Homeຂ່າວທ້ອງຖິ່ນ214 ບໍລິສັດ! ລົງທຶນກ່ຽວກັບທໍລະນີສາດ ແລະ ບໍ່ແຮ່ຢູ່ລາວ

214 ບໍລິສັດ! ລົງທຶນກ່ຽວກັບທໍລະນີສາດ ແລະ ບໍ່ແຮ່ຢູ່ລາວ

Published on

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ, ລັດເຮົາໄດ້ມີແຜນການສຶກສາຄົ້ນຄວ້າ: ສປປ ລາວເປັນປະເທດ ທີ່ມີທ່າແຮງທາງດ້ານຊັບພະຍາກອນແຮ່ທາດ ເຊິ່ງມາຮອດປັດຈຸບັນ ສາມາດຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ປະມານ: 162.104 ກິໂລຕາແມັດ ເທົ່າ ກັບ 68.46% ຂອງເນື້ອທີ່ທົ່ວປະເທດ; ເຊິ່ງປະກອບດ້ວຍ: ຄໍາ, ທອງ, ເງິນ, ນິແກນ, ກົ່ວ, ຖ່ານຫີນ, ບົກຊິດ, ຫີນກາວ, ເຫຼັກ, ແກ້ວປະເສີດ,ເກືອກິນ,ເກືອໂປຕັດສ໌, ຊືນ,ສັງກະສີ,ມັງການ,ຫີນປູນ,ຫີນໂດໂລໄມ,ບາລິດ ແລະ ອື່ນໆ.

ວິທະຍຸກະຈາຍສຽງແຫ່ງຊາດ ລາຍງານວ່າ ນັບແຕ່ປີ 1990 ເປັນຕົ້ນມາ, ລັດຖະບານລາວ ໄດ້ເປີດກວ້າງໂດຍອະນຸຍາດໃຫ້ຜູ້ລົງທຶນທັງພາຍໃນແລະຕ່າງປະເທດ ສາມາດລົງທຶນເຂົ້າໃສ່ການພັດທະນາອຸດສາຫະກຳບໍ່ແຮ່. ເຊິ່ງມາຮອດປັດຈຸບັນ ໄດ້ອະນຸຍາດໃຫ້ບໍລິສັດລົງທຶນໃນກິດຈະການທໍລະນີສາດ ແລະ ບໍ່ແຮ່ແລ້ວ ທັງໝົດ 214 ບໍລິສັດ 319 ກິດຈະການ. ເຊິ່ງຢູ່ໃນຂັ້ນຕອນການຊອກຄົ້ນ ຈໍານວນ 21 ບໍລິສັດ 28 ກິດຈະການ, ຢູ່ໃນຂັ້ນຕອນການສໍາຫຼວດ ຈໍານວນ 70 ບໍລິສັດ 83 ກິດຈະການ ແລະ ຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ-ເຕັກນິກ ຈໍານວນ 43 ບໍລິສັດ 67 ກິດຈະການ. ຢູ່ໃນຂັ້ນຕອນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີຈໍານວນທັງໝົດ 80 ບໍລິສັດ 141 ກິດຈະການ. ເຊິ່ງໂຄງການດ້ານແຮ່ທາດທີ່ໄດ້ຮັບອະນຸ ຍາດມີເນື້ອທີ່ທັງໝົດ: 7.281.047,42 ເຮັກຕາ ກວມ 30,75% ຂອງເນື້ອທີ່ປະເທດລາວ.

ເວົ້າລວມແລ້ວ ຂະແໜງພະລັງງານ ແລະ ບໍ່ແຮ່ ມິບົດບາດສໍາຄັນຫລາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ໃນນີ້ ເວົ້າສະເພາະ 5 ປີຜ່ານມານີ້ ໄດ້ປະ ກອບສ່ວນສ້າງລາຍຮັບເຂົ້າງົບປະມານແຫ່ງລັດ 2.064 ລ້ານໂດລາສະຫະລັດ, ໃນນີ້ ຂະແໜງພະລັງງານ 1.225 ລ້ານໂດລາສະຫະລັດ ແລະ ຂະ ແໜງບໍ່ແຮ່ 838 ລ້ານໂດລາສະຫະລັດ , ໃນນັ້ນ ປະກອບມີ: ຄ່າສຳປະທານ, ຄ່າຊັບພະ ຍາກອນ, ອາກອນກຳໄລ, ອາກອນເງິນເດືອນ,ອາກອນເງິນປັນຜົນ, ເງິນປັນຜົນ ລວມທັງພັນທະ 6 ກອງທຶນຕາມສັນຍາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...