HomeມູມໄອທີລາວWindows 10 Mobile ສຳລັບ Xiaomi Mi 4 ອອກແລ້ວ

Windows 10 Mobile ສຳລັບ Xiaomi Mi 4 ອອກແລ້ວ

Published on

image

image

ໃນເດືອນ ມີນາ ທີ່ຜ່ານມານັ້ນມີຂ່າວວ່າ Microsoft ກຳລັງທົດສອບໃຊ້ງານ Windows 10 Mobile ກັບໂທລະສັບມືຖື Android ຄືລຸ້ນ Xiaomi Mi 4 , ຈົນມາຮອດເດືອນ ເມສາ Microsoft ໄດ້ປ່ອຍພາບຂອງ Mi 4 ທີ່ກຳລັງໃຊ້ງານ Windows 10 Mobile. ເຊິ່ງມື້ນີ້ເອງທາງ Microsoft ໄດ້ປ່ອຍ ROM Windows 10 Mobile ໃຫ້ສຳລັບ Xiaomi Mi 4 ຢ່າງເປັນທາງການ ແລະທາງ Xiaomi ກໍໄດ້ປ່ອຍພາບສະມາດໂຟນເຮືອທຸງຂອງຕົນເອງທີ່ໃຊ້ງານລະບົບປະຕິບັດການ Windows 10 Mobile ລົງສູ່ໜ້າເວັບ Weibo.

image

image

image

ແຕ່ກົງກັນຂ້າມກັນຄື ສຳລັບສະມາດໂຟນ Lumia ທີ່ Microsoft ເປັນຜູ້ຮັບຜິດຊອບຜະລິດຕະພັນຢູ່ນັ້ນ ຍັງບໍ່ມີການປ່ອຍອັບເດດ ROM Windows 10 Mobile ອອກມາເທື່ອ ແຕ່ມີການຄາດການວ່າຈະມີການປ່ອຍການອັບເດດພາຍໃນເດືອນທັນວານີ້ ຖ້າຊ້າສຸດກໍຄົງເປັນ ເດືອນມັງກອນປີໜ້າ.image

image

image

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...