5 ວິທີ ກິນເຂົ້າແລງ ບໍ່ໃຫ້ຕຸ້ຍ

K200054

ການ​ອົດອາຫານ ຄື ການຫ​ລຸດ​ນ້ຳ​ໜັກ​ແບບ​ຜິດໆ ແຕ່ ມື້​ແລງເປັນ​ມື້​ທີ່​ສາວໆຢ້ານ​ຕຸ້ຍ​ກັນ​ ທີ່ ສຸດ ແຕ່​ມື້​ນີ້​ເຮົາ​ມີ​ເຕັກ​ນິກ​ການ​ກິນ ມື້​ຄໍ່າມາ​ຝາກ​

1. ບໍ່​ຄວນ​ງົດ​ອາຫານແລງ

ສາວໆ ຫລາຍ​ທ່ານ​ມັກ​ຫລຸດ​ນ້ຳ​ໜັກ​ດ້ວຍ​ວິທີ​ການ​ງົດ​ອາຫານ​ແລງ ເຊິ່ງ​ບໍ່​ຄວນ​ເຮັດ ນອກ​ຈາກ​ຈະ​ຢາກແລ້ວ ຍັງ​ບໍ່​ເຮັດໃຫ້​ນ້ຳ​ໜັກ​ຫລຸດ​ໄດ້ເທົ່າໃດ​ ເນື່ອງ​ຈາກ​ເມື່ອ​ເຖິງ​ເວລາ​ອາຫານ ໂດຍ​ປົກກະຕິ​ຮ່າງກາຍ​ຈະ​ຫລັ່ງ​ກົດ​ອອກ​ມາ​ເພື່ອ​ມີການ​ຍ່ອຍ​ອາຫານ ດັ່ງ​ນັ້ນ ເມື່ອ​ບໍ່​ມີ​ອາຫານ​ໃນ​ກະເພາະ ນ້ຳ​ຍ່ອຍ​ກໍ​ຈະ​ມາ​ຍ່ອຍ​ກະເພາະ​ແທນ ເຮົາ​ຈຶ່ງ​ຄວນຫ​ລຸດ​ຫລາຍກວ່າ​ງົດ ເລືອກ​ກິນ​ອາຫານ​ເບົາໆ ຫລື ​ອາຫານ​ທີ່​ໃຫ້​ພະລັງ​ງານ​ໜ້ອຍ​ທີ່ສຸດ ​ເຊັ່ນ ເນັ້ນ​ຜັກ ​ແລະ ​ຫມາກໄມ້ ສ່ວນ​ຊີ້ນສັດ​ຕິດ​ໄຂ​ມັນ ຂອງ​ມັນໆ ຈືນໆ ຄວນ​ງົດ​ຈະ​ດີກວ່າ ​​ແລະ ​ເວລາ​ທີ່​ຄວນ​ກິນຄື​ ຫົກ​ໂມງ​ແລງ​ຫາເຈັດໂມງ ບໍ່​ຄວນ​ກິນ​ເດິກ​ກວ່າ​ນີ້

2. ຫລັງ​ກິນ​ອາຫານ​ແລງ​ບໍ່​ຄວນ​ອອກ​ກຳ​ລັງ​ກາຍ​ຕໍ່​ທັນທີ

ບາງທ່ານ​ຢ້ານ​ຕຸ້ຍ ຫລັງ​ກິນ​ອາຫານ​ແລງ​ຈຶ່ງ​ອອກ​ກຳ​ລັງ​ກາຍ​ທັນ​ທີ ຄວາມ​ຈິງ​ແລ້ວ​ເປັນ​ເລື່ອງ​ທີ່​ບໍ່​ຄວນ​ເຮັດ ຖ້າ​ເຮົາ​ກິນ​ອາຫານ​ພາຍ​ໃນ​ເວລາ 1-2ຊົ່ວໂມງ ແລ້ວ​ໄປ​ອອກ​ກຳ​ລັງ​ກາຍ​ທັນ​ທີ ອາດ​ເຮັດໃຫ້​ເຮົາ​ເກີດ​ອາການ​ຈຸກ​ໄດ້ ຖ້າ​ເປັນ​ໄປ​ໄດ້​ຄວນ​ຍ່າງ​ເລື່ອຍ​ໆ ບໍ່​ຕ້ອງ​ເລັ່ງ ເພາະ​ເວລາ​ເຮົາ​ຍ່າງ ​ລຳ​ໄສ້​ຈະ​ມີ​ກາ​ນຂະ​ຍັບ​ໂຕ ອາຫານ​ກໍ​ຈະ​ຍ່ອຍ​ງ່າຍ ​ແລະ ​ຍັງ​ເປັນ​ການ​ໃຊ້​ພະລັງ​ງານ​ໄປ​ໃນ​ໂຕນໍາອີກ​ ເປັນ​ແນວ​ທາງ​ທີ່​ດີ​ໃນ​ການ​ປະຕິບັດ​ຈະ​ໄດ້​ບໍ່​ຕຸ້ຍ? ສ່ວນ​ສາວໆ ທີ່​ຕ້ອງ​ການ​ອອກ​ກຳ​ລັງ​ກາຍ​ຫລັງ​ເລີກ​ວຽກ ເປັນ​ຕົ້ນ​ວ່າ ​ໄປ​ເຂົ້າ​ຟິດ​ເນສ ຈະ​ມີ​ຫລັກ​ການ​ກິນ ເຂົ້າແລງແບບໃດ ຄວາມ​ຈິງ​ແລ້ວ​ຖ້າ​ຄິດ​ຈະ​ອອກ​ກຳ​ລັງ​ກາຍ​ໃນ​ໄລຍະຕອນແລງ​ ພໍ​ເລີກ​ວຽກ​ຄວນ​ກິນ​ອາຫານ​ເບົາໆ ອາຫານ​ທີ່​ຍ່ອຍ​ງ່າຍ ຫຍ້ຳ​ໃຫ້​ລະອຽດ ເວັ້ນ​ປະ​ມານ 1-2ຊົ່ວໂມງ ກ່ອນ​ການ​ອອກ​ກຳ​ລັງ​ກາຍ ງົດ​ອາຫານ​ຍ່ອຍ​ຍາກ ເຊັ່ນ ຂອງ​ມັນ ຂອງ​ຈືນ ອາຫານ​ທີ່​ມີ​ກະ​ທິ​ເຫລົ່າ​ນີ້​ຈະ​ຍ່ອຍ​ຍາກ

3. ຫລັງ​ອາຫານ​ແລງ​ບໍ່​ຄວນ​ອາບ​ນ້ຳ​ໃນ​ທັນທີ

ເພາະເມື່ອ​ເຮົາ​ກິນ​ອາຫານ ຂະນະ​ທີ່​ອາຫານ​ກຳ​ລັງ​ຍ່ອຍ ກະເພາະ​ຕ້ອງ​ເຮັດວຽກ ເລືອດ​ຕ້ອງ​ຖືກ​ໄປ​​ຫລໍ່​ລ້ຽງ​ກະເພາະ​ ເພື່ອ​ຊ່ວຍ​ໃນ​ການ​ຍ່ອຍ ຖ້າ​ເຮົາ​ໄປ​ອາບ​ນ້ຳ​ ພາຍຫລັງ​ອາຫານ ເຊິ່ງ​ໂດຍ​ປົກກະຕິ​ແລ້ວ​ມະນຸດ​ເປັນ​ສັດ​ເລືອດ​ອຸ່ນ ເມື່ອ​ຮ່າງກາຍ​ຖືກ​ນ້ຳ​ເຢັນ​ໆ ກໍ​ຈະ​ເຮັດໃຫ້​ເລືອດ​ຈຳ​ເປັນ​ຕ້ອງ​ມາ​ທີ່​ບໍລິເວນ​ຜິວ​ໜັງ ເພື່ອ​ເຮັດໃຫ້​ຮ່າງກາຍ​ອົບ​ອຸ່ນ ດັ່ງ​ນັ້ນ​ແລ້ວ​ເລືອດ​ຈຶ່ງ​ຖືກ​ແບ່ງ​ອອກ​ເປັນ 2ສ່ວນ ເຊິ່ງ​ແນ່ນອນ​ວ່າ ມັນ​ຕ້ອງ​ຖືກ​ແບ່ງ​ມາ​ທີ່​ຜິວ​ໜັງ​ກ່ອນ​ເປັນ​ອັນ​ດັບ​ທໍາອິດ ເຮັດໃຫ້​ເລືອດ​ສົ່ງ​ໄປ​ທີ່​ກະເພາະ​ໄດ້​ນ້ອຍ ສິ່ງ​ທີ່ເກີດຂຶ້ນ​ຄື ​ລະບົບ​ການ​ຍ່ອຍ​ເຮັດວຽກ​ບໍ່​ເຕັມ​ປະ​ສິດ​ທິ​ພາບ ທ້ອງ​ຈະ​ອືດ ແໜ້ນ​ທ້ອງ ຈຸກ ຈຶ່ງ​ຄວນ​ເວັ້ນ​ຢ່າງ​ນ້ອຍ​ທີ່ສຸດ 30ນາ​ທີ ແລະ​ ທາງ​ທີ່​ດີ​ທີ່ສຸດ​ຕ້ອງ​ປະ​ມານ 1ຊົ່ວໂມງ ສຳລັບ​ອາຫານ​ທີ່​ຍ່ອຍ​ງ່າຍ ແລະ 2ຊົ່ວໂມງ ຖ້າ​ເຮົາ​ຮັບປະທານ​ອາຫານ​ທີ່​ຍ່ອຍ​ຍາກ

4. ຫາກ​ສາວໆ ຕ້ອງ​ການຫ​ລຸດ​ຄວາມ​ຕຸ້ຍ​ໂດຍໃຫ້​ກິນ​ຜັກ ​ຫລື​ ຫມາກໄມ້​ໃນມື້ແລງ

ຜູ້ທີ່​ຕ້ອງ​ການ​ຫລຸດ​ນ້ຳ​ໜັກ ມື້​ແລງ ອາດ​ກິນ​ເປັນ​ຜັກ​ຫມາກໄມ້ ແລະ​ ຈະ​ຕ້ອງ​ບໍ່​ເລືອກ​ຫມາກໄມ້​ທີ່​ເປັນ​ກົດ ເພາະ​ຂະນະ​ທ້ອງ​ວ່າງ​ຮ່າງກາຍ​ຈະ​ມີ​ກົດ​ຫລາຍ​ຢູ່​ແລ້ວ ແລະ​ ຫລີກລ້ຽງ​ການ​ກິນ​ຜັກ ​ຫລື​ຫມາກໄມ້​ດິບ​ຂະນະ​ທ້ອງ​ວ່າງ ເພາະ​ຈະ​ເຮັດໃຫ້​ທ້ອງ​ອືດ​ໄດ້ ແນະ​ນຳ​ວ່າ​ໃຫ້​ກິນ​ຜັກ​ສຸກ ເຊັ່ນ ການ​ລວກ ການ​ຕົ້ມ ແກງ​ຈືດ ຫລື​ ຍໍາ​ທີ່​ລົດ​ຊາດ​ບໍ່​ເພັດ​ຫລາຍ

5. ອາຫານແລງ ທີ່​ຄວນ​ຫລີກລ້ຽງ​

ໄດ້​ແກ່ ອາຫານ​ທີ່​ຍ່ອຍ​ຍາກ ເຊັ່ນ ຂອງ​ມັນ ຂອງ​ຈືນ ຊິ້ນສັດ​ຕິດ​ມັນ ອາຫານ​ທີ່​ມີ​ ຄໍ​ເລສ​ເຕີ​ລໍ​ສູງ ຖ້າ​ຕ້ອງ​ກິນຄວນ​ທານ​ໃນ​ປະລິມານ​ໜ້ອຍໜຶ່ງ ອາຫານ​ທີ່​ເປັນ​ກົດ​ຫລາຍ ສຳລັບ​ໄວ​ຜູ້ໃຫຍ່    ແນະ​ນຳ​ວ່າ​ອາຫານ ແລງ ຄວນ​ເປັນ​ອາຫານ​ຍ່ອຍ​ງ່າຍ ມີ​ໂປ​ຕີນ​ສູງ ມີ​ຄາ​ໂບ​ໄຮ​ເດ​ດ​ ນຳ ແຕ່​ບໍ່​ຕ້ອງ​ຫລາຍ ເຊັ່ນ ເຂົ້າ ເຂົ້າ​ຊ້ອມ​ມື ຜັກ​ລວກ ຜັກ​ຕົ້ມ ແລະ ​ຕ້ອງ​ຄຳ​ນຶງ​ເຖິງ​ສານ​ອາຫານ​ທີ່​ຄົບ​ທັງ 5ໝູ່​

ຢ່າ​ຄິດວ່າ​ ອາຫານ ຕອນແລງ ບໍ່​ສຳຄັນ​ ຄວນ​ໃສ່​ໃຈ​ ແລະ ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ເລືອກ​ກິນ ເຂົ້າແລງ ໃຫ້​ຫລາຍ ແຕ່​ຕ້ອງ​ກິນ​ພຽງ​ພໍ​ ບໍ່​ກິນ​ຫລາຍ​ເກີນ​ໄປ ເພາະ​ນອກ​ຈາກ​ຈະ​ເຮັດໃຫ້​ຕຸ້ຍ​ແລ້ວ​ຍັງມີ​ອີກ​ຫລາຍ​ພະຍາດນໍາມາ​ຈາກ​ການ​ກິນອາຫານ ແລງ ທີ່​ບໍ່​ຖືກ​ສຸຂະລັກສະນະ ເຊັ່ນ    ເບົາ​ຫວານ ໄຂ​ມັນ​ໃນ​ເລືອດ ຄວາມ​ດັນ​ເລືອດ​ສູງ ພະຍາດ​ຫົວ​ໃຈ ນອກ​ຈາກ​ນີ້​ແລ້ວ​ຍັງ​ສົ່ງ​ຜົນ​ເຖິງ ​ຄຸນນະພາບ​ການ​ນອນ​ນໍາອີກ​