7 ວິທີສ້າງ​ສະເໜ່ ໃຫ້​ຟຸ້ງ​ກະ​ຈາຍ ໃຜໆ​ກໍ​ຢາກ​ເຂົ້າ​ໃກ້

friendship-girls-photography-fan-31640235-500-333

    ສະເໜ່ເປັນ​ສິ່ງ​ສະເພາະ​ບຸກ​ຄົນ​ທີ່​ຮຽນ​ແບບ​ກັນ​ບໍ່​ໄດ້ ແຕ່​ລະ​ຄົນ​ຈະ​ມີ​ໃນ​ລັກສະນະ​ທີ່​ແຕກ​ຕ່າງ​ກັນ​ ໄປມື້ນີ້ລາວໂພສຂໍຊວນ​ເພື່ອ​ນໆ​ມາ​ສ້າງ​ສະເໜ່​​ໃຫ້​ຕົວ​ເອງ  ເພື່ອໃຫ້ໃຜໆ​ກໍ​ຢາກ​ເຂົ້າ​ໃກ້​ແລະ​ທຳຄວາມ​ຮູ້​ຈັກມາ​ເບິ່ງ​ວິທີ​ພ້ອມ​ກັນ​ດີ​ກວ່າ

  1. ຍິ້ມ​ຫລາຍໆ ຄົົນທີ່​ໜ້າ​ຕາ​ຍິ້ມ​ແຍ້ມ​ແຈ່ມ​ໃສ​ຍ່ອມ​ເປັນ​ທີ່​ດຶງ​ດູດ​ຕໍ່​ຜູ້​ພົບ​ເ​ຫັນຮູ້ສຶກ​ວ່າ​​​ມີ​ຄວາມ​ສຸກ​
  2. ຕະ​ຫລົກ​ອາລົມດີ ຄົົນທີ່ອາລົມດີ ໄປ​ໃສ​ກໍ​ສ້າງ​ບັນ​ຍາ​ກາດ​ວ່າ​ມ່ວນ
  3. ຢູ່​ກັບ​ກຸ່ມ​ເພື່ອນ ວ່າ​ກັນ​ວ່າ ຄົນ​ເຮົາ​ຈະ​ເບິ່ງ​ດີ​ຂຶ້ນ​ຖ້າ​ຢູ່​ລວມ​ກັນ​ເປັນ​ກຸ່ມ ເພາະ​ໃນ​ສາຍ​ຕາ​ຄົົນທີ່​ເບິ່ງ​ແລ້ວ ມັກ​ຈະ​ເບິ່ງ​ພາບ​ລວມ​ຂອງ​ກຸ່ມ​ໃນ​ລະ​ດັບ​ກາງໆ ແລະ​ຊຶ່ງ​ຈະ​ສົ່ງ​ໃຫ້​ມີ​ພະລັງ​ດຶງ​ດູດ​ຫລາຍ​ຂຶ້ນ
  4. ຄວາມ​ປະພຶດດີ ເປັນ​ຄົນດີນິ​ໄສ​ໜ້າ​ຮັກໃຜໆ​ກໍ​ຢາກ​ຮັກ​
  5. ລ້ຽງ​ໝາ​ຈັກໂຕ ວ່າ​ກັນ​ວ່າ​ຄົົນທີ່​ລ້ຽງ​ໝາ​ຈະ​ເປັນ​ຄູ່​ຮັກ​ທີ່​ດີ​ໃນ​ໄລ​ຍະ​ຍາວ​ໄດ້ ເພາະ​ພວກເຂົາ​ສາມາດ​ເບິ່ງແຍງລ້ຽງດູ ເອົາ​ໃຈ​ໃສ່​ສັດ​ລ້ຽງ​ຂອງ​ພວກເຂົາ​ໄດ້ ການ​ລ້ຽງ​ໝາ​ຈັກ​ຕົວ​ຈະ​ເຮັດໃຫ້​ເຈົ້າ​ເບິ່ງ​ເປັນ​ຄົນ​ສະບາຍ​ໆ ເຂົ້າ​ເຖິງ​ໄດ້ແລະ​ມີ​ຄວາມ​ສຸກ
  6. ຫລິ້ນ​ດົນຕີ​ເກັ່ງ ຄົນ​ປະ​ເພດ​ນີ້​ຈະ​ມີ​ຄວາມ​ສາມາດ​ໃນ​ການ​ຮັບ​ຮູ້​ທີ່​ສູງ​ກວ່າ​ຄົນ​ທຳ​ມະດາເບິ່ງ​ເປັນ​ຄົນ​ໜ້າ​ຄົ້ນ​ຫາ
  7. ມີ​ຄວາມ​ເປັນ​ຜູ້ນຳ ເພາະ​ຄົນ​ມັກ​ຖືກ​ດຶງ​ດູດ​ດ້ວຍ​ພະລັງ​ອຳນາດ ຄົນ​ທົ່ວ​ໄປ​ນອກ​ກຸ່ມ​ມັກ​ເບິ່ງ​ວ່າ​ຜູ້​ທີ່​ເປັນ​ຜູ້​ນຳ​ໃນ​ກຸ່ມ​ໜຶ່ງໆ​ສາມາດ​ດຶງ​ດູດ​ພວກເຂົາ​ໄດ້​ຫລາຍກວ່າ​ຄົນ​ອື່ນໆ​