14 ກໍ­ລະ­ກົດ​ນີ້ ນະ­ຄອນ­ຫຼວງເລີ່ມ​ຂຶ້ນ​ທະ­ບຽນ​ແຮງ​ງານ​ຕ່າງ­ປະ­ເທດ

0
3584

ເພື່ອ​ຄວາມ​ເປັນ ລະ­ບຽບ​ຮຽບ​ຮ້ອຍ, ຮັບປະ­ກັນ​ໄດ້​ການ​ເຄື່ອນ ໄຫວ ຂອງ​ແຮງ​ງານ​ຕ່າງ ປະ­ເທດ​ໃຫ້​ເຂົ້າ​ສູ່​ລະ­ບົບ ໃນ­ຕໍ່­ໜ້າ ແລະ​ທັງ​ເປັນ ການ​ປົກ​ປ້ອງ​ສິດ, ຜົນປະ­ໂຫຍດ​ຂອງ​ແຮງ​ງານ​ທີ່​ເຄື່ອນ​ຍ້າຍ​ມາ​ເຄື່ອນ​ໄຫວ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ ກໍ​ຄື ສປປ ລາວ ນັບ​ແຕ່​ວັນ​ທີ 14 ກໍ­ລະ­ກົດ ນີ້​ຈົນ​ເຖິງ 14 ສິງ­ຫາ 2016 ນະ­ຄອນ­ຫຼວງ​ວຽງ​ຈັນ ຈະ​ຂຶ້ນ​ທະ­ບຽນ ແລະ​ອອກ​ບັດ​ອະ­ນຸ­ຍາດ​ຊົ່ວ­ຄາວ​ໃຫ້​ແຮງງານ​ຕ່າງ­ປະ­ເທດ.

ທ່ານ ນາງ ລຳ​ພອຍ ສີ​ອັກ​ຄະ​ຈັນ ຫົວ­ໜ້າ​ພະ​ແນກ​ແຮງ​ງານ ແລະ​ສະ​ຫວັດ ດີ​ການ​ສັງ­ຄົມ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຖະ­ແຫຼງ​ໃຫ້​ຮູ້​ບໍ່​ດົນ​ມາ​ນີ້​ວ່າ: ການ​ຂຶ້ນທະ­ບຽນ​ຄັ້ງ​ນີ້ ເພື່ອ​ຜັນ​ຂະ­ຫຍາຍ​ຄຳ​ສັ່ງ ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເລກ​ທີ 62/ນຍ, 13/11/2015 ລົງ​ວັນ​ທີ 13/11/2015 ເພື່ອ​ເກັບ​ກຳ​ຈຳ­ນວນ​ຄົນ​ຕ່າງ­ປະ­ເທດທີ່​ມາ​ເຄື່ອນ​ໄຫວ​ບໍ່​ຖືກ­ຕ້ອງ​ຕາມ​ຂອບ ເຂດ​ບ້ານ, ເມືອງ ແລະ​ນະ­ຄອນ­ຫຼວງວຽງ​ຈັນ ເຮັດ​ໃຫ້­ການ​ຕິດ­ຕາມ​ຄຸ້ມ​ຄອງການ­ເຄື່ອນ­ໄຫວ​ຂອງ​ຄົນ​ຕ່າງ­ປະ­ເທດ ເຂົ້າ​ສູ່​ລະ­ບຽບ​ກົດ­ໝາຍ, ຊຶ່ງ​ຜູ້​ທີ່​ຈະ​ມາຂຶ້ນ​ທະ­ບຽນ​ມີ​ສອງ​ເງື່ອນ­ໄຂ​ຄື: ຜູ້​ປັບ​ສະຖາ­ນະ​ພາບ ແລະ​ຜູ້​ຊຳ­ລະ​ສະ​ສາງ​ທີ່ ເຄື່ອນ​ໄຫວ​ຢູ່​ຕາມ​ບັນ­ດາ​ຫົວ­ໜ່ວຍ​ການ ຜະ­ລິດ, ທຸ­ລະ​ກິດ ແລະ​ການ​ບໍ­ລິ­ການ ຕ່າງໆ ຫຼື ຜູ້​ອອກ­ແຮງ​ງານ​ທີ່​ມີ​ຜູ້​ໃຊ້​ແຮງງານ​ມາ​ຮັບ­ປະ­ກັນ ເພື່ອ​ຈະ​ຮັບ​ເຂົ້າ​ເຮັດວຽກ​ນຳ​ຕົນ​ເອງ ແລະ​ຜູ້​ທີ່​ລົງ­ທຶນ​ດຳ ເນີນ​ທຸ­ລະ​ກິດ​ຄ້າ­ຂາຍ​ທີ່​ບໍ່​ຂັດ​ກັບ​ລະ­ບຽບການ​ຂອງ​ຂະ­ແໜງ­ການ​ຄ້າ  ໂດຍ​ສະເພາະ​ແມ່ນ​ລະ­ບຽບ​ກ່ຽວ​ກັບ​ການ​ປະກອບ​ອາ­ຊີບ​ທີ່​ສະ­ຫງວນ​ໄວ້​ໃຫ້​ແກ່​ພົນ­ລະ­ເມືອງ​ລາວ.

ສະ­ເພາະ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ແມ່ນ​ຈະ​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນວັນ​ທີ 14 ກໍ­ລະ­ກົດ ຫາ​ວັນ​ທີ 14 ສິງຫາ 2016 ນີ້, ໂດຍ​ຄ່າ​ທຳ­ນຽມ​ໃນ​ການຂຶ້ນ​ທະ­ບຽນ​ແມ່ນ 3 ແສນ​ກີບ​ຕໍ່​ຄົນ​ຕໍ່ເດືອນ, ຖ້າ​ສິ້ນ​ສຸດ​ເວ­ລາ​ທີ່​ກຳ­ນົດ​ໄວ້​ນີ້ ແຕ່​ຍັງ​ມີ​ຜູ້​ເຄື່ອນ​ໄຫວ​ບໍ່​ຖືກ­ຕ້ອງ, ທາງເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງ​ຈະ​ໄດ້​ດຳ­ເນີນ​ມາດຕະ­ການ​ທາງ​ກົດ­ໝາຍ, ສ່ວນ​ສະ­ຖານ­ທີ່
ຂຶ້ນ​ທະ­ບຽນ ແລະ​ອອກ​ບັດ​ອະ­ນຸ­ຍາດເຄື່ອນ​ໄຫວ​ຊົ່ວ­ຄາວ ແມ່ນ​ຢູ່​ຫ້ອງ­ການແຮງ​ງານ ແລະ​ສະ­ຫວັດ­ດີ​ການ​ສັງ­ຄົມ
ໃນ 9 ຕົວ​ເມືອງ​ໃນ​ນະ­ຄອນ­ຫຼວງ​ວຽງຈັນ.

ພ້ອມ​ດຽວ​ກັນ​ນັ້ນ ທ່ານ ຫົວ­ໜ້າ​ພະ ແນກ ຮສສ ນະ­ຄອນ­ຫຼວງ ຍັງ​ຮຽກ­ຮ້ອງ ເຖິງ​ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມເປັນ­ຕົ້ນ ແມ່ນ​ອຳ­ນາດ​ການ​ປົກ­ຄອງ​ບ້ານ​ໃຫ້​ຈັດຕັ້ງ​ເຜີຍ­ແຜ່ ແລະ​ຊຸກ­ຍູ້​ໃຫ້​ຄົນ​ຕ່າງ​ປະ ເທດ​ມາ​ຂຶ້ນ​ທະ­ບຽນ ແລະ​ອອກ​ບັດ​ອະ­ນຸ­ຍາດ​ຊົ່ວ­ຄາວ​ຢ່າງ​ທົ່ວ​ເຖິງ ລວມ​ທັງ​ປະ­ຊາ­ຊົນ​ລາວ​ຜູ້​ໃຫ້​ເຊົ່າ​ສະ­ຖານ­ທີ່​ເຮັດ​ທຸ­ລະ​ກິດ, ຄ້າ­ຂາຍ, ໃຫ້​ເຊົ່າ​ສະ­ຖານ­ທີ່​ພັກ​ເຊົາ ແລະ​ອື່ນໆ ຈົ່ງ​ພ້ອມ​ກັນ​ເຂົ້າ​ຮ່ວມ​ໃນ​ການຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ຄັ້ງ​ນີ້​ນຳ.

ທີ່ມາ: ເສດຖະກິດ-ສັງຄົມ