ເທສະການບຸນກອງເຂົ້າໃຫຍ່ ເມືອງພຽງ ປີນີ້ມີຫຼາກຫຼາຍກິດຈະກຳ

0
3379

 

ງານ​ເທ​ສະ­ການ​ບຸນ​ກອງ​ເຂົ້າ​ໃຫຍ່​ເມືອງ​ພຽງ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 21 ມັງ­ກອນ​ຜ່ານ​ມາ​ທີ່​ບ້ານ ສົມ​ສະ­ຫວັນ ແຂວງ​ໄຊ​ຍະ​ບູ​ລີ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ມີ​ທ່ານ ຍັນ​ຍົງ ສີ​ປະ­ເສີດ ຮອງ​ເຈົ້າ­ແຂວງໆ​ໄຊ​ຍະ​ບູ​ລີ, ມີ​ກຳ­ມະ­ການ​ພັກ​ແຂວງ, ກຳ­ມະ­ການ​ປະ­ຈຳ​ພັກ​ເມືອງ, ຫົວ­ໜ້າ, ຮອງ​ຫົວ­ໜ້າ​ພະ­ແນກ­ການ, ກົມ​ກອງ​ຂອງ​ແຂວງ, ຂອງ​ເມືອງ, ນັກ​ສຶກ​ສາ, ຊາວ​ໜຸ່ມ​ເຍົາ­ວະ​ຊົນ,ນັກ­ທຸ­ລະ­ກິດ​ພ້ອມ​ດ້ວຍ​ພໍ່​ແມ່​ປະ­ຊາ­ຊົນ   ຊັ້ນ​ຄົນ​ບັນ­ດາ­ເຜົ່າ​ໃນ​ທົ່ວ​ເມືອງ​ພຽງ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ­ຫຼາຍ.

ໃນ​ພິ­ທີ​ທ່ານ ສົມ­ບູນ ກຸມ​ບາ​ສິດ ໄດ້​ຂຶ້ນ​ກ່າວ​ໄຂ​ງານ​ເທ​ສະ­ການ​ບຸນ​ກອງ​ເຂົ້າ​ໃຫ່​ຍ​ຄັ້ງ​ທີ VI ປະ­ຈຳ​ປີ 2016 ຊຶ່ງ​ທ່ານ​ໄດ້​ກ່າວ​ວ່າ ເມືອງ​ພຽງ ເປັນ​ເມືອງ​ໜຶ່ງ ໃນ 11 ເມືອງ​ຂອງ​ແຂວງ, ເປັນ​ເມືອງ​ທີ່​ອຸ­ດົມ­ສົມ­ບູນ​ໄປ​ດ້ວຍ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ, ມີ​ແມ່­ນ້ຳ​ຫຼາຍ​ສາຍ​ທີ່​ເໝາະ​ສົມ​ໃຫ້​ແກ່​ການ​ຜະ­ລິດ​ສະ­ບຽງ​ອາ­ຫານ ແລະ ເປັນ​ສິນ­ຄ້າ, ການ­ທ່ອງ­ທ່ຽວ​ທຳ​ມະ​ຊາດ ແລະ​ວັດ­ທະ­ນະ­ທຳ, ມີ​ຂະ​ນົບ​ທຳ­ນຽມ, ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ທີ່​ເປັນ​ເອ­ກະ­ລັກ​ຂອງ​ຊາດ, ຂອງ​ທ້ອງ­ຖິ່ນ ຊຶ່ງ​ໄດ້​ຮັບ​ການ​ປົກ​ປັກ​ຮັກ­ສາ ແລະ​ພັດ­ທະ­ນາ​ດີ​ຂຶ້ນ ຢ່າງ​ຕໍ່​ເນື່ອງ, ທົ່ວ​ເມືອງ​ປະ­ກອບ​ມີ 51 ບ້ານ, ມີ 4 ກຸ້ມ​ບ້ານ, 1 ເທ­ສະ​ບານ, 2 ບ້ານ​ໃຫຍ່ ແລະ6 ບ້ານ​ຈຸດ​ສຸມ​ພັດ­ທະ­ນາ, ມີ 8 ເຜົ່າ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ປອງ​ດອງ, ການ​ຈັດ​ງານ​ເທດ­ສະ­ການ​ບຸນ​ກອງ​ເຂົ້າ​ໃຫ່​ຍ​ຄັ້ງ​ນີ້​ເປັນ​ຄັ້ງ​ທີ 6 ຊຶ່ງ​ຄັ້ງ ທຳ​ອິດ​ແມ່ນ​ໄດ້​ຈັດ​ຂຶ້ນ​ໃນ​ປີ 2011 ແລະ ໄດ້​ຈັດ​ຂຶ້ນ​ໃນ​ທຸກ​ປີ​ໃນ​ເດືອນ​ຍີ່​ກໍ​ຄື​ເດືອນ​ມັງ­ກອນ, ຢູ່​ໃນ​ງານ​ນອກ­ຈາກ​ມີ​ພິ­ທີ​ທາງ​ການ​ແລ້ວ, ຍັງ​ມີ​ພິ­ທີ​ທາງ​ສາ­ສະ­ໜາ, ມີ​ການ​ແຮ່​ເຂົ້າ­ເປືອກ​ເຂົ້າ­ສານ​ເຂົ້າ​ວັດ, ມີ ການ​ຕັກ­ບາດ​ຖວາຍ​ສັງ­ຄະ​ທານ, ພິ­ເສດ ແມ່ນ​ມີ​ກອງ​ເຂົ້າ​ໃຫຍ່​ທີ່​ເປັນ​ເອ­ກະ­ລັກ ຂອງ​ງານ​ບຸນ, ມີ​ກ້ອນ​ກຳ­ລັງ​ແຮ່​ຜະ­ລິດ​ຕະ​ພັນ​ທີ່​ເປັນ​ເອ­ກະ­ລັກ ແລະ​ວັດ­ທະ­ນະ­ທຳ​ທີ່​ເປັນ​ສີ­ສັນ​ຂອງ​ແຕ່​ລະ​ບ້ານ​ມີ​ການ​ເປີດ​ຕະ­ຫຼາດ­ນັດ​ຜະ­ລິດ​ຕະ​ພັນ​ດ້ານ​ກະ­ສິ­ກຳ, ອຸດ­ສາ­ຫະ­ກຳ​ຂອງ​ແຕ່​ລະ​ບ້ານ, ປະ​ກວດ​ນາງ​ສາວ​ງາມ​ກອງ​ເຂົ້າ​ໃຫຍ່, ປະ​ກວດ​ອາ­ຫານ​ພື້ນ​ບ້ານ, ການ​ແຂ່ງ­ຂັນ ກີ­ລາ​ມວນ​ຊົນ, ເຂົ້າ​ຊົມ​ວິ­ຖີ​ຊີ­ວິດ​ຂອງ​ເຜົ່າ​ຕອງ­ເຫຼືອງ ຫຼື ຄົນ​ປ່າ ເປັນ​ເຜົ່າ​ທີ່​ມີ​ໜ້ອຍ ແລະ​ຊອກ​ເຫັນ​ຍາກ, ໃນ ສປປ ລາວ ພ້ອມ ມີ​ຫຼາຍ​ກິດ­ຈະ­ກຳ​ທີ່​ໄດ້​ໃຫ້​ບັນ­ດາ​ທ່ານ​ທີ່​ມາ​ຮ່ວມ​ງານ​ໄດ້​ເບິ່ງ ແລະ​ສຳ­ຜັດ.

ຂະ­ນະ​ທີ່​ເມືອງ​ພຽງ​ຍັງ​ມີ​ແຫຼ່ງ​ທ່ອງ​ທ່ຽວ​ຫຼາຍ​ແຫ່ງ​ທີ່​ໜ້າ​ທ່ຽວ​ຊົມ​ເຊັ່ນ: ກົກ​ຂາມ​ເຕ້ຍ, ດົງ​ຄຳ​ຮຽວ, ຕາດ​ນ້ຳ​ປັ່ງ, ຝາຍ​ນ້ຳ­ຕານ, ວັດ​ປ່າ​ພູ​ສະ­ຫວັນ, ໄມ່​ແຕ້ ຄ່າ​ໃຫຍ່​ພັນ​ປີ, ຖ້ຳ​ຜາ​ຫວາຍ ແລະ​ບໍ່​ນ້ຳ​ປຸ້ນ.

ຈາກ​ນັ້ນ​ທ່ານ ຍັນ​ຍົງ ສີ​ປະ­ເສີດ ຮອງ​ເລ­ຂາ​ພັກ​ແຂວງ ຮອງ​ເຈົ້າ­ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຮ່ວມ​ກັບ​ການ​ນຳ​ນັກ­ທຸ­ລະ­ກິດ​ພ້ອມ​ກັນ​ລັ່ນ​ຄອງ 9 ບາດ ເພື່ອ​ເປັນ​ສັນ­ຍະ­ລັກ​ເປີດ​ງານ​ເທ​ສະ­ການ​ບຸນ​ກອງ​ເຂົ້າ​ໃຫຍ່​ເມືອງ​ພຽງ​ຢ່າງ​ເປັນ​ທາງ​ການ.

ທີ່ມາ:logo