spot_img
Homeນານາສາລະສິ່ງທີ່ຈະເກີດຂຶ້ນ ຫຼັງຈາກທ່ານເປັນໂຕຂອງໂຕເອງ

ສິ່ງທີ່ຈະເກີດຂຶ້ນ ຫຼັງຈາກທ່ານເປັນໂຕຂອງໂຕເອງ

Published on

22

ຫຼາຍໆ ຄົນທີ່ ອາດຈະກຳລັງໃຊ້ຊີວິດຢູ່ ເພື່ອເຮັດຕາມຄວາມຄາດຫວັງ ຂອງຄົນອ້ອມຂ້າງ ຄວາມຄາດຫວັງຂອງສັງຄົມ ມີຂໍ້ຈຳກັດໃນການໃຊ້ຊີວິດ ບໍ່ສາມາດ “ເປັນໂຕຂອງໂຕເອງ” ໄດ້ພໍທໍ່ໃດ ລອງມາອ່ານເລື່ອງລາວຕໍ່ໄປນີ້ເບິ່ງ ເພາະເຮົາຈະມາບອກວ່າ ເມື່ອທ່ານເລິ່ມຕົ້ນ “ເປັນໂຕຂອງໂຕເອງ” ໄດ້ແລ້ວ 10 ຢ່າງ ທີ່ມະຫັດສະຈັນນີ້ ຈະເກີດຂຶ້ນກັບຊີວິດຂອງທ່ານ ໄປເບິ່ງນຳກັນເລີຍວ່າມີຫຍັງແດ່.

1. ຄົນທີ່ດີໆ ຈະເຂົ້າມາຫາທ່ານ

ຖ້າທ່ານໃຊ້ຊີວິດແບບທີ່ບໍ່ແມ່ນໂຕທ່ານເອງ ບໍ່ແມ່ນໂຕຂອງທ່ານແທ້ໆ ທີ່ຢູ່ພາຍໃນ ຄົນທີ່ຢູ່ອ້ອມຂ້າງຂອງທ່ານຕອນນີ້ ກໍອາດຈະບໍ່ແມ່ນຄົນແທ້ໆ ສຳລັບທ່ານເຊັ່ນກັນ ເພາະຄົນທີ່ພວກນັ້ນຄົບຢູ່ ຄືທ່ານທີ່ເປັນເປືອກນອກ ບໍ່ແມ່ນທ່ານທີ່ຢູ່ພາຍໃນ ແລະເມື່ອໃດກໍຕາມ ທີ່ທ່ານເປີດເຜີຍຕົວຈິງ ຄົນພວກນີ້ກໍຈະຍາກຄົບກັບທ່ານຕໍ່ ດັ່ງນັ້ນ ເປັນໂຕຂອງໂຕເອງທ້ອນ ແລະຄົນທີ່ເໝາະກັບທ່ານ ເຂົ້າກັບທ່ານໄດ້ແທ້ໆ ຈະເຂົ້າມາເອງ.

2. ທ່ານຈະເລິ່ມຫາເງິນໄດ້

ເມື່ອທ່ານເປັນໂຕຂອງໂຕເອງ ທ່ານຈະເປັນຄົນທີ່ຈິງໃຈຫຼາຍຂຶ້ນ ແລະນັ້ນເຮັດໃຫ້ຄວາມສຳພັນ ຂອງທ່ານກັບເພື່ອນຮ່ວມງານ ເຈົ້ານາຍ ລູກຄ້າ ຄົນຜ່ານໄປຜ່ານມາດີຂຶ້ນເລື້ອຍໆ ແລະນັ້ນເຮັດໃຫ້ວຽກງານ ຫຼື ທຸລະກິດຂອງທ່ານງອກເງີຍຕາມນຳພ້ອມ ນັ້ນເອງ.

3. ທ່ານຈະພົບກັບຄົນທີ່ແມ່ນ

ເລື່ອງຂອງຄວາມຮັກນັ້ນ ຖ້າທ່ານປົກປິດຕົວຕົນຂອງທ່ານເອົາໄວ້ ທ່ານຈະບໍ່ມີທາງພົບຄົນທີ່ແມ່ນ ສຳລັບທ່ານແທ້ໆ ລອງເປັນໂຕຂອງໂຕເອງເບິ່ງແມ້ ຮັກໂຕເອງກ່ອນ ແລະຄົນທີ່ຮັກທ່ານ ທີ່ທ່ານເປັນທ່ານ ກໍຈະເຂົ້າມາເອງນັ້ນລະ.

4. ຄົນອ້ອມຂ້າງຈະໄວ້ໃຈທ່ານ

ບໍ່ວ່າຈະເລື່ອງນ້ອຍ ຫຼືເລື່ອງໃຫຍ່ ທ່ານຈະກາຍເປັນຄົນໜ້າເຊື່ອຖື ໄວ້ໃຈໄດ້ ເພາະທ່ານບໍ່ປົກປິດຫຍັງກັບເຂົາ ນັ້ນເອງ.

5. ທ່ານຈະໝັ້ນໃຈຫຼາຍຂຶ້ນ

ການປົກປິດໂຕຕົນຂອງທ່ານ ຈະທຳລາຍຄວາມໝັ້ນໃຈຂອງ ໂຕທ່ານເອງ ທ່ານຈະກັງວົນຢູ່ຕະຫຼອດເວລາທີ່ຈະຕ້ອງປົກປິດ ການຕັດສິນໃຈຂອງທ່ານໃນເລື່ອງຕ່າງໆ ກໍຈະບໍ່ດີເທົ່າທີ່ຄວນ ແຕ່ເມື່ອທ່ານກຳຈັດຄວາມກັງວົນທຸກຢ່າງ ແລະເປີດເຜີຍຄວາມເປັນໂຕ ຂອງໂຕເອງອອກມາແລ້ວ ທ່ານຈະໝັ້ນໃຈຫຼາຍຂຶ້ນນັ້ນເອງ.

6. ທ່ານຈະມີພະລັງຫຼາຍຂຶ້ນ

ເມື່ອທ່ານຮູ້ສຶກດີຈາກພາຍໃນ ທ່ານມີຄວາມສຸກ ຮໍໂມນແຫ່ງຄວາມສຸກຫຼັ່ງໄຫຼ ໄປທົ່ວຮ່າງກາຍຂອງທ່ານ ທ່ານຈະຮູ້ສຶກເບີກບານມ່ວນຊື່ນ ມີພະລັງງານໃນການເຮັດວຽກ ຢ່າງບໍ່ເຄີຍມີມາກ່ອນເລີຍ.

7. ທ່ານຈະຫຼັບສະບາຍຂຶ້ນ

ດັ່ງທີ່ບອກ ພໍເປັນໂຕຂອງໂຕເອງ ທ່ານຈະເຊົາກັງວົນ ເຊົາຕຶງຄຽດ ຜົນທີ່ຕາມມາຢ່າງເຫັນໄດ້ ກໍຄື ທ່ານຈະນອນຫຼັບສະບາຍຂຶ້ນນັ້ນເອງ.

8. ທ່ານຈະຕຶງຄຽດໜ້ອຍລົງ

ການປົກປິດຄວາມເປັນຕົວຕົນ ທ່ານຕ້ອງປົກປິດທຸກຢ່າງ ທັງຄຳເວົ້າ ຄຳຈາ ຮູບລັກພາຍນອກ ຄວາມຄິດ ທຸກຢ່າງທີ່ທ່ານຕ້ອງປົກປິດ ແລະໃຊ້ຊີວິດພາຍໃຕ້ໜ້າກາກ ລອງນຶກພາບເບິ່ງວ່າມັນຈະລຳບາກຂະໜາດໃດ ແລະຖ້າກຳຈັດໜ້າກາກອອກໄປໄດ້ ທ່ານຈະຫາຍຄວາມຕຶງຄຽດໄດ້ປານໃດ.

9. ຄົນຈະເບິ່ງວ່າທ່ານເປັນຄົນແທ້

ຄົນທີ່ພົບປະໂອ້ລົມກັບທ່ານ ຈະເບິ່ງວ່າທ່ານເປັນຄົນແທ້ ຄົນຈິງ ເປັນຄົນວິເສດ ເປັນຄົນເຮັດຕາມໃຈໂຕເອງ ແລະບໍ່ຖືກຈຳກັດຈາກຂອບໃດໆໃນຊີວິດ ພວກເຂົາຈະຢາກຄົບກັບທ່ານ ເພາະຢູ່ນຳແລ້ວສະບາຍໃຈ.

10. ທ່ານຈະມີຄວາມສຸກຫຼາຍຂຶ້ນ

ແນ່ນອນວ່າ ເລື່ອງສຸດທ້າຍທີ່ສຳຄັນທີ່ສຸດ ການທີ່ທ່ານຖອດໜ້າກາກອອກ ເປັນໂຕຂອງໂຕເອງ ບໍ່ກັງວົນ ບໍ່ຕຶງຄຽດ ທີ່ຈະຕ້ອງປິດບັງຄວາມລັບຫຍັງແລ້ວ ມັນຈະເຮັດໃຫ້ທ່ານສຸກຈາກພາຍໃນ ຢ່າງທີ່ທ່ານ ບໍ່ເຄີຍເປັນມາກ່ອນເລີຍ.

ຖ້າເຫັນວ່າບົດຄວາມນີ້ເປັນປະໂຫຍດ ຢ່າມລືມບອກໝູ່ຂອງທ່ານອ່ານແດ່ເດີ !!

 

ຂອບໃຈບົດຄວາມຈາກ: kiitdoo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...