5 ຂໍ້ ການຂັບລົດເມື່ອເຈົ້າຖືພາ

5 เทคนิคขับรถเมื่อคุณตั้งครรภ์,เทคนิคขับรถเมื่อคุณตั้งครรภ์,คนท้องขับรถ

ຫລີກລ້ຽງ​ບໍ່​ໄດ້​ສຳລັບ​ຜູ້ຍິງ​ທຸກ​ຄົນ ທີ່​ເທື່ອ​ໜຶ່ງ​ໃນ​ຊີວິດ ຕ້ອງ​ມີ​ງານ​ແຕ່ງ​ດອງ ແລະ​ຕາມ​ມາ​ດ້ວຍ​ການ​ມີ​ລູກ ແລະ​ຫລາຍ​ຄົົນທີ່​ເປັນ​ນັກ​ຂັບ​​​ນັ້ນ ກໍ​ມັກ​ຈະ​ຈັງ​ຍາມ​ທີ່​ເຮົາ​ຖືພາ ອາດຈະ​ບໍ່​ເໝາະ​ແກ່​ການ​ຂັບ​ລົດ ແຕ່​ຄວາມ​ຈິງ​ແລ້ວ ເລື່ອງ​ນີ້​ອາດຈະ​ບໍ່​ໄດ້​ໜ້າ​ຢ້ານ​ຢ່າງ​ທີ່​ເຮົາ​ຄິດ​ກໍ​ໄດ້

ປະ​ເດັນ​ເລື່ອງ​ການ​ຂັບ​ລົດ​ຂອງ​ຄົນທີ່ຖືພາຢູ່​ນັ້ນ ບໍ່​ໄດ້​ຢູ່​ທີ່​ພຶດຕິກຳ​ໃນ​ການ​ຂັບ​ຂີ່ ​ແຕ່​ຢູ່​ທີ່​ຄວາມ​ເໝາະ​ສົມ​ໃນ​ການ​ຂັບ​ລົດ​ທີ່​ອາດຈະ​ບໍ່​ສະ​ດວກ​ສະບາຍ ເມື່ອ​ເຈົ້າ​ມີ​ອີກ​ຊີວິດ​ຮ່ວມ​ເດິນທາງ​ໄປ​ກັບ​ເຈົ້າ ແລະ​ມື້​ນີ້ ເຮົາ​ມາ​ອ່ານ​ເທກ​ນິ​ກດີ​ໆ ທີ່​ຈະ​ມາ​ບອກ​ເລົ່າ​ກັນ​ອີກ​ເທື່ອ

  1. ຮູ້​ຄວາມ​ສ່ຽງ ບໍ່​ວ່າ​ເຈົ້າ​ອ່ານ​ຕໍ່ໄປ​ແລ້ວ​ຈະ​ເຮັດ​ຈັ່ງໃດ ໃນ​ການ​ຂັບ​ລົດ ຈື່​ໄວ້​ວ່າ​ການ​ຂັບ​ລົດ​ມີ​ຄວາມ​ສ່ຽງ​ແລະ​ເມື່ອ​ເຈົ້າ​ມີ​ມົດລູກ​ຄວາມ​ສ່ຽງ​ກໍ​ຈະ​ຕົກ​ຢູ່​ກັບ​ລູກ​ຂອງ​ເຈົ້າ​ດ້ວຍ ມີ​ວິ​ໄຈ​ໃນສະຫາຣັດອາເມຣິກາ​ທີ່​ລະ​ບຸ​ວ່າ ເຈົ້າ​ມີ​ໂອ​ກາດ​ລຸລູກ 3 ເທົ່າ​ແລະ ເລືອດ​ຕົກ​ໃນ​ເຖິງ 2 ເທົ່າ ຫາກ​ເກີດ​ອຸປະຕິເຫດ​ໃນ​ຂະນະ​ຂັບ​ຂີ່​ແລະ​ແມ່ນ​ຈະ​ຊົນ​ບໍ່​ແຮງ ກໍ​ຍັງມີ​ໂອ​ກາດ​ລຸລູກ 5% ແຕ່​ຈາກ​ການສຶກສາ​ຫລ້າ​ສຸດ ພົບ​ວ່າ ໃນ​ຈຳນວນ​ດັ່ງ​ກ່າວ​ນັ້ນ ມີ​ກວ່າ 68% ທີ່​ບໍ່​ຍອມ​ຄາດ​ເຂັມ​ຂັດ​ໃນ​ຂະນະ​ຂັບ​ຂີ່ ແລະ​ປັບ​ທ່າ​ນັ່ງ​ບໍ່​ຖືກ​ຕ້ອງ
  2. ທ່າ​ນັ່ງ​ທີ່​ປ່ຽນ​ໄປ ເຈົ້າ​ຕ້ອງ​ເຂົ້າໃຈ​ວ່າ​ບໍ່​ໄດ້​ຂັບ​ຄົນ​ດຽວ ເມື່ອ​ເຈົ້າ​ຄິດ​ແລະ​ໝັ້ນໃຈແລ້ວ​ວ່າ​ຈະ​ຂັບ​ລົດ​ຂະນະ​ມີ​ມົດລູກ ຈື່​ໄວ້​ວ່າ​ທຸກ​ສິ່ງ​ທີ່​ຕ້ອງ​ປະຕິບັດ​ນັ້ນ​ໃຫ້​ຄິດສະເໝີ​ວ່າ ມີ​ອີກ​ຄົນ​ຢູ່​ກັບ​ເຮົາ ທີ່​ຕ້ອງ​ເລີ່ມ​ຕັ້ງ​ແຕ່​ທ່າ​ນັ່ງ​ໃຫ້​ປັບ​ຖອຍ​ຫລັງ​ຈາກ​ເດີມ​ຫ່າງ​ພວງ​ມາ​ໄລ​ 10 ຊັງ​ຕິ​ແມັດ ຫ້າມ​ນັ່ງ​ໃກ້ພວງ​ມາ​ໄລ ແລະ​ປັບ​ເບາະ​ແອນ​ເລັກນ້ອຍ ລວມ​ເຖິງ​ປັບ​ພວງ​ມາ​ໄລ​ໃຫ້​ສູງ​ຂຶ້ນ ເພື່ອ​ບໍ່​ໃຫ້​ແອລ໌​ແບກ​ນັ້ນ​ກະ​ແທກ​ເຂົ້າ​ທ້ອງ ເມື່ອ​ເກີດ​ເຫດ ແຕ່​ທັງ​ໝົດ​ນັ້ນ​ເຈົ້າ​ຕ້ອງ​ໃຫ້​ສາມາດ​ຄວບ​ຄຸມ​ຄັນ​ເລັ່ງ​ໄດ້ຄືເກົ່າ
  3. ຄາດ​ເຂັມ​ຂັດ​ນິລະ​ໄພ​ຢ່າງ​ຖືກ​ວິທີ ຈົ່ງ​ຈື່ເອົາ​ໄວ້​ວ່າ ແມ່ນ​ຈະຖືພາຢູ່ ເຈົ້າ​ກໍ​ຕ້ອງ​ຄາດ​ເຂັມ​ຂັດ​ນິລະໄພ ຢ່າ​ເອົາ​ຄວາມ​ຮູ້ສຶກ​ວ່າ​ມັນ​ຈະ​ອຶດ​ອັດ​ຄັບ​ພຸງ​ມາ​ເປັນ​ຂໍ້​ອ້າງ​ເພາະເຂັມ​ຂັດ​ນິລະ​ໄພ​ນີ້​ຊ່ວຍ​ເຈົ້າ​ແລະ​ລູກ​ໃນ​ການ​ບໍ່​ກະ​ແທກ​ກັບ​ພວງ​ມາ​ໄລ ຍາມ​ເກີດ​ອຸປະຕິເຫດ ແມ່ນຢູ່​ເມື່ອ​ເຈົ້າ​ທ້ອງ​ໃຫຍ່​ຂຶ້ນ​ຈາກ​ແຕ່ກ່ອນ ຄືຊິ​ຍາກ​ທີ່​ຈະ​ຄາດ​ເຂັມ​ຂັດ​ລະ​ໄພ ແຕ່​ວິທີ​ຄາດ​ນັ້ນ​ກໍ​ບໍ່​ຍາກ ໃຫ້​ເວັ້ນ​ສາມ​ຫລ່ຽມ​ນັ້ນ​ລະຫວ່າງ​ຊ່ວງ​ທ້ອງ ໂດຍ​ສາຍ​ເທິງ​ນັ້ນ​ຄວນ​ຢູ່​ຊ່ວງ​​ນົມ​ແລະ​ຄໍ ສ່ວນ​ສາຍ​ລຸ່ມ​ໃຫ້​ປັບ​ບໍ່​ໃຫ້​ຕຶງ​ຫລາຍ​ແລະ​ວາງ​ໄວ້​ໃຕ້​ພຸງ
  4. ລູກ​ໄມ້​ແກ້​ປວດ​ຊ່ວຍ​ໄດ້ ຫລາຍ​ຄົົນທີ່​ຂັບ​ລົດ​ຂະນະທີ່ກຳລັງຖືພາຢູ່ນັ້ນ​ຄື​ຈະ​ຕ້ອງ​ເຄີຍ​ພົບກັບ​ອາການ​ປວດ​ຫລັງ ຊຶ່ງ​ບໍ່ແມ່ນ​ເລື່ອງ​ແປກ​ຫຍັງ​ ການ​ທີ່​ເຈົ້າ​ມີ​ນ້ອງ​ຢູ່​ທີ່​ໜ້າ​ທ້ອງ ແຕ່​ບັນຫາ​ນີ້​ຈະ​ໝົດ​ໄປ ຖ້າ​ຫາ​ລູກ​ໄມ້​ແກ້​ປວດ​ມາ​ຕິດ​ຕັ້ງ​ໄວ້​ທີ່​ເບາະ ຊຶ່ງ​ມັນ​ຄື​ອຸປະກອນ​ນວດ​ຫລັງ​ ແລະ​ບໍ່​ມີ​ບັນຫາ​ໃດໆ​ຕໍ່​ເດັກ​ໃນ​ມົດລູກ
  5. ຢ່າ​ໃຊ້​ຄວາມ​ໄວ ເມື່ອ​ທຸກ​ຢ່າງ​ພ້ອມ​ກໍ​ຈື່ໄວ້​ວ່າ​ເຈົ້າ​ຕ້ອງ​ຂັບ​ລົດ​ບໍ່​ໄວ​ເກີນ​ໄປ​ສ່ວນຫນຶ່ງ​ຄື​ເພື່ອ​ປ້ອງ​ກັນ​ອຸປະຕິເຫດ​ທີ່​ອາດຈະ​ເກີດ​ຂຶ້ນ ອີກ​ສ່ວນຫນຶ່ງ​ຄື​ຫລຸດຜ່ອນ​ອາການ​ບາດ​ເຈັບ​ທີ່​ອາດຈະ​ເກີດ​ຂຶ້ນ ຊຶ່ງ​ການ​ໃຊ້​ຄວາມ​ໄວ​ບໍ່​ເທົ່າໃດ ເຮັດໃຫ້​ເຈົ້າຫ​ລຸດ​ຄວາມ​ສ່ຽງ​ຕໍ່ການ​ລຸລູກ ແຕ່​ຍັງ​ສາມາດ​ຂັບ​ລົດ​ໄດ້​ຢ່າງ​ປອດ​ໄພ

ທັງ 5 ຂໍ້​ນີ້​ໜ້າ​ຈະ​ຊ່ວຍ​ໃຫ້​ເຈົ້າ​ສາມ​າດ​ຂັບ​ລົດ​ຊ່ວຍ​ຕົວ​ເອງ​ໄດ້​ໃນ​ເລື່ອງ​ການເດີນທາງ​ຍາມ​ເຈົ້າ​ຖືພາ ແຕ່​ຈາກ​ຄຳ​ແນະ​ນຳ​ຂອງ​ແພດ​ ໃນ​ສະ​ຫາຣັດ​ກໍ​ເປີດ​ເຜີຍ​ອີກວ່າ ເມື່ອ​ເຂົ້າ​ສູ່​ເດືອນ​ທີ່ 7 ຫລື 12 ອາທິດ​ກ່ອນ​ເກີດ​ນັ້ນ ຄວນ​ງົດ​ກິດຈະກຳ​ຂັບ​ລົດ​ເພື່ອ​ຄວາມ​ປອດ​ໄພ