22 – 24 ກຸມພານີ້! ອາກາດໜາວຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 22 ຫາ 28 ກຸມພາ 2021 ວ່າ: ໃນໄລຍະວັນທີ 22 – 24 ກຸມພານີ້ ຄວາມກົດດັນສູງຂອງອາກາດໜາວທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມດ້ວຍກຳລັງອ່ອນ ເຊິ່ງຈະເຮັດໃຫ້ອາກາດໜາວເຢັນ ຫາ ໜາວຫຼາຍ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ, ສ່ວນພາກກາງ ແລະ ພາກໃຕ້ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໃນຕອນບ່າຍອາກາດຈະຮ້ອນຂຶ້ນ.​

ຈາກນັ້ນໃນໄລຍະວັນທີ 25 ຫາ 28 ກຸມພາ 2021 ຄວາມກົດດັນສູງຂອງອາກາດໜາວເຢັນຈະອ່ອນກໍາລັງລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂື້ນ 1 ຫາ 3 ອົງສາ ຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ.

ຮຽບຮຽງຂ່າວ: