ຜູ້ເບີ່ງຕົກໃຈ ເຮລິຄອບເຕີຕົກໄຟລຸກ ລະຫວ່າງສະແດງສິນລະປະການບິນ (ມີຄລິບ)

 ผู้ชมช็อก เฮลิคอปเตอร์ตกไฟลุกระหว่างโชว์ผาดโผน นักบินดับ 1

ເວັບ​ໄຊລັດ​ເຊຍ​ທູ​ເດ  ເປີດ​ເຜີຍ​ຄລິບ​ວິ​ດີ​ໂອ​ລະ​ທຶກ ເຮ​ລິ​ຄອບ​ເຕີ​ທີ່​ກຳ​ລັງ​ສະແດງສິນລະປະການບິນໄດ້​ຕົກ​ລົງສູ່​ພື້ນ ລະ​ເບີດ​ໄຟ​ລຸກ​ຕໍ່​ໜ້າ​ຕໍ່​ຕາ​ຜູ້​ເບີ່ງ​ທີ່​ກຳ​ລັງ​ຈັບ​ຕາ​ເບິ່ງ​ການສະແດງ​ຢູ່ ສົ່ງ​ຜົນ​ໃຫ້​ນັກ​ບິນ​ເສຍຊີວິດຄາທີ່ 1 ຄົນ 
ເຫດການ​ນີ້​ເກີດ​ຂຶ້ນ​ໃນ​ງານ Aviamix Ait Show  ເມື່ອ​ວັນທີ່ 2 ສິງ​ຫາ 2015 ທີ່ຜ່ານມາ ທີມ​ເຮ​ລິ​ຄອບ​ເຕີ​ ​ເຊີ່ງ​ມີ​ຊື່​ທີມ​ວ່າ ເບີ​ກູ​ຕີ້ ເຊີ່ງ​ມີ​ຄວາມຫມາຍ​ວ່າ ອິນຊີ​ທອງ ສັງ​ກັດ​ກອງທັບ​ອາ​ກາດລັດ​ເຊຍ ໄດ້​ມາ​ຮ່ວມ​ການສະແດງສິນລະປະການບິນ ສ້າງ​ຄວາມ​ຕື່ນ​ເຕັ້ນ​ແລະ​ຕະ​ການ​ຕາ​ໃຫ້​ກັບ​ຜູ້ທີ່ເຂົ້າມາ​ເບີ່ງ​​ເປັນ​ຢ່າງ​ຫລາຍ ແຕ່​ລະຫວ່າງ​ທີ່​ກຳ​ລັງ​ສະແດງຢູ່​ນັ້ນ ປາກົດ​ວ່າ​ໄດ້​ມີ​ເຮ​ລິ​ຄອບ​ເຕີລຳ​ໜຶ່ງ​ຕົກ​​ພື້ນ​ລະ​ເບີດ​ທັນທີ ຕໍ່​ໜ້າ​ຕໍ່​ຕາ​ຄົນເບີ່ງ​​ນັບ​ບໍ່​ຖ້ວນ 
ຫລັງ​ເກີດ​ເຫດ​ເຈົ້າ​ຫນ້າທີ່​ດັບ​ເພີງ​ໄດ້​ຮີບ​ເຂົ້າໄປ​ດັບ​ເພີງ​ໃນ​ທີ່​ເກີດ​ເຫດ​ທັນ​ທີ  ແລະ​ພົບ​ວ່າ​ໜຶ່ງ​ໃນ 2 ນັກ​ບິນ​ເສຍຊີວິດ​ໃນ​ເຫດການ​​ເທື່ອ​ນີ້ ຂະນະ​ທີ່​ນັກ​ບິນ​ອີກ​ຄົນ​ລອດ​ຊີວິດ​ເພາະ​ໂດດ​ໜີ​ອອກຈາກ​ເຮ​ລິ​ຄອບ​ເຕີ​ໄດ້​ທັນ ກ່ອນ​ເຄື່ອງ​ຕົກ​ຮອດພື້ນ ແຕ່​ເຖິງ​ຢ່າງ​ນັ້ນ​ເຂົາ​ກໍ​ມີ​ອາການ​ບາດ​ເຈັບ​ຫລາຍບ່ອນ
ດ້ານ​ກະ​ຊວງ​ປ້ອງກັນປະເທດລັດ​ເຊຍເປີດ​ເຜີຍ​ຫລັງ​ເກີດ​ເຫດ​ວ່າ ອຸປະຕິເຫດ​ທີ່ເກິດຂື້ນ ເກີດ​ຈາກ​ຄວາມ​ຂັດ​ຂ້ອງ​ໃນ​ລະບົບ​ອັດ​ສີດ​ໄຮ​ດໍ​ລິກ ເຮັດໃຫ້​ເຮ​ລິ​ຄອບ​ເຕີ​ອຽງ​ແລະ​ຕົກລົງ​ສູ່​ພື້ນ​ດັ່ງ​ກ່າວ

https://youtu.be/0u0i-7I7W3E