5 ວິທີປ້ອງກັນບໍ່ໃຫ້ເດັກນ້ອຍຜິດປົກກະຕິແຕ່ກຳເນີດ

index111

5 ວິທີ​ປ້ອງ​ກັນ​ບໍ່​ໃຫ້​ເດັກນ້ອຍ​ຜິດ​ປົກກະຕິ​ແຕ່​ກຳ​ເນີດ

  1. ກວດ​ຫາ HPV Human papillomavirus (HPV) ເປັນ​ເຊື້ອ​ໄວ​ລັດ​ທີ່​ຕິດ​ຕໍ່​ກັນ​ໄດ້​ຜ່ານ​ທາງ​ເພດ​ສຳພັນແມ່ນ HPV ອາດ​ບໍ່​ໄດ້​ກ່ຽວ​ຂ້ອງ​ຫລື​ເປັນ​ສາ​ເຫດ​ໂດຍ​ກົງ​ຂອງ​ພາ​ວະ​ຜິດ​ປົກກະຕິ​ແຕ່​ກຳ​ເນີດ​ໃນ​ເດັກນ້ອຍ​ແຕ່ HPV ກໍ​ເປັນ​ສາ​ເຫດ​ໜຶ່ງ​ຂອງ​ການ​ເກີດ​ກ່ອນ​ກຳນົດແລະ​ການ​ເກີດ​ກ່ອນ​ກຳນົດ​ກໍ​ເຮັດໃຫ້​ເກີດ​ພາ​ວະ​ບົກຜ່ອງ​ທາງ​ສະຫມອງ​ແລະ​ປອດ​ໃນ​ເດັກ​ໄດ້​ເພາະ​ສະ​ນັ້ນ​ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງ ໃຜ​ທີ່​ຢາກ​ມີ​ລູກລອງ​ໄປ​ກວດ​ຫາ HPV ກ່ອນ

 1.

  1. ຮັບປະທານ​ກົດ​ໂຟ​ລິກ ກົດ​ໂຟ​ລິກ (ວິ​ຕາ​ມິນ​ບີ ຊະນິດ​ໜຶ່ງ​ທີ່​ລະ​ລາຍ​ໄດ້​ໃນ​ນ້ຳ) ສຳຄັນ​ກັບ​ຜູ້ຍິງ​ຖືພາລວມ​ທັງ​ຜູ້ຍິງ​ທຸກ​ຄົົນທີ່​ເຂົ້າ​ສູ່​​ໄວ​ທີ່​ຖືພາ​ໄດ້​ ໃຜ​ທີ່​ຢາກ​ມີ​ລູກ​ຫລື​ກຳ​ລັງ​ຄິດ​ຈະ​ມີ​ລູກຄວນ​ເລີ່ມ​ກິນ​ກົດ​ໂຟ​ລິກ​ເສີມ​ກ່ອນ​ຖືພາ​ຢ່າງ​ນ້ອຍ 1-3 ເດືອນແລະ​ກິນ​ຕໍ່ໄປ​ອີກ3ເດືອນ​ຫລັງ​ຈາກ​ຖືພາ​ແລ້ວເພາະ​ກົດ​ໂຟ​ລິກຈຳ​ເປັນ​ຫລາຍ​ໃນ​ການສ້າງ​ເຊລ໌​ຕ່າງໆຂອງ​ຕົວ​ອ່ອນ​ເດັກນ້ອຍຫາກ​ຂາດ​ກົດ​ໂຟ​ລິກ​ອາດ​ເປັນ​ສາ​ເຫດ​ໃຫ້​ເດັກນ້ອຍ​ພິ​ການສະຫມອງ​ແລະ​ລະບົບ​ປະສາດ​ສ່ວນ​ກາງ​ຜິດ​ປົກກະຕິ

 2.

 

  1. ຫລີກ​ລ້ຽງ​ສານ​ເຄ​ມີ​ທຳຄວາມ​ສະ​ອາດ​ເຮືອນ ໃຜ​ທີ່​ເປັນ​ແມ່​ເຮືອນ,ເຮັດວຽກ​ເຮືອນ​ເລື້ອຍຫລື​ເຮັດວຽກ​ໃນ​ໂລຮ​ງານຄວນ​ຫລີກ​ລ້ຽງ​ສານ​ເຄ​ມີ​ທຳ​ຄວາມ​ສະ​ອາດ​ຫລື​ສານ​ເຄ​ມີ​ອື່ນໆໃຫ້​ຫລາຍ​ທີ່ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້ແຕ່​ຫາກ​ເປັນ​ງານ​ທີ່​ເຈົ້າ​ຕ້ອງ​ເຮັດ​ທຸກ​ມື້​ແລະ​ລ້ຽງ​ບໍ່​ໄດ້​ແທ້ໆກໍ​ຕ້ອງ​ໃສ່​ຖົງ​ມືຜ້າ​ປິດ​ປາກແລະອຸປະກອນ​ປ້ອງ​ກັນ​ອື່ນໆໄວ້​ນຳ

 

 3.

  1. ພົບ​ແພດ​ກ່ອນ​ຄິດ​ຈະ​ມີ​ລູກ ສຳລັບ​ໃຜ​ທີ່​ວາງ​ແຜນ​ຈະ​ມີ​ລູກຂໍ​ແນະ​ນຳ​ໃຫ້​ໄປ​ພົບ​ແພດ​ຫລື​ປຶກ​ສາ​ກ່ອນ​ຈະ​ດີ​ທີ່ສຸດ Dr. John R. Sussman ຜູ້​ຂຽນ​ຫນັງສື​ຊື່ The Unofficial Guide to Having a Baby ໄດ້​ໃຫ້​ຄຳ​ແນະ​ນຳ​ທຸກ​ຄອບຄົວ​ວ່າການ​ເຂົ້າ​ປຶກ​ສາ​ແພດ​ກ່ອນ​ຄິດ​ຈະ​ມີ​ລູກ​ເປັນ​ເລື່ອງ​ສຳຄັນ​ຫລາຍເພາະ​ທ່ານແມ່​ແຕ່​ລະ​ຄົນ​ມີ​ສະພາບ​ຮ່າງກາຍ​ບໍ່​ຄືກັນຢ່າງ​ນ້ອຍ​ກໍ​ຄວນ​ເຂົ້າ​ມາ​ກວດ​ຫລື​ປຶກ​ສາ​ແພດ​ເບິ່ງ​ກ່ອນເພື່ອ​ປ້ອງ​ກັນ​ການ​ເກີດ​ເຫດ​ຮ້າຍ​ໃດໆໃນ​ອະນາຄົດ

 

 4.

  1. ຫ້າມ​ດື່ມ​ແອນ​ກໍ​ຮໍ ເປັນ​ທີ່​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ​ການ​ດື່ມ​ແອນ​ກໍ​ຮໍ​ນັ້ນ​ເປັນ​ອັນຕະລາຍ​ຫລາຍ​ຕໍ່ແມ່ຍິງ​ມີ​ລູກ​ແລະ​ເດັກ​ໃນ​ມົດລູກ​ການ​ດື່ມ​ເຄື່ອງ​ດື່ມ​ແອນ​ກໍ​ຮໍເປັນ​ໜຶ່ງ​ໃນ​ສາ​ເຫດ​ທີ່​ເຮັດໃຫ້​ເກີດ​ພາ​ວະ fetal alcohol syndrome (FAS) ໂດຍ​ເປັນ​ກຸ່ມ​ອາການ​ຂອງ​ເດັກນ້ອຍ​ທີ່​ເກີດ​ຈາກ​ແມ່​ທີ່​ດື່ມ​ແອນ​ກໍ​ຮໍສົ່ງ​ຜົນ​ໃຫ້​ເດັກ​ໃນ​ມົດລູກ​ມີ​ສະພາບ​ຮ່າງກາຍ​ທີ່​ຜິດ​ປົກກະຕິເຊັ່ນຊ່ອງ​ຕາ​ສັ້ນ ປາຍ​ດັງ​ພິ​ການ ບາງເທື່ອ​ກໍ​ເສຍຊີວິດ​ຈາກ​ການ​ເກີດ​ກ່ອນ​ກຳນົດ​

5.