7ສິ່ງຕ້ອງຫ້າມຂອງສາວສຸຂະພາບດີ

26_20110629233240.

  1. ນອນ​ເດິກນອນ​ໜ້ອຍການ​ນອນ​ຫລັບ​ເປັນ​ການ​ສະ​ສົມ​ພະລັງ​ງານ​ສຳຫລັບ​ມື້​ໃໝ່ເປັນ​ການ​ຟື້ນ​ຟູ​ຮ່າງກາຍ​ແລະ​ຈິດ​ໃຈ​ທີ່​ດີ​ທີ່ສຸດແລະ​ເປັນ​ການພັກ​ຜ່ອນ​ທີ່​ແທ້​ຈິງບາງ​ຄົນ​ຕ້ອງ​ນອນ​ດົນ8-10ຊົ່ວ​ໂມງແຕ່​ບາງ​ຄົນ​ໄດ້​ຫລັບ​ສະນິດ​ປະມານ5-6ຊົ່ວ​ໂມງກໍ່​ອີ່ມ​ແລ້ວ​ຄວນ​ຈັດ​ເວລາ​ນອນ​ໃຫ້​ພໍເຝິກຫັດ​ນອນ​ໃຫ້​ຫລັບ​ສະນິດແລະ​ຄວນ​ເຂົ້າ​ນອນ​ແຕ່​ຫົວ​ຄ່ຳຕື່ນ​ເຊົ້າ​ໆ​ຈະ​ດີ​ທີ່​ສຸດ
  2. ກິນ​ແນວເກົ່າຕະຫລອດຮູບ​ແບບ​ຊີວິດ​ຂອງ​​ແມ່ຍິງ​ແມ່ນ​ທີ່​ຕ້ອງ​ກິນ​ວົນ​ວຽນ​ຢູ່​ກັບ​ອາຫານ​ບໍ່​ຈັກ​ຢ່າງ​ອາດ​ເຮັດໃຫ້​ຂາດ​ສານ​ອາຫານ​ບາງ​ປະ​ເພດ​ໄດ້​​ຈຶ່ງ​ຄວນ​ເບິ່ງແຍງ​ການ​ກິນ​ໃຫ້​ຄົບ​ໝູ່ໃຫ້​ຫລາກ​ຫລາຍ​ຕາມ​ຫລັກ​ຂອງ​ແມກ​ໂຄ​ໄບ​ໂອ​ຕິກ​ແລະ​ຊີວະ​ຈິດ​ແນະ​ນໍາໄວ້​ວ່າໃນ​ແຕ່​ລະ​ມື້​ເຮົາ​ຄວນ​ບໍລິ​ໂພກ​ແປ້ງ​ທີ່​ບໍ່​ໄດ້​ຂັດ​ຂາວ​ເຄິ່ງ​ໜຶ່ງ​ຂອງ​ປະລິມານ​ອາຫານ​ທັງ​ໝົດຜັກ​ທັງ​ດິບ​ແລະ​ສຸກ​ປະລິມານ25ເປີ​ເຊັນຖົ່ວ​ຕ່າງໆ15ເປີ​ເຊັນແລະ​ອາຫານ​ຕ່າງໆໄດ້​ແກ່​ຂອງ​ກິນ​ຫລິ້ນຫມາກໄມ້​ປະລິມານ10ເປີ​ເຊັນ
  3. ບໍ່​ອອກ​ກຳ​ລັງ​ກາຍການ​ອອກ​ກຳ​ລັງ​ກາຍ​ເຜົາ​ຜານ​ໄຂ​ມັນ​ທີ່​ຮ່າງກາຍ​ສະ​ສົມ​ໄວ້​ຢ່າງ​ໄດ້​ດີ​ເຮັດໃຫ້​ລະບົບ​ຕ່າງໆຂອງ​ຮ່າງກາຍ​ເຮັດວຽກ​ຢ່າງ​ມີ​ປະ​ສິດ​ທິ​ພາບການ​ແລ່ນຫລາຍໆ​ຊ່ວຍ​ໃຫ້​ປອດ​ຂະຫຍາຍ​ຕົວ​​ໄດ້​ດີ​ຂຶ້ນສາມາດ​ສູບ​ອອກ​ຊິ​ເຈນ​ໄດ້​ຫລາຍກວ່າ​ນັ່ງ​ຢູ່​ລ້າໆຮອດ8ເທົ່າ​ຄວນ​ແລ່ນ​ຫລາຍໆຕິດ​ຕໍ່​ກັນ​ດົນ​ບໍ່​ໜ້ອຍ​ກວ່າ20ນາ​ທີຢ່າງ​ນ້ອຍ 3 ເທື່ອ​ຕໍ່​ອາທິດການ​ແລ່ນ​ຕອນ​ເຊົ້າ​ໆຈະ​ໄດ້​ອາ​ກາດ​ສົດ​ໃສ​ກັບ​ວິ​ຕາ​ມິນ​ດີ​ຈາກ​ແສງ​ແດດ​ເປັນ​ຂອງ​ແຖມ​ນໍາອີກ
  4. ທ້າ​ທາຍ​ແສງ​ແດດຮູ້​ກັນ​ຢູ່​ແລ້ວ​ວ່າ​ແສງແດດ​ເປັນ​ຕົວ​ການ​ຂອງ​ຝ້າແລະ​ຮອຍ​ຫ່ຽວ​ຍານ ​ຫຍາບ​ຂອງ​ຜິວ​ໜັງຈຶ່ງ​ຄວນ​ຫລີກ​ລ້ຽງ​ກິດຈະກຳ​ກາງ​ແຈ້ງ​ໃນ​ໄລຍະ​ເວລາ​ແຈ້ງໆ8.00 -17.00ໂມງເລືອກ​ນຸ່ງ​ເສື້ອ​ຜ້າ​ທີ່​ເໝາະ​ສົມບໍ່​ເປີດ​ເຜີຍ​ຜິວ​ຈົນ​ເກີນ​ໄປຫາ​ໝວກ​​​ເປັນ​ເຄື່ອງ​ປະ​ດັບແລະ​ເລືອກ​ໃຊ້​ສານ​ກັນ​ແດດ​ໃຫ້​ເໝາະ​ກັບ​ສະຖານ​ການ
  5. ຊາ,ກາ​ເຟ,ຢາສູບແລະ​ແອວ​ກໍ​ຮໍໃນ​ຊາ​ແລະ​ກາ​ເຟ​ມີ​ສານ​ກາ​ເຟ​ອີນ,ທີ​ໂອ​ຟີ​ລິນແລະ ​ເທ​ໂອ​ໂບນ​ມີນຊຶ່ງ​ເປັນ​ໂຕກະຕຸ້ນ​ຢ່າງ​ແຮງ​ແລະ​ຈະ​ເຮັດ​ປະຕິ​ກິ​ລິ​ຍາ​ຕໍ່​ລະບົບ​ປະສາດ ການ​ຫາຍ​ໃຈແລະ​ເສັ້ນ​ເລືອດເຮັດໃຫ້​ນ້ຳ​ຖືກ​ຂັບ​ອອກຈາກ​ຮ່າງກາຍ​ພ້ອມ​ກັບ​ສານ​ອາຫານ​ສຳຄັນ​ອື່ນໆນອກ​ຈາກ​ນີ້​ຍັງ​ເຮັດໃຫ້​ເກີດ​ອາການ​ນອນ​ບໍ່​ຫລັບ​ຊຳເຮື້ອທ້ອງ​ໄສ້​ປັ່ນ​ປ່ວນວິ​ຕົກ​ກັງ​ວົນ​ແລະ​ຈິດ​ໃຈ​ຫົດ​ຫູ່​ຕະຫລອດ​ເວລາ​ຢາສູບ​ເປັນ​ສາ​ເຫດ​ຂອງ​ປອດຮົ່ວ​ກິ່ນ​ປາກ​ແລະ​ຮີມສົບ​ດຳ​ຄ້ຳສ່ວນ​ແອວ​ກໍ​ຮໍ​ເປັນ​ປະຕິປັກ​ຕໍ່​ແຮ່ທາດ​ແລະ​ວິ​ຕາ​ມິນ​ຕ່າງໆທີ່​ກິນ​ເຂົ້າໄປ 6. ຄຽດເຮັດໃຫ້​ຮ່າງກາຍ​ຫລັ່ງ​ອາ​ດາ​ຫລີ​ນາ​ລີນ​ອອກ​ມາ​ກະຕຸ້ນ​ໃຫ້​ຝາ​ລຳ​ໄສ້​ຂັບ​ກົດ​ອອກ​ມາ​ຫລາຍກວ່າ​ປົກກະຕິຈຶ່ງ​ເປັນ​ສາ​ເຫດ​ຂອງ​ພະຍາດ​ກະເພາະ​ອາຫານ​ແລະ​ລຳ​ໄສ້ ຄວາມ​ດັນ​ເລືອດ​ສູງຫົວ​ໃຈ​ເຮັດວຽກ​ໜັກປະສາດ​ທີ່​ຖືກ​ກະຕຸ້ນ​ໃຫ້​ຕື່ນ​ໂຕ​ເຮັດໃຫ້​ນອນ​ບໍ່​ຫລັບພັກ​ຜ່ອນ​ບໍ່​ພຽງ​ພໍຈົນ​ຮ່າງກາຍ​ຢູ່ໃນ​ສະພາບຊຸດໂຊມໃນ​ທີ່​ສຸດ
  6. ດື່ມ​ນ້ຳ​ໜ້ອຍ​ກວ່າ​ມື້​ລະ8ແກ້ວນ້ຳ​ເຮັດ​ຫນ້າທີ່​ລຳ​ລຽງ​ສານ​ອາຫານ​ໄປ​ທົ່ວ​ຮ່າງກາຍ ຄອຍຖ້າ​ຄວບ​ຄຸມ​ອຸນຫະພູມ​ແລະ​ພາບ​ຂອງ​ເສຍ​ອອກຈາກ​ຮ່າງກາຍ​ໃນ​ຮູບ​ຂອງ​ຍ່ຽວ​ແລະ​ເຫື່ອຮ່າງກາຍ​ຂອງ​ຜູ້ຍິງ​ມີ​ນ້ຳ​ເປັນ​ສ່ວນ​ປະກອບ​ຢູ່​ເຖິງ70ເປີ​ເຊັນຖ້າ​ຂາດ​ນ້ຳຜິວ​ພັນ​ຂອງ​ຈະ​ແຫ້ງ​ບໍ່​ສົດ​ໃສເມື່ອ​ເລີ່ມ​ຮູ້ສຶກ​ຫິວນໍ້າ​ສະແດງ​ວ່າ​ຮ່າງກາຍ​ຕ້ອງ​ການ​ນ້ຳ​ຈຶ່ງ​ຄວນ​ຫາ​ນ້ຳ​ສະ​ອາດ​ດື່ມ​ເພື່ອ​ປິ່ນປົວ​ສົມ​ດຸນ​ໃນ​ຮ່າງກາຍ​ໂດຍ​ດ່ວນ