Samsung Galaxy S6 Active ຈະມີຈຸດເດັ່ນເພີ່ມຂຶ້ນສາມາດກັນນໍ້າກັນຝຸ່ນ ແລະ ໃສ່ກາຣ໌ກຄວາມຈໍາ SDເພີ່ມໄດ້

gsmarena_001 (1)

Samsung Galaxy S6 Active ຈະມີຈຸດເດັ່ນເພີ່ມຂຶ້ນສາມາດກັນນໍ້າ ແລະ ໃສ່ກາຣ໌ກຄວາມຈໍາ SDເພີ່ມໄດ້

ເປີດໂຕ Samsung Galaxy S6 ໄດບໍ່ດົນ ຊໍາຊຸງກໍ່ຖືກຜູ້ໃຊ້ງານຖາມຫາ ຟິຕເຈີຣ໌ໂຕເສີມ ທີ່ດີໃນ S5 ເຊັ່ນກັນນໍ້າກັນຝຸ່ນ ແລະ ໃສ່ SD Card ເພີ່ມຄວາມຈໍາໃດ້ ຫຼ້າສຸດເບິ່ງຄື່ວ່າ Samsung ໄດ້ຮັບຟັງຄວາມຄິດເຫັນໃນຈຸດນີ້ ເລີຍກຽມອອກ Samsung Galaxy S6 Active ທີ່ສາມາດກັນນໍ້າກັນຝຸ່ນ ປ່ຽນແບຕເຕີຣີໄດ້ ແລະ ເພີ່ມໜ່ວຍຄວາມຈໍາໄດ້ໃນອະນາຄົດ

Samsung Galaxy S6 Active ບໍ່ແປກເລີຍວ່າເປັນລຸ້ນພັດທະນາຂອງ Samsung Galaxy S6 ແຕ່ມັນເປັນຄືກັບລຸ້ນພັດທະນາແຍກອອກມາຕ່າງຫາກ ກໍ່ຄືວ່າບໍ່ໄດ້ເພີ່ມຄວາມສາມາດ ກັນນໍ້າກັນຝຸ່ນ ແລະ ໃສ່ SD Card ໄດ້ ເຂົາໄປໃນເຄື່ອງລຸ້ນເກົ່າ-ໂຕເກົ່າ, ແຕ່ລຸ້ນ Active ແລະ ຈະເປັນລຸ້ນໃໝ່ ຈະຕັດລະບົບສະແກນລາຍນິ້ວມື ແລະ ລະບົບວັດການເຕັ້ນຂອງຫົວໃຈອອກໄປ

maxresdefault

ກັນນໍ້າກັນຝຸ່ນ ກັບມາອີກຄັ້ງແລ້ວ!

ໃນສ່ວນຂອງສະເປັກອຶ່ນໆ ນັ້ນນ່າຈະໃກ້ຄຽງກັນກັບ Galaxy S6 ແຕ່ຍັງບໍ່ມີຄໍາຢືນຢັນອອກມາຢ່າງເປັນທາງການ ແຕ່ ມີຂ່າວລືວ່າລຸ້ນນີ້ຈະອອກມາວາງຂາຍໃນຊ່ວງປະມານເດືອນ ກັນຍາ ຂອງປີນີ້ ສ່ວນລາຄາຍັງບໍ່ມີຫຼຸດອອກມາແຕ່ຢ່າງໃດ.