5 ສານອາຫານທີ່ຈຳເປັນສຳລັບຜູ້ຊາຍ

1

ກາ​ນ​ບໍລິ​ໂພກ​ອາຫານ​ທີ່​ດີ​ຊ່ວຍ​ໃຫ້​ຮ່າງກາຍ​ໄດ້ຮັບສານ​ອາຫານຈຳ​ເປັນພຽງ​ພໍມີ​ນ້ຳ​ໜັກ​ໂຕເໝາະ​ສົມຫລຸດ​ພາ​ວະ​ສ່ຽງ​ຕໍ່​ການ​ເກີດ​ພະຍາດ​ຕ່າງໆທີ່​ມັກ​ຈະ​ເກີດ​ໃນ​ຜູ້​ຊາຍໄດ້​ແກ່ ພະຍາດ​ຫົວ​ໃຈ,ພະຍາດມະ​ເຮັງ,ພະຍາດ​ຫລອດ​ເລືອດ​ສະຫມອງ,ຄວາມ​ດັນ​ເລືອດ​ສູງ ແລະ​ພະຍາດ​ປະດົງ

ການສ້າງ​ສຸຂະພາບ​ທີ່​ດີ​ໃຫ້​ກັບ​​ຜູ້​ຊາຍ​ໃນ​ທາງ​ໂພສະ​ນາ​ການສິ່ງ​ທໍາອິດ​ທີ່​ຄວນ​ປະຕິບັດ​ໃຫ້ເປັນ​ນິ​ໄສ​ຄື​ການ​ກິນ​ອາຫານ​ໃຫ້​ຫລາກ​ຫລາຍ​ຄົບ​ທັງ5ໝູ່ເຊິ່ງ​ໄດ້​ແກ່ເຂົ້າ,ແປ້ງ,ຊີ້ນ​ສັດ ຜັກ,ຫມາກໄມ້ແລະ​ນ້ຳ​ມັນແຕ່​ບໍ່​ຄວນ​ກິນ​ອາຫານ​ຊ້ຳ​ໆເພາະ​ນອກ​ຈາກ​ຮ່າງກາຍ​ຈະ​ໄດ້ຮັບ​ແຕ່ສານ​ອາຫານ,ທີ່​ຄືເກົ່າ ຍັງມີ​ຂໍ້​ເສຍ​ທີ່​ບໍ່ດີ​ໄປ​ກວ່າ​ນັ້ນ​ຄື​ຖ້າ​ອາຫານ​ຈານ​ທີ່ມັກ​​ກິນ​ເປັນ​ປະຈຳ​ມີ​ສານ​ປົນ​ເປື້ອນຮ່າງກາຍ​ຈະ​ສະ​ສົມ​ສານ​ພິດ​ນັ້ນ​ໄວ້ເມື່ອ​ມີ​ຫລາຍ​ຈົນ​ເຖິງ​ລະ​ດັບ​ທີ່​ຮ່າງກາຍ​ຮັບ​ບໍ່​ໄຫວ​ກໍ​ຈະ​ເປັນ​ຜົນ​ເສຍ​ຕໍ່​ສຸຂະ​ພາບ

ທັງ​ນີ້​ມັນ​ກໍ​ມີສານ​ອາຫານບາງຢ່າງ​ນອກ​ຈາກ​ຈະ​ເຮັດ​ຫນ້າທີ່​ເປັນ​ອາຫານ​ແລ້ວຍັງ​ຊ່ວຍ​ໃຫ້​ຮ່າງກາຍ​ຂອງ​ຜູ້​ຊາຍ​ແຂງ​ແຮງສາມາດ​ປ້ອງ​ກັນ​ພະຍາດ​ໄດ້​ໂດຍ​ບໍ່​ຕ້ອງ​ອາໃສຢາພະ​ຜະລິດຕະພັນ​ອາຫານ​ເສີມ

1

  1. ແຄ​ຊຽມ

ແຄ​ຊຽມ​ເປັນ​ແຮ່ທາດ​ສຳຄັນຊຶ່ງ​ສຳຫລັບ​ຜູ້​ຊາຍ​ແລ້ວປະລິມານ​ທີ່​ຄວນ​ໄດ້ຮັບຄືມື້​ລະ 800 ມິ​ລິ​ກຣາມເພາະ​ຖ້າ​ຮ່າງກາຍ​ຂາດ​ແຄ​ຊຽມ​ຈະ​ເຮັດໃຫ້​ເກີດ​ຕະ​ຄິວຄວາມ​ດັນ​ເລືອດ​ສູງ ພະຍາດ​ກະດູກ​ພຸ່ຍ,ແຄ​ຊຽມ​ເປັນ​ສ່ວນ​ປະກອບ​ຫລັກ​ຂອງ​ກະດູກ​ແລະ​ແຂ້ວຊຶ່ງ​ມີ​ປະລິມານ​ຫລາຍ​ທີ່ສຸດ​ໃນ​ຮ່າງກາຍ​ຂອງ​ເຮົາຜູ້​ຊາຍ​ທີ່​ດື່ມ​ເຫລົ້າກາ​ເຟ​ເປັນ​ປະຈຳ​ເຮັດໃຫ້​ຮ່າງກາຍ​ນຳ​ແຄ​ຊຽມ​ໄປ​ໃຊ້​ໄດ້​ໜ້ອຍເປັນ​ສາ​ເຫດ​ທີ່​ເຮັດໃຫ້​ຜູ້​ຊາຍ​ໄດ້ຮັບ​ແຄ​ຊຽມ​ບໍ່​ພຽງ​ພໍ

ອາຫານ​ທີ່​ມີ​ແຄ​ຊຽມ: ມີ​ຫລາຍ​ໃນ​ຜັກ​ໃບ​ຂຽວ​ເຂັ້ມ ເຊັ່ນ ຜັກກາດນາ ຜັກ​ຊີ ງາ ປາ​ທີ່​ກິນ​ໄດ້​ທັງ​ກະດູກ,ຖົ່ວ​ເຫລືອງ,ເຕົ້າ​ຮູ້,ນົມ​ແລະ​ຜະລິດຕະພັນ​ຈາກ​ນົມ,ເຊັ່ນ ໂຢເກີດ ຊີສ

3

  1. ສັງ​ກະສີ

ສັງ​ກະ​ສີ​ຊ່ວຍ​ສ້າງ​ຮໍ​ໂມນ​ເພດ​ຊາຍປະລິມານ​ທີ່​ຄວນ​ໄດ້ຮັບ​ຄືມື້​ລະ15ມິ​ລິ​ກຣາມຊຶ່ງ​ໃນ​ຮ່າງກາຍ​ຂອງ​ຜູ້ໃຫຍ່​ມີ​ສັງ​ກະ​ສີ​ປະ​ມານ 2-3 ກຣາມມີ​ຫລາຍ​ຢູ່ຕັບຕ່ອມ​ໝາກອັດຖະ ນ້ຳ​ອະ​ສຸ​ຈິແລະ​ຜິວ​ໜັງລະ​ດັບ​ຂອງ​ສັງ​ກະ​ສີ​ຈະ​ຫລາຍ​ຫລື​ໜ້ອຍ​ຂຶ້ນ​ຢູ່​ກັບ​ອາຫານ​ທີ່​ເຮົາ​ກິນ​ໃນ​ແຕ່​ລະ​ມື້ການ​ຂາດ​ສັງ​ກະ​ສີ​ເຮັດໃຫ້​ສະມັດຖະພາບ​ທາງ​ເພດຫ​ລຸດລົງມັກ​ພົບ​ໃນ​ຜູ້​ທີ່​ມີ​ພາ​ວະ​ໂພສະນາ​ການ​ຕ່ຳ​ແລະ​ຜູ້​ທີ່​ສູບ​ຢາ,ດື່ມ​ເຫລົ້າ​ເປັນ​ປະຈຳ,ການ​ກິນ​ອາຫານ​ຫລາກ​ຫລາຍ​ໃນ​ປະລິມານ​ທີ່​ເໝາະ​ສົມ​ຈະ​ຊ່ວຍ​ໃຫ້​ຮ່າງກາຍ​ໄດ້ຮັບ​ສັງ​ກະ​ສີ​ຢ່າງ​ພຽງ​ພໍ

ອາຫານ​ມີ​ທາດ​ສັງ​ກະ​ສີ:ຫອຍ​ນາງ​ລົມ​ມີ​ປະລິມານ​ສັງ​ກະ​ສີ​ຫລາຍກວ່າ​ອາຫານ​ອື່ນໆ ຫລາຍ​ເທົ່າແຕ່​ກໍ​ມີ​ໂຄ​ເລດ​ເຕີ​ລໍ​ສູງ​ດ້ວຍ​ເຊັ່ນ​ກັນບໍ່​ຄວນ​ກິນ​ຫອຍ​ນາງ​ລົມ​ພ້ອມ​ກັບ​ອາຫານ​ທີ່​ມີ​ໂຄ​ເລດ​ເຕີ​ລໍ​ສູງເຊັ່ນໄຂ່,ເຄື່ອງ​ໃນ​ສັດ,ເປັນ​ຕົ້ນອາຫານ​ອື່ນໆທີ່​ມີ​ສັງ​ກະ​ສີ​ສູງໄດ້​ແກ່ ຊີ້ນ​ງົວ,ໄກ່,ໝາກຖົ່ວດິນ,ທັນຍະ​ພືດ,ງາແລະ​ຊີສ

3.1

  1. ແມກ​ນີ​ຊຽມ

ແມກ​ນີ​ຊຽມ​ຊ່ວຍ​ປິ່ນປົວ​ສົມ​ດຸນ​ໃຫ້​ຮໍ​ໂມນ​ເພດປະລິມານ​ທີ່​ຄວນ​ໄດ້ຮັບ​ມື້​ລະ 420 ມິລິ​ກຣາມຊຶ່ງ​ຊ່ວຍ​ໃຫ້​ການເຮັດວຽກງານ​ຂອງ​ເອນ​ໄຊ​ຕ່າງໆໃນ​ຮ່າງກາຍ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນຊ່ວຍ​ໃຫ້​ກ້າມ​ຊີ້ນ​ຄາຍ​ຕົວການ​ດື່ມ​ເຫລົ້າ​ແລະ​ສູບ​ຢາ​ມັກ​ເຮັດໃຫ້​ຮ່າງກາຍ​ຂາດ​ແຮ່ທາດ​ໂຕນີ້ ຖ້າ​ຂາດ​ຫລາຍ​ຈະ​ເຮັດໃຫ້​ບຸກຄະລິກກະພາບ​ປ່ຽນ​ໄປມື​ສັ່ນກ້າມ​ຊິ້ນ​ຈັງ ດັ່ງ​ນັ້ນ​ຜູ້​ຊາຍ​ຈຶ່ງ​ຄວນ​ກິນ​ອາຫານ​ທີ່​ມີ​ແມກ​ນີ​ຊຽມ​ໃຫ້​ພຽງ​ພໍ​ໃນ​ແຕ່​ລະມື້

ອາຫານ​ທີ່​ມີ​ແມກ​ນີ​ຊຽມ:ມີ​ຫລາຍ​ໃນ​ຖົ່ວ​ເຫລືອງ​ແລະ​ຜະລິດຕະພັນ​ຈາກ​ຖົ່ວ​ເຫລືອງເຊັ່ນ ເຕົ້າ​ຮູ້​ຕ່າງໆ,ມັນ​ຝຣັ່ງ,ປາ​ທະ​ເລ,ຖົ່ວດິນ,ນົມ ຜັກ​ຫົມ

4

  1. ໄລ​ໂຄ​ປີນ

ເປັນ​ສານ​ປະກອບ​ທີ່​ມີ​ຫລາຍ​ໃນ​ພືດ​ຕະກູນ​ແຄ​ໂລ​ທີ​ນອຍ(carotenoid)ມີ​ປະໂຫຍດ​ຕໍ່​ສຸຂະພາບ​ໃນ​ເລື່ອງ​ຂອງ​ການຫ​ລຸດ​ຄວາມ​ສ່ຽງ​ຈາກ​ການ​ເກີດ​ພະຍາດ​ຕ່ອມ​ລູກ​ອັນຖະ​ໃຫຍ່ມະ​ເຮັງ​​ອັນຖະແລະ​ມະ​ເຮັງ​ປອດ​ຊຶ່ງ​ພົບ​ຫລາຍ​ໃນ​ຜູ້​ຊາຍອາຫານ​ທີ່​ມີ​ໄລ​ໂຄ​ປີນ:ພົບ​ຫລາຍ​ໃນ​ຜັກ​ຫມາກໄມ້​ທີ່​ມີ​ສີ​ສົ້ມ,ແດງເຊັ່ນ ໝາກເລັ່ນ,ໝາກແຕງ​ໂມ​ໝາກຮຸ່ງ,ແຄນ​ຕາ​ລຸບ,ນ້ຳ​ໝາກເລັ່ນ,ຊອດ​ໝາກເລັ່ນເປັນ​ຕົ້ນການ​ປຸງ​ອາຫານ​ໂດຍ​ສະເພາະ​ໝາກເລັ່ນ​ທີ່​ຜ່ານ​ຄວາມ​ຮ້ອນ​ຈະ​ມີ​ປະລິມານ​ໄລ​ໂຄ​ປີນ​ຫລາຍກວ່າ​ການ​ກິນ​ສົດໆ

5

  1. ໂຟ​ເລດ

ເປັນສານ​ອາຫານທີ່​ສຳຄັນ​ສຳຫລັບ​ສະຫມອງປະລິມານ​ທີ່​ຄວນ​ໄດ້ຮັບ​ຄືມື້​ລະ400ໄມ​ໂຄ​ກຣາມ​ຊ່ວຍ​ຄວບ​ຄຸມ​ການເຮັດວຽກງານ​ຂອງ​ສະຫມອງ​ໃຫ້​ມີ​ປະ​ສິດ​ທິ​ພາບຊ່ວຍ​ສ້າງ​ເມັດ​ເລືອດ​ແດງແລະ​ເຮັດໃຫ້​ຜູ້​ຊາຍ​ມີ​ອາລົມດີ

ອາຫານ​ທີ່​ມີ​ໂຟ​ເລດ:ໂຟ​ເລດ​ເປັນສານ​ອາຫານໃນ​ກຸ່ມ​ວິ​ຕາ​ມິນ​ບີຈຶ່ງ​ສູນ​ເສຍ​ໄດ້​ງ່າຍການສະ​ຫງວນ​ຄຸນຄ່າ​ຂອງ​ໂຟ​ເລດ​ເຮັດ​ໄດ້​ໂດຍ​ການ​ປຸງ​ອາຫານ​ໄວ​ໆກິນທັນ​ທີມີ​ຫລາຍ​ໃນ​ ບລັອກ​ໂຄ​ລີ,ໜໍ່​ໄມ້​ຝຣັ່ງ,ສົ້ມ,ແຄນ​ຕາ​ລູບ,ກາລົດ,ໝາກອຶ,ຕັບ​ສັດ