spot_img
Homeວິທະຍາສາດ-ວິທະຍາການGreen Screen ເບື້ອງຫຼັງເທັກນິກ ທີ່ເນລະມິດທຸກສິ່ງ ໃນໜັງ

Green Screen ເບື້ອງຫຼັງເທັກນິກ ທີ່ເນລະມິດທຸກສິ່ງ ໃນໜັງ

Published on

 

Green Screen ເບື້ອງຫຼັງເທັກນິກ ທີ່ເນລະມິດທຸກສິ່ງໄດ້ ຕາມໃຈຕ້ອງການ ຈຶ່ງມີຄົນໄປລັກເບິ່ງເບື້ອງຫຼັງຂອງການສ້າງໜັງມາບອກ ເຄີຍສົງໄສບໍວ່າ ສາກບາງສາກທີ່ສຸດອະລັງການງານສ້າງ ທັ້ງໆທີ່ບາງສາກໂຜ່ມາແຕ່ໜ້ອຍດຽວ ແຕ່ໃຊ້ສະຖານທີ່ໃຫຍ່ໂຕ ຈ້າງຄົນມາປະກອບເຂົ້າສາກຫຼວງຫຼາຍ ຫຼືແມ່ນແຕ່ສະຖານທີ່ຕາມເມືອງໃຫຍ່ໆ ທີ່ເບິ່ງແລ້ວບໍ່ຄືຈະສາມາດເຂົ້າໄປຖ່າຍທຳໄດ້ ເຂົາເຮັດຈັ່ງໃດກັນ ລອງມາເບິ່ງເບື້ອງຫຼັງການຖ່າຍທຳ ດ້ວຍເທັກນິກ Green Screen ເທັກນິກສຸດຍອດ ທີ່ເນລະມິດທຸກສິ່ງໄດ້ ຕາມໃຈຕ້ອງການ ຫຼັກການຂອງມັນກໍງ່າຍໆ ພຽງແຕ່ເອົາສາກສີຂຽວມາກັ້ນ ແລະຖ່າຍທຳໄປຕາມປົກກະຕິ ໂດຍມີເງື່ອນໄຂວ່າ ນັກສະແດງຄົນທີ່ຢູ່ສາກ Green Screen ນັ້ນ ຕ້ອງຫ້າມມີສິ່ງຂອງຫຼືສວມໃສ່ສີຂຽວອອກໄປ ຈາກນັ້ນຖ້າຫາກຜູ້ກຳກັບຢາກຈະເພິ່ມ ອັນໃດເຂົ້າໄປ ກໍພຽງແຕ່ເອົາໄປວາງແຊກໃສ່ໃນ ຂັນຕອນການຕັດຕໍ່ທໍ່ນັ້ນເອງ ຄັກບໍລະພີ່່ນ້ອງເອີຍ !!

kapook_world-238757 kapook_world-238759

kapook_world-238760 kapook_world-238761

kapook_world-238762 kapook_world-238763

kapook_world-238764 kapook_world-238765

kapook_world-238766 kapook_world-238767

kapook_world-238768 kapook_world-238769

kapook_world-238770 kapook_world-238771

 

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...