ໜາວຈັດ! ສຶກສາອອກໜັງສືແຈ້ງການພັກຮຽນ ທີ່ຫົວພັນສັດເລີ່ມລົ້ມຕາຍ

0
2724

ໃນວັນທີ 25 ມັງກອນ 2016 ກະຊວງສຶກສາທິການ ແລະກີລາ ໄດ້ອອກໜັງສືແຈ້ງການເຖິງທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານເຈົ້າແຂວງທຸກໆແຂວງໃນທົ່ວປະ ເທດກ່ຽວກັບການພັກຮຽນໃນໄລຍະອາກາດໜາວ.

ຊຶ່ງໜັງສືແຈ້ງການດັ່ງກ່າວມີເນື້ອໃນລະບຸວ່າ: ໄລຍະວັນທີ 25-31 ມັງກອນ 2016 ແມ່ນໄລຍະພັກພາກຮຽນທີ I ສົກຮຽນ 2015-2016 ແລະຈະເລີ່ມເຂົ້າຮຽນພາກຮຽນ ທີ II ນັບແຕ່ວັນທີ 1 ກຸມພາ 2016 ເປັນຕົ້ນໄປ ເນື່ອງຈາກວ່າໃນໄລຍະເວລານີ້ເຫັນວ່າສະພາບອາກາດໜາວຫຼາຍ ອາດຈະມີຜົນກະທົບໂດຍກົງຕໍ່ສຸຂະພາບຂອງນັກຮຽນ-ນັກສຶກສາ ສະນັ້ນ ຈິ່ງສະເໜີມອບໃຫ້ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະທ່ານເຈົ້າແຂວງທຸກໆແຂວງໃນທົ່ວປະເທດຊ່ວຍຊີ້ນຳອຳນາດການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາ ແລະກີລາຂັ້ນຂອງຕົນ ພ້ອມກັນເອົາໃຈໃສ່ຕິດຕາມຊຸກຍູ້ການຮັກສາສຸຂະພາບຂອງນັກຮຽນ-ນັກສຶກສາໃນໄລຍະອາກາດໜາວນີ້ໃຫ້ດີ ແລະປັດສະຈາກສິ່ງເຈັບເປັນຕ່າງໆທີ່ອາດຈະເກີດຂຶ້ນຍ້ອນອາກາດໜາວ.

ຖ້າຫາກວ່າໃນໄລຍະເຂົ້າຮຽນພາກຮຽນທີ II ນີ້ ອາກາດຍັງສືບຕໍ່ໜາວຈັດຢູ່ແມ່ນມອບໃຫ້ອຳນາດການປົກຄອງ ແຕ່ລະທ້ອງຖິ່ນເປັນຜູ້ຄົ້ນຄວ້າພິຈາລະນາຕາມສະພາບຄວາມເປັນຈິງ, ອາດຈະໂຈະການເຂົ້າຮຽນຊົ່ວຄາວຈົນກວ່າອາກາດຈະຢູ່ໃນສະພາບປົກກະຕິ ແຕ່ໃຫ້ມີແຜນການດຳເນີນການຮຽນ-ການສອນຊົດເຊີຍຄືນໃນໄລຍະພັກຮຽນຊົ່ວຄາວນັ້ນ ທັງນີ້ ກໍເພື່ອຮັບປະກັນເຮັດໃຫ້ການຮຽນ-ການສອນໝົດຕາມ ໂຄງການຫຼັກສູດທີ່ກຳນົດໄວ້ໃນແຕ່ລະຊັ້ນຮຽນ.

ຢ່າງໃດກໍຕາມ ເມື່ອບ່າຍວັນທີ 25 ມັງກອນຜ່ານມາ ທ່ານ ພວງສະຫວັດ ພົມມາສີ ຫົວໜ້າຂະແໜງລ້ຽງສັດແຂວງຫົວພັນໄດ້ໃຫ້ສໍາພາດຜ່ານໂທລະສັບຕໍ່ນັກຂ່າວໜັງສືພິມພວກເຮົາຮູ້ວ່າ: ໃນລະຫວ່າງວັນທີ 23-25 ມັງກອນ 2016 ເປັນຕົ້ນມາຢູ່ແຂວງຫົວພັນ ໂດຍສະເພາະເມືອງຊໍາເໜືອ, ເມືອງຫົວເມືອງ ແລະ ເມືອງວຽງໄຊ ມີສະພາບອາກາດໜາວຈັດວັດແທກອຸນຫະພູມຕໍ່າສຸດ -1 ອົງສາ, ມີໝາກເຫັບຕົກຢູ່ເປັນບາງໄລຍະ ຊຶ່ງໄດ້ສົ່ງຜົນກະທົບໃຫ້ສັດລ້ຽງເຊັ່ນ: ງົວ, ຄວາຍທີ່ປ່ອຍຢູ່ຕາມທໍາມະຊາດເລີ່ມ ລົ້ມຕາຍເປັນຈໍານວນຫຼວງຫຼາຍ, ນອກນີ້ ຍັງມີໝູ ແລະປາລ້ຽງແບບທໍາມະຊາດ ຕາຍອີກຈໍານວນໜຶ່ງ, ແຕ່ເນື່ອງຈາກວ່າເຫດການກໍາລັງເກີດຂຶ້ນມາບໍ່ດົນເຮັດໃຫ້ຕອນນີ້ພວກເຮົາ ຈິ່ງຍັງບໍ່ສາມາດສະຫຼຸບຕົວເລກທີ່ແທ້ຈິງຂອງຈໍານວນສັດຕາຍໄດ້, ຄາດວ່າວັນທີ 27 ມັງກອນຈະໄດ້ຄໍາຕອບທີ່ຊັດເຈນ.

ທ່ານຫົວໜ້າຂະແໜງລ້ຽງສັດຍັງກ່າວອີກວ່າ: ຕໍ່ກັບເຫດການດັ່ງກ່າວມາຮອດຕອນແລງມື້ນີ້ (ວັນທີ 25 ມັງກອນ 2016) ພວກເຮົາໄດ້ອອກແຈ້ງການ ຜ່ານທາງວິທະຍຸ, ໂທລະໂຄງ ເພື່ອປະກາດເຖິງພໍ່ແມ່ປະຊາຊົນນໍາຈັບສັດລ້ຽງຂອງຕົນມາຂັງໄວ້ຄອກແລ້ວດັງໄຟຂຶ້ນ ເພື່ອສ້າງຄວາມອົບອຸ່ນແກ່ສັດເປັນການແກ້ໄຂຊ່ວຍເຫຼືອໃນເບື້ອງຕົ້ນ.

ສໍາລັບສະພາບອາກາດແຕ່ເວລາ 7:00 ໂມງຂອງວັນທີ 25 ມັງກອນ 2016 ຫາ 7:00 ໂມງຂອງວັນທີ 26 ຂອງ ເດືອນດຽວກັນກົມອຸຕຸນິຍົມ ແລະອຸທົກກະສາດ ໄດ້ແຈ້ງໃຫ້ຮູ້ວ່າ: ພາກເໜືອດ້ານຕາເວັນອອກ: ອາກາດຍັງສືບຕໍ່ໜາວເຢັນຫຼາຍ, ພ້ອມມີໝອກໜາວປົກ ຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະຈະມີຝົນ ຕົກລະດັບຄ່ອຍຢູ່ແຂວງຜົ້ງສາລີ: ອຸນຫະ ພູມຕໍ່າສຸດ 3-5 ອົງສາ ແລະສູງສຸດ 20-22 ອົງສາ, ພາກເໜືອດ້ານຕາເວັນຕົກ: ມີເມກປົກຄຸມເປັນບາງສ່ວນ, ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຫຼວງນໍ້າທາ ແລະ ບໍ່ແກ້ວ, ອຸນຫະພູມຕໍ່າສຸດ 8-10 ອົງສາ ແລະສູງສຸດ 28-30 ອົງສາ.

ສ່ວນເຂດນະຄອນຫຼວງວຽງຈັນ ແມ່ນມີເມກປົກຄຸມເປັນບາງສ່ວນ, ອາກາດໜາວເຢັນ ແລະຈະມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່ບາງບໍລິເວນ, ອຸນຫະພູມຕໍ່າສຸດ 14-16 ອົງສາ ແລະ ສຸງສຸດ 27-29 ອົງສາ, ພາກກາງ: ມີ ເມກປົກຄຸມເປັນບາງສ່ວນ, ອາກາດສືບ ຕໍ່ໜາວເຢັນຂຶ້ນຕື່ມອີກ ແລະຈະມີຝົນຕົກ ໃນລະດັບຄ່ອຍຫາປານກາງຢູ່ບາງທ້ອງ ຖິ່ນແຂວງວຽງຈັນ, ບໍລິຄໍາໄຊ ພ້ອມມີ ລົມພັດແຮງເປັນບາງໂອກາດ, ອຸນຫະພູມຕໍ່າສຸດ 13-15 ອົງສາ ແລະສຸງສຸດ 28-30 ອົງສາ, ແຂວງໄຊສົມບູນ ແລະ ຫຼັກຊາວ: ອາກາດຍັງໜາວເຢັນຫຼາຍ ແລະຈະມີຝົນຕົກໃນລະດັບຄ່ອຍ, ອຸນຫະ ພູມຕໍ່າສຸດ 6-8 ອົງສາ ແລະສຸງສຸດ 18-20 ອົງສາ, ພາກໃຕ້: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນຫາໜາວເຢັນ ແລະຈະມີລົມພັດແຮງເປັນບາງໂອກາດອຸນຫະພູມຕໍ່າສຸດ 16-18 ອົງສາ ແລະ ສຸງສຸດ 30-32 ອົງສາ, ເຂດພູພຽງບໍລະເວນປາກຊ່ອງ: ອາກາດໜາວເຢັນຫຼາຍ ແລະມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕໍ່າສຸດ 6-8 ອົງສາ ແລະສູງສຸດ 23-25 ອົງສາ.

ທີ່ມາ:logo