spot_img
Homeຂ່າວທ້ອງຖິ່ນລັດຖະບານລາວຈະໃຫ້ການຊ່ວຍເຫຼືອນັກສຶກສາລາວ 43 ຄົນຢູ່ເມືອງອູຮັ່ນຕາມຄວາມເໝາະສົມ

ລັດຖະບານລາວຈະໃຫ້ການຊ່ວຍເຫຼືອນັກສຶກສາລາວ 43 ຄົນຢູ່ເມືອງອູຮັ່ນຕາມຄວາມເໝາະສົມ

Published on

ໜັງສືພິມວຽງຈັນໃໝ່ລາຍງານວ່າ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ໄດ້ຈັດພິທີຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍວັນທີ 10 ມີນານີ້ ກ່ຽວກັບຄວາມເອົາໃຈໃສ່ຂອງລັດຖະບານລາວ ແລະ ເພື່ອຮັບຮູ້ສະພາບການເປັນຢູ່ຂອງນັກສຶກສາລາວຈໍານວນ 43 ຄົນ ທີ່ປະຈຸບັນນີ້ຍັງອາໄສຢູ່ເມືອງອູຮັນ.

ໃນການຖະແຫຼງຂ່າວໃຫ້ຮູ້ວ່າ: ເພື່ອຈໍາກັດພະຍາດບໍ່ໃຫ້ລະບາດໄປບ່ອນອື່ນ, ທາງການ ສປ ຈີນ ໄດ້ມີມາດຕະການທີ່ເຂັ້ມງວດ, ສັ່ງປິດເມືອງ ອູຮັ່ນ ຄົນໃນຫ້າມອອກ ຄົນນອກຫ້າມເຂົ້າ, ເຊິ່ງສາມາດເຂົ້າໄປໄດ້ສະເພາະບຸກຄະລາກອນທາງການແພດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເທົ່ານັ້ນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ນັກສຶກສາລາວຈໍານວນ 42 ຄົນ ທີ່ບໍ່ໄດ້ກັບບ້ານໃນໄລຍະປີໃໝ່ຈີນ ຍັງຄ້າງຢູ່ຫໍພັກນັກສຶກສາ ແລະ ມີອີກ 1 ຄົນ ທີ່ໄປຢາມໝູ່ໃນໄລຍະພັກຮຽນ ກໍ່ຕິດຄ້າງຢູ່ ເມືອງ ອູຮັ່ນ ເຊັ່ນກັນລວມທັງໝົດເປັນ 43 ຄົນ.

ໃນນັ້ນ 22 ຄົນ ແມ່ນນັກຮຽນຈາກນະຄອນຫຼວງວຽງຈັນ, 5 ຄົນ ຈາກແຂວງຫຼວງພະບາງ, 3 ຄົນຈາກແຂວງສະຫວັນນະເຂດ, 3 ຄົນ ຈາກແຂວງຈໍາປາສັກ, ສໍາລັບ ແຂວງຫຼວງນໍ້າທາ, ແຂວງບໍລິຄໍາໄຊ ແລະ ແຂວງຊຽງຂວາງ ແຂວງລະ 2 ຄົນ, ແລະ ຈາກແຂວງໄຊຍະບູລີ, ແຂວງວຽງຈັນ, ແຂວງຜົ້ງສາລີ ແລະ ແຂວງສາລະວັນ ແຂວງລະ 1 ຄົນ. ນອກຈາກນີ້ ຍັງມີນັກສຶກສາລາວ ທີ່ບໍ່ໄດ້ກັບບ້ານ ທີ່ຍັງຢູ່ແຂວງອື່ນໆ ໃນ ສປ ຈີນ ຕື່ມອີກ 87 ຄົນ ເຊິ່ງນັກສຶກສາເຫຼົ່ານີ້ບໍ່ໄດ້ຖືກຈໍາກັດການໄປມາຄືກັບນັກສຶກສາຢູ່ ເມືອງ ອູຮັ່ນ.

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປັກກິ່ງ, ສະຖານກົງສູນໃຫຍ່ ສປປ ລາວ ທີ່ເມືອງຊາງຊາ ທີ່ໃກ້ກັບເມືອງ ອູຮັ່ນ ກວ່າໝູ່ ແລະ ສະຖານກົງສູນໃຫຍ່ ຢູ່ບ່ອນອື່ນໆ ໄດ້ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ແລະ ໄດ້ປະສານສົມທົບກັບທາງການ ສປ ຈີນ ເພື່ອໃຫ້ຄວາມຊ່ວຍເຫຼືອຕາມຄວາມເໝາະສົມ. ທາງຝ່າຍຈີນກໍ່ໄດ້ເອົາໃຈໃສ່ຊ່ວຍເຫຼືອນັກສຶກສາທຸກຊາດທີ່ຍັງຢູ່ ເມືອງ ອູຮັ່ນ.

 

 

ຮຽບຮຽງຂ່າວ: ບຸດສະດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...