4 ເດືອນຜ່ານມາ ຈຳນວນນັກທ່ອງທ່ຽວ ເຂົ້າມານະຄອນຫຼວງວຽງຈັນເພີ່ມຂຶ້ນ

0
1635

       ຕາມການໃຫ້ສຳພາດຂອງ ທ່ານ ພູວຽງ ໂພທິສານ, ຮັກສາ ການຫົວໜ້າອຳນວຍການຫໍພິພິທະພັນນະຄອນຫຼວງວຽງ ຈັນ, ຕໍ່ນັກຂ່າວພວກເຮົາໃນວັນທີ 29 ພຶດສະພານີ້ວ່າ: ເລີ່ມແຕ່ຕົ້ນປີ ມານີ້ຈຳນວນນັກທ່ອງທ່ຽວເຂົ້າມາທ່ຽວຊົມຫໍພິພິທະ ພັນ 3 ແຫ່ງ ໃນນະຄອນຫຼວງວຽງຈັນເພີ່ມ ຫຼາຍຂື້ນ, ຊຶ່ງພຽງ 4 ເດືອນຜ່ານ ມາຄື: ແຕ່ເດືອນມັງກອນ-ເມສາ 2014 ນີ້ມີນັກ ທ່ອງທ່ຽວເຂົ້າມາ ທ່ຽວຊົມຫໍພິພິທະພັນດັ່ງກ່າວ ແລ້ວຫຼາຍກວ່າ 340.000 ຄົນ, ໃນ ນີ້ສ່ວນຫຼາຍແມ່ນນັກທ່ອງທ່ຽວຕ່າງ ປະເທດ, ມາຈາກ ສ ເກົາຫຼີ, ໄທ, ຈີນ ແລະ ເອີຣົບ ເປັນຕົນ ແລະ ສະຖານທີ່ທີນັກ ທ່ອງທຽວເຂົ້າຊົມຫຼາຍກວ່າໝູ່ແມ່ນພະ ທາດຫຼວງມີເຖິງ 1,15,000 ກວ່າຄົນ, ຮອງລົງມາ ແມ່ນຫໍພະແກ້ວມີ 90 ພັນກວ່າ ຄົນ  ແລະ ວັດສີສະເກດ 38 ພັນກວ່າ ຄົນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າ ຈຳນວນນັກທ່ອງທ່ຽວເຂົ້າມາທ່ຽວຊົມພິພິທະພັນດັ່ງກ່າວເພີ່ມຂຶ້ນ, ແຕ່ພໍຕົກມາຮອດເດືອນພຶດສະພານີ້ເຫັນວ່າຈຳນວນນັກທ່ອງທຽວນັ້ນມີຈຳນວນຫຼຸດລົງອັນເນື່ອງມາຈາກກ້າວເຂົ້າສູ່ລະດູຝົນ ແລະ ສະພາບການຂອງປະເທດໃຫ້ຄຽງເຮົາ.

ທີ່ມາ http://laophatthananews.blogspot.com