາມ.

4. ບໍ່ຢຶດຕິດກັບອະດີດທີ່ຜິດພາດໄປແລ້ວ

ເຂົາຮັບຄວາມຈິງໄດ້ວ່າ ບໍ່ມີໃຜສົມບູນແບບທຸກຢ່າງ ຄວາມຜິດພາດເກີດຂຶ້ນໄດ້ ພວກເຂົາຈຶ່ງບໍ່ຢຶດຕິດ ແລະກ້າວໄປຂ້າງໜ້າຕໍ່ໄປ.

5. ບໍ່ກັງວົນກັບສິ່ງທີ່ຄາດການຫຼືທຳນາຍບໍ່ໄດ້

ເຂົາຮູ້ວ່າມີປັດໄຈຕ່າງໆ ຫຼວງຫຼາຍທີ່ເຂົາຄວບຄຸມບໍ່ໄດ້ ເພາະສະນັ້ນ ຖ້າຫຍັງກໍຕາມທີ່ເກີດຂຶ້ນ ແລະເຮັດໃຫ້ບໍ່ເປັນໄປຕາມແຜນທີ່ວາງໄວ້ ເຂົາກໍຈະບໍ່ເຄັ່ງຄຽດ ແຕ່ສູ້ຕໍ່ໄປ ບໍ່ວ່າອິຫຍັງຈະເກີດຂຶ້ນ ປັບແຜນກົນລະຍຸດໄປເລື້ອຍໆ.

6. ບໍ່ເອົາຄຳວິຈານ ຫຼືການດູຖູກເປັນອາລົມ

ຄຳວິຈານ ຫຼືການດູຖູກທີ່ບໍ່ມີມູນ ບໍ່ສ້າງສັນເລີຍ ຄົນພວກນີ້ບໍ່ເອົາມາໃສ່ໃຈ ຫຼືສາລະສຳຄັນໃນຊີວິດ ພວກເຂົາປ່ອຍໃຫ້ຜ່ານໄປ.

7. ບໍ່ເຄີຍຄິດວ່າຄວາມສຳເລັດຄືເລື່ອງທີ່ ງ່າຍ

ພວກເຂົາຈະບອກບໍ່ໄດ້ເລີຍວ່າ ມັນຈະໃຊ້ເວລາເທົ່າໃດຈຶ່ງສຳເລັດ ບໍ່ເຄີຍບອກວ່າມັນງ່າຍ ພວກເຂົາຈະເດິນທາງເພື່ອຈຸດໝາຍ ດ້ວຍຄວາມໄວ ດ້ວຍແຜນການໃນແບບສະບັບ ຂອງພວກເຂົາເອງ.

8. ບໍ່ຄອຍຖ້າ ໃຫ້ເຖິງເວລາໃນການເລິ່ມເຮັດວຽກໃດໆກໍຕາມ

ພວກເຂົາບໍ່ເຊື່ອວ່າມີສິ່ງທີ່ເອີ້ນວ່າ ເລີກດີໃນການເລິ່ມເຮັດສິ່ງຕ່າງໆ ໃນຊີວິດ ຖ້າເຂົາຄິດອອກ ຄິດໄດ້ ມີຄວາມພ້ອມ ກໍລົງມືເຮັດເລີຍ ບໍ່ລໍຊ້າ.

9. ບໍ່ເຄີຍລືມ ຄົນສຳຄັນຂອງຊີວິດ

ພວກເຂົາຮູ້ສະເໝີວ່າ ບໍ່ວ່າເຂົາຈະຫຍຸ້ງຍາກປານໃດ ສຳເລັດປານໃດ ຊີວິດຈະບໍ່ມີຫຍັງເລີຍ ຖ້າບໍ່ມີຄົນອ້ອມຂ້າງທີ່ເຂົາຮັກ ແລະຮັກເຂົາ.

10. ບໍ່ເຄີຍພັດວັນປະກັນມື້

ຄົນພວກນີ້ບໍ່ພັດວັນປະກັນມື້ ທີ່ຈະແກ້ບັນຫາ ເຖິງແມ່ນມັນຈະຍາກກໍຕາມ ເພາະເຂົາເຊື່ອວ່າ ການຜັດວັນປະກັນມື ບັນຫາມີແຕ່ຈະໃຫຍ່ຂຶ້ນ ແລະແກ້ຍາກ.

11. ບໍ່ເລີຍຖິ້ມພາລະໃຫ້ໝູ່

ອິຫຍັງກໍຕາມທີ່ເຂົາຄິດເອງ ເຮັດເອງ ຢູ່ໃນຄວາມຮັບຜິດຊອບ ເຂົາຈະຮັບຜິດຊອບຄົນດຽວ ບໍ່ວ່າຈະເກີດບັນຫາຫຍັງຂຶ້ນ.

12. ບໍ່ໃສ່ໃຈຄົນທີ່ບໍ່ພໍໃຈສິ່ງທີ່ເຂົາເຮັດ

ຄົນພວກນີ້ຮູ້ວ່າ ບໍ່ສາມາດເຮັດໃຫ້ທຸກຄົນພໍໃຈໄດ້ ເພາະສະນັ້ນ ເຂົາຈະສົນໃຈ ຄວາມເຫັນສະເພາະຄົນໃກ້ຊິດ ສະໜິດກັບເຂົາແທ້ໆ ເທົ່ານັ້ນ ແຕ່ນອກຈາກນັ້ນ ເຂົາບໍ່ເຄີຍສົນໃຈເລີຍ.

 ຖ້າທ່ານເຫັນວ່າບົດຄວາມນີ້ມີປະໂຫຍດ ສົ່ງຕໍ່ໃຫ້ໝູ່ຂອງທ່ານແດ່ເດີ !!

ຂອບໃຈບົດຄວາມດີໆ ຈາກ: Kiitdoo

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...