ອະດີດນາຍົກອິດສະລາແອນ ຖືກສານຕັດສິນຈຳຄຸກ 8 ເດືອນ ຂໍ້ຫາຮັບສິນບົນ!

EyWwB5WU57MYnKOuXxzrhlYLG1Kv3jRGbRGPa6U54JP5c7xmPgEdJd

ສານນະຄອນຫລວງເຢລູຊາເລັມຂອງອິດສະລາແອນ ຕັດສິນໂທດຕັດອິດສະຫລະພາບ 8 ເດືອນແກ່ ທ່ານ ເອຮຸດ ໂອນເມີດ ອະດີດນາຍົກລັດຖະມົນຕີອິດສະລາແອນ ໃນມື້ວັນທີ 25 ພຶດສະພາຜ່ານມານີ້ ໃນຂໍ້ຫາພົວພັນກັບການສໍ້ລາດບັງຫລວງ ດ້ວຍການຮັບເງິນຈາກນັກທຸລະກິດຊາວອາເມຣິກັນ ເປັນມູນຄ່າກ່ວາ 150,000 ໂດລາສະຫະລັດ ໃນລະຫວ່າງດຳລົງຕຳແໜ່ງ ລັດຖະມົນຕີວ່າການກະຊວງການຄ້າ ແລະ ອຸດສາຫະກຳ ໃນໄລຍະປີ 2000.

ທັງນີ້ ທ່ານ ເອຮຸດ ໂອນເມີດ ແມ່ນຖືເປັນນາຍົກລັດຖະມົນຕີຄົນທຳອິດ ຂອງອິດສະລາແອນ ທີ່ຖືກດຳເນີນຄະດີໃນຂໍ້ຫາພົວພັນກັບການສໍ້ລາດບັງຫລວງ ເຊິ່ງທະນາຍຄວາມຂອງທ່ານ ໂອນເມີດ ໄດ້ລະບຸວ່າ ຈະຍື່ນອຸທອນໃນຄະດີດັ່ງກ່າວ ໃຫ້ສານພິຈາລະນາ ຕາມຂະບວນການຍຸດຕິທຳຂອງອິດສະລາແອນ.