ເຊົ້ານີ້ ນ້ຳມັນລົງອີກແລ້ວ

0
3258

 

ນັບ​ວ່າ​ເປັນ​ອີກ​ຂ່າວ​ດີ​ສຳ­ລັບ​ພໍ່​ແມ່​ປະ­ຊາ­ຊົນ​ຊາວ​ຄ້າ­ຂາຍ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ທີ່​ໃຊ້​ຍານ­ພາ­ຫະ­ນະ​ຕ່າງໆ ເຊົ້າ​ມື້­ນີ້ ລັດ​ໄດ້​ສືບ­ຕໍ່​ປັບ​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ລົງ ເພື່ອ​ໃຫ້​ເຂົ້າ​ກັບ​ສະ­ພາບ​ຂອງ​ຕະ­ຫຼາດ​ໂລກ ໂດຍ​ການ​ປັບ​ເທື່ອ​ນີ້​ເປັນ​ຄັ້ງ​ທີ​ສອງ​ໃນ​ຮອບ​ເດືອນ​ທຳ​ອິດ​ຂອງ​ປີ 2016.

ອີງ​ຕາມ​ສະ­ພາບ ລາ­ຄາ​ຊື້-ຂາຍ​ນ້ຳ­ມັນ​ເຊື້ອ​ໄຟ​ຢູ່​ຕະ­ຫຼາດ​ໂລກ​ໃນ​ປະ­ຈຸ​ບັນ​ໄດ້​ມີ​ການ​ປ່ຽນ­ແປງ ແລະ​ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ກົນ​ໄກ​ຕະ­ຫຼາດ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ຈິ່ງ​ໄດ້​ອອກ​ແຈ້ງ​ການ​ສະ­ບັບ​ເລກ​ທີ 0140/ອຄ.ຄພນ ລົງ​ວັນ​ທີ 25 ມັງ­ກອນ 2016 ເລື່ອງ​ການ​ປັບ​ລົງ​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ຊຶ່ງ​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ຕັ້ງ­ແຕ່​ເວ­ລາ 6:00 ໂມງ​ຂອງ​ວັນ​ທີ 26 ມັງ­ກອນ​ເປັນ­ຕົ້ນ​ໄປ.

ໂດຍ​ນະ­ຄອນ­ຫຼວງ​ວຽງ​ຈັນ​ແອັດ​ຊັງ​ພິ­ເສດ​ຈາກ​ລາ­ຄາ 8.160 ລົງ​ຕໍ່​ລິດ​ປັບ ເປັນ 7.970 ກີບ​ຕໍ່​ລິດ, ທຳ​ມະ​ດາ​ຈາກ 7.130 ກີບ ມາ​ເປັນ 6.970 ກັບ​ຕໍ່​ລິດ, ກາ​ຊວນ 5.750 ກີບ ມາ​ເປັນ 5.600 ກີບ​ຕໍ່​ລິດ, ຄຳ​ມ່ວນ​ແອັດ​ຊັງ​ພິ­ເສດ​ມາ​ຢູ່​ທີ່ 8 ພັນ​ກີບ​ຕໍ່​ລິດ, ທຳ​ມະ​ດາ 7 ພັນ​ກີບ​ຕໍ່​ລິດ ແລະ​ກາ​ຊວນ​ຢູ່​ທີ່ 5.630 ກີບ​ຕໍ່​ລິດ, ສະ­ຫວັນ​ນະ​ເຂດ ແອັດ​ຊັງ​ພິ­ເສດ​ຢູ່​ທີ່ 8 ພັນ​ກີບ​ຕໍ່​ລິດ, ທຳ​ມະ​ດາ 7 ພັນ​ກີບ​ຕໍ່​ລິດ ແລະ ກາ​ຊວນ​ມາ​ຢູ່​ທີ່ 5.630 ກີບ​ຕໍ່​ລິດ.

ສ່ວນ​ທາງ​ແຂວງ​ຈຳ­ປາ​ສັກ ແອັດ​ຊັງ​ພິ­ເສດ​ຈາກ 8.520 ກີບ​ຕໍ່​ລິດ ມາ​ຢູ່​ທີ່ 8.030 ກີບ​ຕໍ່​ລິດ, ທຳ​ມະ​ດາ 7.190 ກີບ ມາ​ຢູ່​ທີ່ 7.030 ກີບ​ຕໍ່​ລິດ, ກາ​ຊວນ 5.660 ກີບ​ຕໍ່​ລິດ, ທາງ​ດ້ານ​ແຂວງ​ບໍ່​ແກ້ວ ແອັດ​ຊັງ​ພິ­ເສດ 8.570 ກີບ​ມາ​ຢູ່​ທີ່ 8.070 ກີບ​ຕໍ່​ລິດ, ທຳ​ມະ​ດາ 7.230 ກີບ​ມາ​ເປັນ 7.070 ກີບ​ຕໍ່​ລິດ, ກາ​ຊວນ​ຢູ່​ທີ່ 5.700 ກີບ​ຕໍ່​ລິດ, ສຳ­ລັບ​ແຂວງ​ຊຽງ​ຂວາງ​ແອັດ​ຊັງ​ທຳ​ມະ​ດາ 7.330 ກີບ​ມາ​ຢູ່​ທີ່ 7.160 ກີບ​ຕໍ່​ລິດ ແລະ​ກາ​ຊວນ​ຈາກ 5.950 ກີບ ມາ​ຢູ່​ທີ່ 5.790 ກີບ​ຕໍ່​ລິດ.

12644784_1313539151996894_7273054880188343655_n

ທີ່ມາ:logo