LINE Android ປ່ຽນຊື່ LINE Premium Call ເປັນ LINE Out ໃຊ້ງານງ່າຍກວ່າເກົ່າ

LINE Out

LINE ເທິງ Android ອອກ​ອັບ​ເດດ​ເວີ​ຊັ່ນ 5.4.0 ປ່ຽນ​ຊື່​ບໍລິການ LINE Premium Call ເປັນ LINE Out ພ້ອມ​ປັບປຸງ​ໃຫ້​ໃຊ້​ງານ​ງ່າຍ​ສະ​ດວກ​ກວ່າ​ເກົ່າ
ເມື່ອ​ວັນທີ່ 25 ສິງ​ຫາ ແອັບ  LINE ເທິງ Android ໄດ້​ອອກ​ອັບ​ເດດ​ເວີ​ຊັ່ນ 5.4.0 ໂດຍ​ໄດ້​ປ່ຽນ​ຊື່​ບໍລິການ  LINE Premium Call ເປັນ  LINE Out ຊຶ່ງ​ເປັນ​ບໍລິການ​ທີ່​ໃຫ້​ຜູ້​ໃຊ້ LINE ສາມາດ​ໂທຫາ​ເບີໂທ​ອື່ນໆ ລວມ​ທັງ​ໂທ​ຫາ​ຜູ້​ທີ່​ບໍ່​ໄດ້​ໃຊ້ LINE ພ້ອມ​ທັງ​ປັບປຸງ​ໃຫ້​ໃຊ້​ງານ​ໄດ້​ສະ​ດວກ​ແລະ​ງ່າຍ​ກວ່າ​ເກົ່າ ດ້ວຍ​ການ​ເພີ່ມ​ແທັບ Calls ໃນ​ແອັບ  LINE ທີ່​ຜູ້​ໃຊ້​ສາມາດ​ເລືອກ​ແທັບ Calls ແລະ​ໂທຫາໝູ່​ເພື່ອນ​ ໄດ້​ທັນ​ທີ ແລະ​ຍັງ​ສາມາດ​ເບິ່ງ​ປະຫວັດ​ການ​ ໂທອອກ ຮັບ​ສາຍ​ ຂອງ​ໝູ່ເພື່ອນ​ແຕ່​ລະ​ຄົນ​ໄດ້​ອີກ​ດ້ວຍ

LINE Out

LINE Out

ທັງ​ນີ້​ກ່ອນ​ອື່ນ​ຜູ້​ໃຊ້​ຈະ​ຕ້ອງ​ເຂົ້າໄປ​ຕັ້ງ​ຄ່າ​ທີ່ Settings> LINE Out Settings ແລະ​ເລືອກ Call LINE Friends From Profiles ເພື່ອ​ໃຫ້​ສາມາດ​ໂທ​ຫາ​ເພື່ອນ​ຈາກ​ໜ້າ​ໂປຣ​ໄຟລ໌​ໄດ້​ໂດຍ​ກົງ ແລະ Sync ເບີໂທ​ທີ່​ບັນ​ທຶກ​ໄວ້​ໃນ​ເຄື່ອງ​ສຳລັບ​ໃຊ້  LINE Out ໂທຫາ​ຄົນ​ອື່ນ  ທີ່​ບໍ່​ໄດ້​ໃຊ້ LINE ຫລື​ຖ້າ​ຫາກ​ຕ້ອງ​ການ​ໂທຫາ​ເບີ​ອື່ນໆ ທີ່​ບໍ່​ໄດ້​ບັນ​ທຶກ​ໄວ້​ກໍ​ສາມາດ​ເຮັດ​ໄດ້​ເຊັ່ນ​ດຽວ​ກັບ​ການ​ໃຊ້​ໂທລະ​ສັບ​ປົກກະຕິ ຊຶ່ງ​ການ​ໂທ​ດ້ວຍ LINE Out ນັ້ນ​ຈະ​ຊ່ວຍ​ປະ​ຫຍັດ​ຄ່າ​ໃຊ້​ຈ່າຍ​ໄດ້​ຫລາຍກວ່າ​ການ​ໂທລະ​ສັບ​ແບບ​ປົກກະຕິ​ພໍ​ສົມຄວນ​ເລີຍ​