6ປະໂຫຍກທີ່ບໍ່ຄວນເວົ້າໃນບ່ອນເຮັດວຽກ

work111

1.ນັ້ນ​ບໍ່ແມ່ນ​ວຽກ​ຂອງ​​ຂ້ອຍ
ເຫດຜົນ:ຖ້າ​ເປັນ​ການ​ໂຍນ​ວຽກ​ມາ​ຈາກ​ຫົວໜ້າກໍ​ແປ​ວ່າ​ຫົວໜ້າ​ຕ້ອງ​ການ​ຄວາມ​ຊ່ວຍເຫລືອ​ຈາກ​ເຈົ້າ​ນັ້ນ​ແຫລະຮັບ​ເຮັດ​ເພື່ອ​ເກັບ​ເປັນ​ຂໍ້ມູນດີ​ທີ່​ດີ​ຕິດໂຕ​​ໄວ້​
ສິ່ງ​ທີ່​ຄວນ​ເວົ້າ​ທີ່ສຸດ:ຢ່າ​ປະຕິເສດ​ຫົວໜ້າ(ຫລື​ໃຜ​ກໍ​ຕາມ)ແບບ​ໝາກ​ນາວ​ບໍ່​ມີ​ນ້ຳຖ້າ​ເຮັດ​ບໍ່​ໄຫວ​ແທ້ໆ ຄວນ​ອອກ​ໂຕດ້ວຍ​ປະ​ໂຫຍກ​ທຳນອງ​ວ່າຕອນ​ນີ້​ມີ​ວຽກ​ຫລາຍ​ຢ່າງທີ່​ຍັງ​ບໍ່​ສຳເລັດຢ້ານວ່າ​ຖ້າ​ມີ​ວຽກ​ໃໝ່​ເຂົ້າ​ມາ​ອາດ​ເຮັດໃຫ້​ສົ່ງ​ວຽກ​ຊ້າຫລື​ຖ້າເຮັດ​ໄວ​ກວ່າ​ກຳນົດ​ຄຸນນະພາບ​ອາດ​ບໍ່​ດີຈາກ​ນັ້ນ​ເຈລະຈາ​ຂໍ​ໃຫ້​ຫົວໜ້າ​ຫລຸດ​ວຽກ​ເກົ່າ​ທີ່​​ຄ້າງ​ຢູ່ຫລື​ເລື່ອນ​ກຳນົດ​ສົ່ງ​ອອກ​ໄປເປັນ​ຕົ້ນ

2.ຂ້ອຍ​ມີ​ເລື່ອງ​ຈະ​ຝອຍ
ເຫດຜົນ:ບໍ່​ດີ​ແນ່ນອນ​ຖ້າ​ຊື່​ສຽງ​ຂອງ​ເຈົ້າ​ຈະ​ເປັນ​ທີ່​ຈື່ຈໍາ​ໄປ​ທົ່ວ​ຫ້ອງການວ່າ​ເຈົ້າ​ເປັນ​ຄົນມັກປ່ອຍ​ຂ່າວ​ລື ແລະ​ມັກ​ເວົ້າເລື່ອງ​ຄົນ​ອື່ນ​ລັບ​ຫລັງ​ເປັນປະຈຳ
ສິ່ງ​ທີ່​ຄວນ​ເວົ້າ​ທີ່ສຸດ:ເຂົ້າໃຈ​ວ່າ​ຄວາມ​ຄັນ​ປາກ​ບໍ່​ເຂົ້າ​ໃຜ​ອອກ​ໃຜແຕ່​ຖ້າ​ເວົ້າ​ໄປ​ແລ້ວ​ບໍ່​ມີ​ປະໂຫຍດສູ້​ຕັ້ງ​ໜ້າ​ຕັ້ງ​ຕາ​ເຮັດວຽກ​ຈະ​ດີກວ່າ​

3.ຂ້ອຍ​ມີ​ຄວາມຄິດ​ໜຶ່ງ​ຢາກ​ຈະບອກແຕ່​ອາດ​ຟັງ​ເບິ່ງ​ໂງ່​ໆຄື​ວ່າ
ເຫດຜົນ: ການ​ເວົ້າ​ອອກ​ໂຕເຊັ່ນ​ນີ້​ຖື​ເປັນ​ການຫລຸດ​ຄວາມ​ໜ້າ​ເຊື່ອ​ຖື​ໃນ​ສິ່ງ​ທີ່​ກຳ​ລັງ​ຈະ​ເວົ້າ
ສິ່ງ​ທີ່​ຄວນ​ເວົ້າ​ທີ່ສຸດ:ຕັດ​ຄຳ​ເວົ້າ​ອອກ​ໂຕ​ທີ່​ອາດ​ຟັງ​ເບິ່ງ​ຕິດ​ລົບ​ອອກ​ໄປແລ້ວ​ໃຫ້​ເວົ້າໃນ​ເລື່ອງ​ທີ່​ຢາກ​ຈະ​ເວົ້າ​ຢ່າງ​ໝັ້ນໃຈ​ທີ່​ສຸດ

4.ຂ້ອຍ​ບໍ່​ມີ​ເວລາ​ເວົ້າ​ກັບ​ນາງ​ຕະຫລອດ
ເຫດຜົນ:ເປັນ​ປະ​ໂຫຍກ​ທີ່​ຟັງ​ຫຍາບ​ຄາຍ(ບໍ່)ໄດ້​ໃຈ​ຫລາຍ​ໆບໍ່​ເໝາະ​ສົມທັງ​ເວົ້າ​ຕໍ່​ໜ້າ​ແລະ​ທາງ​ໂທລະ​ສັບ
ສິ່ງ​ທີ່​ຄວນ​ເວົ້າ​ທີ່ສຸດ:ດຽວ​ເດີ​ນາງຂ້ອຍ​ໃກ້​ຈະ​ສຳເລັດ​ວຽກນີ້​ແລ້ວອີກ​ປະມານ10ນາ​ທີ(ຫລື​ເທົ່າໃດ​ກໍ​ວ່າ​ໄປ)ເຮົາ​ຄ່ອຍ​ລົມ​ກັນ​ໃໝ່

5.ເຮັດວຽກ​ມາ​ຕັ້ງ​ຫລາຍ​ປີບໍ່​ເຫັນ​ຂຶ້ນ​ເງິນ​ເດືອນ​ໃຫ້​ຈັກເທື່ອ
ເຫດຜົນ:ການ​ພິຈາລະນາ​ຂຶ້ນ​ເງິນ​ເດືອນຫົວໜ້າ​ບໍ່​ໄດ້​ເອົາ​ອາ​ຍຸ​ວຽກ​ມາ​ເປັນ​ເຄື່ອງວັດແທກແຕ່​ປະ​ເມີນ​ກັນ​ທີ່​ຜົນ​ງານ​ຫລາຍກວ່າ
ສິ່ງ​ທີ່​ຄວນ​ເວົ້າ​ທີ່ສຸດ:​ຖ້າໄດ້​ໂອ​ກາດ​ເໝາະ​ສົມແລະ​ຢາກ​ຈະ​ເວົ້າ​ເລື່ອງ​ນີ້​ແທ້ໆຄວນ​ນຳ​ຜົນ​ງານ​ອັນເດັ່ນໆ​​ມາ​ສະໜັບສະໜູນ​ຈະ​ເຮັດໃຫ້​ມີ​ນ້ຳ​ໜັກ​ຫລາຍ​ຂຶ້ນ

6.ໄລ່​ຂ້ອຍອອກແລ້ວ​ເຈົ້າ​ຈະ​ເສຍ​ໃຈ
ເຫດຜົນ:ເປັນ​ປະ​ໂຫຍກ​ທີ່​ບອກ​ວ່າ​ເຈົ້າ​ໃຊ້​ອາລົມ​ຢູ່​ເໜືອ​ເຫດຜົນເພາະ​ມີ​ຫົວໜ້າ​ຈຳນວນ​ທີ່ຈະດຶງເຈົ້າໄວ້​(ໜຶ່ງ​ເປີ​ເຊັນຫລື​ນ້ອຍ​ກວ່າ)ສະ​ນັ້ນ​ການ​ເວົ້າ​ອອກ​ໄປ​ຈະ​ມີ​ໂອ​ກາດ​ສ່ຽງ​ຖືກ​ຫົວໜ້າໄລ່ອອກ​ຕາມ​ຄຳ​ຂໍ​ສູງ
ສິ່ງ​ທີ່​ຄວນ​ເວົ້າ​ທີ່ສຸດ:ຄວນ​ຄິດ​ກ່ອນ​ເວົ້າຢ່າ​ທະ​ນົງ​ໂຕ​ວ່າ​ເຈົ້າ​ເຮັດວຽກ​ເກັ່ງເພາະ​ການ​ຢູ່​ຮ່ວມ​ກັນ​ໃນ​ທີ່​ເຮັດວຽກ​ນັ້ນ​ມີ​ເສັ້ນ​ບາງໆທີ່​ແບ່ງ​ບົດ​ບາດ​ແລະ​ຄວາມ​ຮັບ​ຜິດຊອບ​ຊັດເຈນຖ້າ​​ກາຍເສັ້ນເລື່ອງຫຍັງ​ກໍ່ເກີດ​ຂຶ້ນ​ໄດ້