27 ປະເທດທີ່ຕ້ອງປິດປະເທດ-ເມືອງ ຫຼັງມີການລະບາດຂອງ COVID-19

ທາງອົງການອະນາໄມໂລກໄດ້ເລື່ອນລະດັບການແຜ່ລະບາດຂອງພະຍາດໄວຣັສສາຍພັນໃໝ່ COVID-19 ເປັນການແຜ່ລະບາດລະດັບໂລກ Pandemic, ຫຼາຍປະເທດປະກາດປິດປະເທດ, ປິດເມືອງ ຫຼື ມາດຕະການອື່ນໆ ເຊັ່ນ ປິດຊາຍແດນ, ຍົກເລີກຖ້ຽວບິນຈາກຕ່າງປະເທດ, ປິດຫ້ອງການລັດ, ສະຖານສຶກສາ ແລະ ສະຖານທີ່ອື່ນໆທີ່ມີຄວາມສ່ຽງ ແລະ ບໍ່ຈໍາເປັນການເປີດທຳການໃນໄລຍະນີ້. ປະເທດທີ່ປະກາດປິດເທດ-ເມືອງມີລາຍຊື່ດັ່ງລຸ່ມນີ້:

  1. ຈີນ (ປິດແຂວງ ຫູເປີ່ຍ, ຊຸຍໂຈວ, ຊືປີ, ເອັນຊີ, ເອີ້ໂຈວ, ຫວງຊີ, , ຊຽນຈຽງ, ຊຽນໜິງ, ຊີອານເຕົາ, ຢານຊາງ, ແລະ ຈື່ຈຽງ)
  2. ຟິລິປິນ
  3. ເດັນມາກ
  4. ອາຍແລນ
  5. ເລບານອນ
  6. ສະເປນ
  7. ປານາມາ
  8. ເອສໂຕເນຍ
  9. ລັດເວຍ
  10. ອາເຈັນຕີນາ
  11. ເປຣູ
  12. ອະຟຣິກາໃຕ້
  13. ເອວ ເຊົາວະດໍ (El Salvador)
  14. ຝຣັ່ງ
  15. ໂປແລນ
  16. ໂມຣອກໂກ
  17. ເຄນຍ່າ
  18. ເປີໂຕຣິໂກ (Puerto Rico)
  19. ສາທາລະນະລັດເຊັກ
  20. ນິວຊີແລນ
  21. ອົດສະຕາລີ
  22. ໂອຕຣິດ (Austria)
  23. ສະຫະລັດ ອາເມລິກາ (ປິດລັດ ກາລິໂຟເນຍ, ອິນລິນອຍ, ໂອໄຮໂອ, ນິວຢອກ)
  24. ການາດາ
  25. ມາເລເຊຍ
  26. ກາຊັກສະຖານ
  27. ໄທ (ຈັງຫວັດບູຣິຣຳ ອຸດອນທານີ)

ຖ້າຫາກມີປະເທດໃດອອກມາດຕະການປິດປະເທດ ຫຼື ປິດເມືອງເພີ່ມເຕີມ,  ທາງລາວໂພສຈະມາອັບເດດອີກເທື່ອໜຶ່ງ.

ຮຽບຮຽງໂດຍ: ວະນິດາ