8 ວິທີບອກລາ ມືດ້ານ

Woman's hands

ສາວໆຫລາຍ​ຄົນ ທຸກ​ມື້​ນີ້​ອາດຈະ​ມົວ​ແຕ່​ໃສ່​ໃຈ​ກັບ​ເສື້ອ​ຜ້າ​ໜ້າ​ຜົມ ຈົນ​ລືມ​ອະໄວຍະວະ​ ບາງ​ສ່ວນ​ທີ່​ສຳຄັນ​ບໍ່​ພ່າຍແພ້​ກັນ​ກໍ​ຄື​ມື​ນັ້ນ​ເອງ ເຖິງ​ໜ້າ​ຈະ​ຂາດ​ສິວ ແລະ ​ຜົມ​ຈະ​ເງົາ​ງາມ​ມີ​ນ້ຳ​ໜັກ​ຂະໜາດ​ໃດ​ ແຕ່​ຫາກ​ບໍ່​ເບິ່ງແຍງ​ມື​ຕົນ​ເອງ​ຈົນ​ຜິວ​ຫ່ຽວ​ແຫ້ງ ແລະ   ​ມື​ ​ກໍຕາຍ​ຕອນ​ຈົບ​ໄດ້​ເລີຍ ບາງ​ຄົນ​ຈົນ​ກັບ​ບໍ່​ກ້າ​ຈັບມື​ກັບ​ໃຜ​ເລີຍ​ ດັ່ງ​ນັ້ນ​ສາວໆ     ທັງ​ຫລາຍ​ຢ່າ​ເບິ່ງ​ຂ້າມ​ມື​ຂອງ​ເຮົາ​ທີ່​ຕ້ອງ​ໃຊ້​ເຮັດວຽກ​ຢ່າງ​ໜັກ​ໄປ​ຕະຫລອດ​ຊີ​ວິດ

ເຖິງ​ອາ​ກາດ​ເຮືອນ​ເຮົາ​ຈະ​ບໍ່​ແຫ້ງ​ບໍ່​ໜາວ ອັນ​ເປັນ​ເຫດຜົນ​ສຳຄັນ​ຂອງ​ການ​ແກ່​ກ່ອນ​ໄວ​ຂອງ​ຜິວ​ລວມ​ທັງ​ມື​ແລ້ວ ແຕ່​ຫລາຍໆ ຄົນ​ຕ້ອງ​ນັ່ງ​ເຮັດວຽກ​ໃນ​ຫ້ອງການ​ທີ່​ອາ​ກາດ​ເຢັນ​ຈົນ​ເກີນ​ໄປ​ຢູ່​ສະເໝີ ເຊິ່ງ​ບໍ່​ດີ​ ຫລາຍ​ຄົນ​ອາດຈະ​ເກີດ​ມາ​ມີ​ມື​ທີ່​ອວບ​​ເບິ່ງ​ມີ​ເນື້ອ​ມີ​ໜັງ ບໍ່​ເຫັນ​ກະດູກ ເລັບ​ງາມ​ນິ້ວ​ສ້ວຍ​ຍາວ​ກໍ​ຖື​ເປັນ​ໂຊກ​ ສ່ວນ​ສາວໆ ທີ່​ບໍ່​ໄດ້​ເປັນ​ຢ່າງ​ນັ້ນ​ກໍ​ບໍ່​ຕ້ອງ​ນ້ອຍ​ໃຈ​ໄປ ເຮົາ​ສາມາດ​ເບິ່ງແຍງ​ມື​ເຮົາ​ເອງ​ໃຫ້​ອວບ​​ບໍ່​ຫ່ຽວ​ແຫ້ງ​ໄດ້​ແນ່ນອນ​ຖ້າ​ເຮົາ​ໃສ່​ໃນ​ການ​ເບິ່ງແຍງ

8 ວິທີ​ບຳ​ລຸງ​ຜິວ​ມື ບໍ່​ໃຫ້ ມື​ດ້າ

  1. ປະສົມ​ນ້ຳ​ຕານ ເບ​ບີ​ອອຍ ແລະ ​ສະ​ບູ່​ແຫລວ​ຢ່າງ​ 2 ບ່ວງແລ້ວ​ນຳ​ນ້ຳ​ຕານ​ແລະ ​ເບ​ບີ​ອອຍ ມາ​ເທ​ໃສ່​ມື​ປະສົມ​ກັນ ແລ້ວ​ຖູ​ມື​ໄປ​ມາ​ຄືເວລາ​ຖູສະ​ບູ​ລ້າງ​ປົກກະຕິ​ນັ້ນ​ແຫລະ ໃຫ້​ເຮັດ​ເຊັ່ນ​ນີ້​ປະ​ມານ 5 ນາ​ທີ​ເປັນ​ຢ່າງ​ນ້ອຍ ຈາກ​ນັ້ນ​ໃຊ້​ສະ​ບູ່​ເຫລວ​ລ້າງ​ມື​ ອີ​ກເທື່ອໜຶ່ງ​ໃຫ້​ສະ​ອາດ ມື​ຈະນຽນນຸ້ມ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດເຈນ
  2. ປະສົມ​ນ້ຳ​ຕານ ນ້ຳ​ມະ​ນາວ ແລະ ຄີມ​ສົດ​ຢ່າງ​ລະ 1 ບ່ວງເຂົ້າ​ນຳກັນ ​ແລະ​ນວດ​ຝ່າ​ມື​ໄປ​ເລື່ອຍ​ໆ ຈົນ​ນ້ຳ​ຕານ​ລະ​ລາຍ​ຈົນໝົດ
  3. ປະສົມ​ນົມ​ສົດ​ແບບ​ທຳມະດາ​ບໍ່​ຕ້ອງ low ​ fatອຸ່ນໆ​ຈັກ​ເຄິ່ງ​ຖ້ວຍ​ ກັບ ​ນ້ຳ​ຕານ​ແລະ ​ໂຢເກີດທໍາມະຊາດ ​ 2 ບ່ວງ ແລະ ​ນ້ຳ​ມັນ​ກິ່ນ​ ລາ​ເວນ​ເດີ 2 -3 ຢອດ ​ໃຫ້​ເຂົ້າ​ກັນ​ດີ​ໃສ່​ໃນ​ຊາມ ຈາກ​ນັ້ນ​ແຊ່​ມື​ໃນ​ສ່ວນ​ປະສົມ​ປະ​ມານ 7 ນາ​ທີ ພ້ອມ​ນວດ​ມື​ໄປ​ນໍາ​ໃນ​ໂຕແລ້ວ​ຈຶ່ງ​ລ້າງ​ອອກ​ໃຫ້​ສະ​ອາດ
  4. ຖ້າ​ມື້​ໃດ ມື​ເຮັດວຽກ​ທີ່​ໜັກໆເຊັ່ນ ​ເຮັດ​ສວນ​ຫລັງ​ເຮືອນ ຫລື​ ລ້າງ​ລົດ​ເປັນ​ຕົ້ນ ຫລັງ​ຈາກ​ເຮັດວຽກ​ສຳເລັດ​ຮຽບຮ້ອຍ​ແລ້ວ​ໃຫ້​ ເທ​ເກືອ​ໃສ່​ຝ່າ ມື​ເບື້ອງໜຶ່ງ ​ແລະ ​ນ້ຳ​ມັນ​ໝາກກອກ ໃສ່​ມື​ອີກ​ເບື້ອງ​ໜຶ່ງ​ແລ້ວຖູເຂົ້າກັນ​ປະ​ມານ 7 ນາ​ທີ​ແລ້ວ​ຈຶ່ງ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ​ໃຫ້​ສະ​ອາດ (ຕ້ອງ​ເປັນ​ນ້ຳ​ອຸ່ນ​ກຳ​ລັງ​ພໍ​ດີໆ ບໍ່​ເອົາ​ແບບ​ຮ້ອນ​ຈົນ​ເກີນ​ໄປ ເພາະ​ກັບ​ຈະ​ເຮັດໃຫ້​ມື​ແຫ້ງ​ຂາດ​ຄວາມ​ຊຸ່ມ​ຊື່ນ​ຫລາຍກວ່າ​ເດີມ) ຕໍ່​ມາ​ໃຫ້​ໃສ່ຖົງ​ມື​ຜ້າ​ຝ້າຍ ເພື່ອ​ເກັບ​ຄວາມ​ຊຸ່ມ​ຊື່ນ ຈະ​ໃສ່​ຖົງ​ມື​ໄວ້​ຕະຫລອດ​ຄືນ​ເລີຍ​ກໍ​ໄດ້
  5. ໃຊ້​ເກືອ 1 ບ່ວງ ​ແລະ ​ນ້ຳ​ໝາກ​ນາວ 2 ບ່ວງ ປະສົມ​ກັນ​ແລ້ວ​ຖູ​ມື​ຄ່ອຍໆ​ຫລື​ໃຊ້​ແປງ​ສີ​ແຂ້ວ​ທີ່​ບໍ່​ໃຊ້​ແລ້ວ​ຂັດ​ເບົາໆ ກໍ​ໄດ້​ເພື່ອ​ກຳຈັດ​ເຊລ​ຜິວ​ທີ່​ຕາຍ​ແລ້ວ​ອອກ​ໄປ ທັງ​ນີ້​ບໍ່​ຄວນ​ເຮັດ​ເກີນ​ອາທິດ​ລະ​ເທື່ອ ແຕ່​ສູດ​ນີ້​ຈະໃຫ້​ໃຫ້​ມື​ຂອງ​ເຈົ້າ​ນຸ້ມ​ຂຶ້ນ ແລະ​ ເຮັດໃຫ້​ສີ​ຜິວ​ເທົ່າ​ກັນ​ສະ​ໝ່ຳ​ສະເໝີ​ກັນ​ ແຕ່​ຖ້າ​ຫາກ​ມື​ມີ​ບາດແຜ​ຢູ່​ຍັງ​ບໍ່​ຄວນ​ເຮັດ
  6. ສຳລັບ​ມື​ທີ່​ແຕກ​ແຫ້ງ ​ແລະ ​ຫ່ຽວ​​ຫລາຍໆໃຫ້​ນຳ​ເຂົ້າ​ໂອດ​ດິບ 1 ຖ້ວຍ​ໄປ​ປັ່ນ​ຈົນ​ເປັນ​ຜົງ​ສຳເລັດ​ແລ້ວ​ເທ​ໃສ່​ຊາມ​ລ້າງ​ມື​ລົງ​ໄປ​ຖູ​ໃນ​ແປ້ງ​ເບົາໆ ຈົນ​ທົ່ວ ວິທີ​ນີ້​ຈະ​ເຮັດໃຫ້​ຜິວ​ທີ່​ແຫ້ງ​ແຕກ​ ແລະ ​ລອກ​ນັ້ນ​ຫລຸດ​ອອກ​ໄປ​ ລ້າງ​ດ້ວຍ​ນ້ຳ​ເຢັນ​ ແລະ ​ທາ​ໂລ​ຊັ່ນ​ສຳລັບ​ທາ​ມື
  7. ສາວໆ ຄົນ​ໃດ​ຕ້ອງ​ລ້າງ​ຈານ​ເລື້ອຍໆ ເປັນ​ປະຈຳ​ມື​ຈະ​ຫຍາບວິທີ​ປ້ອງ​ກັນ​ໃຫ້​ປະສົມ​ນ້ຳ​ມັນ​ເມັດ​ ອັລ​ມອນ ​​ໃນ​ນ້ຳ​ທີ່​ໃຊ້​ລ້າງ​ຈານ​ໜ້ອຍໜຶ່ງ ນ້ຳ​ຈະ​ເຮັດໃຫ້​ມື​ອ່ອນ​ຂຶ້ນ ສ່ວນ​ປະສົມ​ນ້ຳ​ມັນ​ ເມັດອັລ​ມອນ ​ຈະ​ເຮັດ​ຫນ້າທີ່​ ລອກ​​ຄວາມ​ຊຸ່ມ​ຊື່ນ​ເອົາ​ໄວ້ ນອກ​ຈາກ​ນີ້ ​ເທ​ນ້ຳ​ສົ້ມ​ສາຍ​ຊູ ​ເທິງ​ມື​ຫລັງ​ຈາກ​ລ້າງ​ຈານ​ສຳເລັດ​ແລ້ວ​ ​ຊ່ວຍ​ໄດ້​ລະ​ດັບໜຶ່ງ​ເຊັ່ນ​ກັນ ແຕ່​ທັງ​ນີ້​ທັງ​ນັ້ນ​ການ​ປ້ອງ​ກັນ​ທີ່​ໄດ້​ຜົນທີ່ສຸດ​​ຄື​ການ​ໃຫ້​ຖົງ​ມື​ລ້າງ​ຈານ ບາງ​ຄົນ​ອາດ​ບໍ່​ເລິ້ງ​ແຕ່​ເພື່ອ​ຖະ​ໜອມ​ມື​ແລ້ວ​ ກໍ​ຄວນ​ໃຊ້​ຖົງ​ມື​ຫລາຍກວ່າ ທັງ​ຍັງ​ເປັນ​ການ​ຫລີກ​ລ້ຽງ​ການ​ສຳ​ຜັດ​ສານ​ເຄ​ມີ​ຈາກ​ນ້ຳ​ຢາ​ລ້າງ​ຈານ​ນໍາອີກ
  8. ວິທີ​ງ່າຍໆ​ທີ່​ເຮັດ​ກັນ​ຕະຫລອດ​ເວລາ ​ແລະ ​ບໍ່​ຫຍຸ້ງຍາກ​ກໍ​ຄືການ​ທາ​ໂລ​ຊັນ​ຫລື​ຄີມ​ທາ​ມື​ເລື້ອຍໆ ເປັນ​ປະຈຳ