3ວິທີກິນຊັອກໂກແລັດບໍ່ໃຫ້ຕຸ້ຍ

ชอกโกแลต

ຜູ້​ທີ່​ມັກ​ກິນ​ຊັອກ​ໂກ​ແລັດ​ຄວາມ​ຫວານ​ແລະປະລິມານ​ນ້ຳ​ຕານ​ທີ່​ມີ​ຫລາຍ​ກໍ່ສ່ຽງ​ກັບ​ພາ​ວະ​ພະຍາດ​ຕຸ້ຍຖ້າ​ໃຜ​ອົດ​ໃຈ​ບໍ່​ໄຫວແນະ​ນຳ​ວິທີ​ຮັບກິນຊັອກ​ໂກ​ແລັດ​ແບບບໍ່​ຕ້ອງ​ກັງ​ວົນ​ກັບ​ເລື່ອງ​ຄວາມ​ຕຸ້ຍ​ໄວ້ 4 ຂໍ້ຄື:

1.ກິນ​ເປັນ​ຂອງ​ວ່າງ​ຫລື​ເຂົ້າໜົມ​ຫວານຄວນຫ​ລຸດ​ຫລື​ຫລີກ​ລ້ຽງ​ການ​ກິນ​ກະແລ້ມ,ເຄັ​ກ ຄຸກ​ກີ້,ພ້ອມ​ກັບ​ຊັອກ​ໂກ​ແລັດເພາະ​ເຮັດໃຫ້​ໄດ້ຮັບ​ພະລັງ​ງານ​ທີ່​ສູງ​ເກີນ​ໄປແລະ​ເຮັດໃຫ້​ຕຸ້ຍໄດ້ຄວນ​ເລືອກ​ກິນ​ຮ່ວມ​ກັບ​ຊາ​ບໍ່​ປຸງ​ລົດຫລື​ນ້ຳ​ສະ​ໝຸນ​ໄພ​ບໍ່​ໃສ່​ນ້ຳ​ຕານ

2.ກິນ​ຊັອກ​ໂກ​ແລັດ​ຊ້າ​ໆຄ່ອຍ​ໆໃຫ້​ລະ​ລາຍ​ໃນ​ປາກແທນ​ທີ່​ຈະ​ຫຍ້ຳ​ແລະ​ກືນ​ຢ່າງ​ວ່ອງໄວ ອຸນຫະພູມ​ໃນ​ຮ່າງກາຍ​ຈະ​ສູງ​ກວ່າ​ຈຸດ​ລະ​ລາຍ​ຂອງ​ຊັອກ​ໂກ​ແລັດເມື່ອ​ຊັອກ​ໂກ​ແລັດ​ເຂົ້າ​ໃນ​ປາກຈະ​ລະ​ລາຍ​ໄດ້​ຊ້າ​ໆຊ່ວຍ​ໃຫ້​ໄດ້ຮັບ​ລົດ​ຊາດ​ຂອງ​ຊັອກ​ໂກ​ແລັດ​ຫລາຍກວ່າແລະ​ຈະ​ສົ່ງ​ຜົນ​ຕໍ່ຄວາມ​ຮູ້ສຶກ​ມີ​ຜົນ​ໃຫ້​ສະຫມອງ​ຮັບ​ຮູ້​ຄວາມ​ສຸກເຖິງວ່າ​ຈະ​ກິນ​ໃນ​ປະລິມານ​ຫນ້ອຍແຕ່​ຖ້າ​ກິນ​ໂດຍ​ການຫຍ້ຳແລະ​ກືນ​ໄວ​ຮ່າງກາຍ​ຈະ​ຕ້ອງ​ການ​ຊັອກ​ໂກ​ແລັດ​ໃນ​ປະລິມານ​ຫລາຍ​ເພື່ອ​ໃຫ້​ເກີດ​ຄວາມ​ສຸກເຮັດໃຫ້​ຮ່າງກາຍ​ໄດ້ຮັບ​ພະລັງ​ງານ​ສູງ​ເກີນໄປ

3.ເລືອກ​ຊື້​ຊັອກ​ໂກ​ແລັດ​ໃຫ້​ເປັນຄວນ​ເລືອກ​ຜະລິດຕະພັນ​ທີ່​ມີ​ເປີ​ເຊັນ​ຂອງ​ໂກ​ໂກ້​ຫລາຍ​ທີ່ສຸດມີ​ນ້ຳ​ຕານ​ນ້ອຍຄື​ດາ​ກ​ຊັອກ​ໂກ​ແລັດດີກວ່າ​ຊັອກ​ໂກ​ແລັດ​ນົມຫລື​ໄວ​ຊັອກ​ໂກ​ແລັດ

ແລະ​ຂໍ້​ສຸດ​ທ້າຍ​ກິນ​ຊັອກ​ໂກ​ແລັດ​ທີ່​ມີ​ຂະໜາດ​ນ້ອຍໆແທນ​ທີ່​ຈະ​ເລືອກ​​ທີ່​ມີ​ຂະໜາດ​ໃຫຍ່​ໃນການ​ກິນ​ແຕ່​ລະ​ຄຳການ​ກິນ​ຊັອກ​ໂກ​ແລັດ​ດຳ​ຂະໜາດ​ນ້ອຍ(5 ກຣາມ)ຈະ​ບໍ່​ເຮັດໃຫ້​ນ້ຳ​ໜັກ​ຂຶ້ນ​ແລະຊ່ວຍ​ໃຫ້​ບໍ່​ກິນອາຫານ​ຫລື​ເຂົ້າໜົມ​ຈຸກ​ຈິກ