Apple ໂຊເຄິ່ງໜຶ່ງຂອງຮ້ານ Apple Store ທັງໝົດແມ່ນໃຊ້ພະລັງງານສະອາດແບບ 100% ແລ້ວ

 

ແອັບເປີ້ນອອກລາຍງານສິ່ງແວດລ້ອມປະຈຳປີຂອງບໍລິສັດ (Environment Report) ສະແດງໃຫ້ເຫັນແລ້ວວ່າໃນປີນີ້ໄດ້ມີການພັດທະນາໃນດ້ານນີ້ແບບເຫັນໄດ້ຊັດເຈນ ແລະແອັບເປີ້ນພ້ອມທີ່ຈະເປັນຜູ້ນຳທາງດ້ານການນຳໃຊ້ເທັກໂນໂລຢີແລະພະລັງງານທີ່ເປັນມິດກັບສິ່ງແວດລ້ອມ

ໂດຍລາຍງານສິ່ງແວດລ້ອມປີ 2014 ນີ້ແອັບເປີ້ນໄດ້ເຜີຍເຖິງຄວາມຄືບໜ້າໄວ້ດັ່ງນີ້

– ຄວາມຕ້ອງການທາງພະລັງງານໃນຊ່ວງປີ 2011 – 2013 ຂອງບໍລິສັດເພີ່ມຂຶ້ນ 44% ແຕ່ບໍລິສັດພັດສາມາດຫຼຸດການໃຊ້ພະລັງງານໄດ້ເຖິງ 33%
– ຮ້ານ Apple Store ກວ່າ 145 ສາຂາໃນສະຫະລັດແລະທັງໝົດໃນອອດສະເຕເຣຍໃຊ້ພະລັງງານສະອາດທັງໝົດ 100% ແລ້ວ
ເຊິ່ງຄິດເປັນຈຳນວນກວ່າເຄິ່ງໜຶ່ງຂອງສາຂາ Apple Store ທັງໝົດໃນໂລກ
– ສຳລັບຫ້ອງການຂອງແອັບເປີ້ນມີການຫຼຸດພະລັງງານໃຫ້ປະຢັດພະລັງງານໄຟຟ້າໄດ້ 28.5 million kWh ແລະພະລັງງານແກັສ 751,000 therms
– ໂຄງການໃຫ້ພະນັກງານໃຊ້ລະຫັດບັດປະຈຳທາງທີ່ມີລະບົບພະລັງງານສະອາດ ໂດຍໃຫ້ສ່ວນຫຼຸດຄ່າເດີນທາງ $100 ຕໍ່ເດືອນ
– Campus 2 ຫ້ອງການໃໝ່ຂອງແອັບເປີ້ນຈະໃຊ້ພະລັງງານສະອາດ 100% ແລະມີຕົ້ນໄມ້ກວ່າ 7,000 ຕົ້ນ

apple-campus2-640x286
ຫຼາຍປີກ່ອນໜ້ານີ້ແອັບເປີ້ນຖືກໂຈມຕີຈາກ Greenpeace ໃນເລື່ອງຂອງການໃຊ້ພະລັງງານຫຼາຍກວ່າຈຳເປັນແລະບໍ່ເປັນມິດກັບສິ່ງແວດລ້ອມ ແຕ່ວ່າຫຼ້າສຸດທາງ Greenpeace ກໍໄດ້ຍົກໃຫ້ແອັບເປີ້ນເປັນອັນດັບ 1 ໃນດ້ານການສູນຂໍ້ມູນອະນຸລັກສິ່ງແວດລ້ອມ

ໃນວັນສິ່ງແວດລ້ອມໂລກ ແອັບເປີ້ນອອກໂຄສະນາວ່າ “ການອະນຸລັກສິ່ງແວດລ້ອມ ແມ່ນສິ່ງທີ່ເຮົາຢາກໃຫ້ບໍລິສັດອື່ນຮຽນແບບ”

http://www.youtube.com/watch?v=EdeVaT-zZt4

ທີ່ມາ – Apple Environment