spot_img
Homeນານາສາລະສະຫມອງຂີ້ລືມເພາະມັກເຮັດ 6 ຢ່າງນີ້!

ສະຫມອງຂີ້ລືມເພາະມັກເຮັດ 6 ຢ່າງນີ້!

Published on

109784

ໃນ​ຮ່າງກາຍ​ຂອງ​ມະນຸດ ສະຫມອງ ຖື​ເປັນ​ອະໄວຍະວະ​ທີ່​ສຳຄັນ​ທີ່ສຸດ​ໃນ​ການ​ດຳ​ລົງ​ຊີວິດເປັນ​ສູນ​ກາງ​ຄວບ​ຄຸມ​ທຸກ​ຢ່າງ​ໃນ​ລະບົບ​ຂອງ​ຮ່າງກາຍ​ຄຽງຄູ່​ໄປ​ກັບ​ຫົວ​ໃຈອີກ​ທັງ​ຍັງ​ເປັນ​ສ່ວນ​ທີ່​ຕ້ອງ​ການ​ການ​ເບິ່ງແຍງ​ແລະ​ບຳ​ລຸງ​ຢູ່​ສະເໝີເພື່ອ​ພັດທະນາ​ໃຫ້​ເຮົາ​ໃຊ້​ສະຫມອງ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນທັງ​ໃນ​ດ້ານ​ຂອງ​ຄວາມ​ຈື່ຈຳ​ແລະ​ລະບົບ​ການເຮັດວຽກງານ​ຂອງ​ຮ່າງກາຍເພາະ​ສະ​ນັ້ນຖ້າ​ເຮົາ​ຢາກ​ໃຫ້​ສະຫມອງ​ຍັງ​ຄົງ​ປະ​ສິດ​ທິ​ພາບ​ຕໍ່ໄປ​ດົນ​ໆມາ​ເບິ່ງ​ກັນ​ວ່າ​ມີ​ປັດ​ໄຈ​ຫຍັງ​ແນ່ທີ່​ທຳລາຍ​ສະຫມອງ​ແລະ​ຄວາມຈື່​ຈຳ​ຂອງ​ເຮົາ

1.ບໍ່​ກິນ​ອາຫານ​ເຊົ້າ
ອາຫານ​ເຊົ້າ​ໃຜ​ວ່າ​ບໍ່​ສຳຄັນຄວາມຈິງແລ້ວ“ອາຫານ​ເຊົ້າ”ຖື​ເປັນ​ຄາບທີ່​ສຳຄັນ​ຫລາຍກວ່າ​ຄາບອື່ນໆເລີຍເນື່ອງ​ຈາກ​ໃນ​ຕອນ​ເຊົ້າ​ຄົນ​ເຮົາ​ຕ້ອງ​ການ​ສານ​ອາຫານ​ທີ່​ພຽງ​ພໍ​ຢ່າງຫລວງ​ຫລາຍ​ໃນ​ການ​ດຳ​ເນີນ​ຊີວິດ​ຕໍ່​ອີກໝົດ​ມື້​ລວມ​ເຖິງ​ສະຫມອງ​ນໍາຖ້າ​ເຮົາ​ອົດ​ຄາບເຊົ້າ​ຕິດ​ຕໍ່​ກັນ​ດົນ​ຫລາຍ​ປີ​ຈົນ​ເປັນ​ນິ​ໄສໃນ​ອະນາຄົດ​ກໍ​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເປັນ​ພະຍາດ​ສະຫມອງ​ເສື່ອມຫລື“ພະຍາດ​ອັນ​ໄຊ​ເມີ”ນັ້ນ​ເອງ?ຮູ້​ແບບ​ນີ້​ແລ້ວ​ກໍ່ຄວນກິນ​ອາຫານ​ເຊົ້າ​ກັນ

2.ດື່ມ​ແອວກໍ​ຮໍ
ແທ້ໆແລ້ວ​ແອວ​ກໍ​ຮໍ​ຖື​ເປັນ​ສານ​ເສບ​ຕິດ​ຊະນິດ​ໜຶ່ງ​ເລີຍ​ຖ້າ​ດື່ມ​ເປັນ​ປະຈຳ​ຫລື​ດື່ມ​ໃນ​ປະລິມານ​ທີ່​ຫລາຍ​ເກີນ​ໄປ​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນລິດ​ຂອງ​ແອວກໍ​ຮໍຍ່ອມ​ມີ​ຜົນ​ເສຍ​ຕໍ່​ສຸຂະພາບ​ແລະ​ສະຫມອງ​ໂດຍ​ກົງບໍ່​ວ່າ​ຈະ​ສະຫມອງ​ເຮັດວຽກ​ຊ້າ,ຂາດ​ສະຕິຈື່​ຈຳ​ຫຍັງ​ບໍ່​ໄດ້,ຄວາມ​ຄິດ​ສັບ​ສົນ,ເກີດ​ພາບ​ຫລອນ,ປະສາດ​ຫລອນແຖມ​ຍັງ​ເປັນ​ທີ່​ມາ​ຂອງ​ພະຍາດ​ຕ່າງໆຫລວງຫລາຍທັງ​ພະຍາດ​ຕັບ​ແຂງພະຍາດຕິດ​ສຸ​ລາ​ຊຳເຮື້ອພະຍາດ​ສະຫມອງ​ເສື່ອມແລະ​ພະຍາດ​ປະສາດແຕ່​ກໍ​ບໍ່ແມ່ນ​ວ່າ​ເຮົາ​ຈະ​ດື່ມ​ແອວກໍ​ຮໍ​ກັນ​ບໍ່​ໄດ້​ເລີຍຂໍ້​ດີ​​ກໍ​ມີ​ຢູ່​ຄືເຮັດໃຫ້​ເລືອດ​ໄຫລວຽນດີ,ຄຶກຄື້ນ,ຈິດ​ໃຈ​ຜ່ອນ​ຄາຍແຕ່​ຕ້ອງ​ດື່ມ​ໃນ​ປະລິມານ​ທີ່​ພໍ​ດີ

3.ກິນ​ຂອງ​ຫວານ​ຫລາຍ​ເກີນ​ໄປ
ເຖິງ​ສາວໆທັງ​ຫລາຍ​ທີ່​ມັກ​ກິນ​ຂອງ​ຫວານ(ລວມ​ເຖິງ​ໜຸ່ມໆ)ມາ​ຟັງ​ທາງ​ນີ້​ເລີຍຮູ້​ຫລື​ບໍ່​​ວ່າ ການ​ທີ່​ຄົນ​ເຮົາ​ກິນ​ຂອງ​ຫວານ​ຫລາຍໆຈະ​ເຮັດໃຫ້​ໄປ​ຂັດ​ຂວາງ​ການ​ດູດ​ກືນ​ຂອງ​ໂປ​ຕີນ​ແລະ​ສານ​ອາຫານ​ທີ່​ມີ​ເປັນ​ປະໂຫຍດ​ຕໍ່​ຮ່າງກາຍ​ແລະ​ສະຫມອງຈົນ​ນຳ​ໄປ​ສູ່​ທີ່​ມາ​ຂອງ “ພະຍາດ​ຂາດ​ສານ​ອາ​ຫານ”ນັ້ນ​ເອງແລະ​ຍັງ​ເຮັດໃຫ້​ການ​ພັດທະນາ​ຂອງ​ສະຫມອງ​ບໍ່​ເປັນ​ໄປ​ຢ່າງ​ທີ່​ຄວນ​ຈະ​ເປັນ​ດ້ວຍຮູ້​ວ່າ​ເຮັດ​ໄດ້​ຍາກ​ແຕ່​ຖ້າ​ກິນໃນ​ປະລິມານ​ທີ່​ພໍ​ດີກໍ່ຈະດີ

4.ຄວາມ​ຄຽດ
ຄວາມ​ຄຽດຖື​ເປັນ​ໄພ​ຮ້າຍ​ທີ່​ເປັນ​ຕົວ​ການ​ກໍ່​ໃຫ້​ເກີດ​ພະຍາດ​ຕ່າງໆຫລວງຫລາຍນອກ​ຈາກ​ຈະ​ທຳລາຍ​ສຸຂະພາບ​ແລ້ວ​ຍັງ​ທຳລາຍ​ສະຫມອງ​ນໍາອີກ​ແທ້ໆແລ້ວ​ຄົນ​ເຮົາ​ສາມາດ​ທົນ​ກັບ​ຄວາມ​ຄຽດ​ໄດ້​ພຽງແຕ່​ລະ​ດັບ​ໜຶ່ງ​ເທົ່າ​ນັ້ນແຕ່​ຖ້າ​ເພີ່ມ​ຫລາຍ​ຂຶ້ນ​ແລະ​ສະ​ສົມ​ໄປ​ເລື່ອຍ​ໆ ຈະ​ສົ່ງ​ຜົນ​ເສຍ​ໃນ​ໄລ​ຍະ​ຍາວ​ທັງ​ກັບ​ຮ່າງກາຍ​ແລະ​ຈິດ​ໃຈແຖມ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເປັນ​ພະຍາດ​ຊຳເຮື້ອ​ອື່ນໆນໍາ​ມາເຊັ່ນ:ພະຍາດ​ຄວາມ​ດັນ​ເລືອດ​ສູງ,ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຕີບ,ເພາະ​ໃນ​ການ​ປະເຊີນ​ກັບ​ຄວາມ​ຄຽດສະຫມອງ​ແລະ​ລະບົບ​ປະສາດ​ຕ້ອງ​ໃຊ້​ພະລັງ​ງານ​ເປັນ​ຈຳນວນ​ຫລວງຫລາຍແຕ່​ສິ່ງ​ທີ່​ຊ່ວຍ​ໄດ້​ຄື​ການ​ເພີ່ມ​ວິ​ຕາ​ມິນ​ບີເພາະ​ວິ​ຕາ​ມິນ​ບີ​ມີ​ຄວາມ​ສຳຄັນ​ທີ່​ຊ່ວຍ​ໃຫ້​ຜ່ອນ​ຄາຍແລະ​ຊ່ວຍ​ໃຫ້​ສະຫມອງ​ປອດ​ໂປ່ງມີສະ​ມາ​ທິ ປັບ​ສົມ​ດຸນ​ອາລົມແລະ​ພັດທະນາ​ຄວາມ​ຈຳ​

5.ການ​ອົດ​ນອນ
ໄລຍະ​ເວລາ​ແຫ່ງ​ການ​ນອນ​ຫລັບ​ຖື​ເປັນ​ໄລຍະ​ເວລາ​ທີ່​ສະຫມອງ​ໄດ້ຮັບ​ການ​ພັກ​ຜ່ອນ ໄດ້​ຟື້ນ​ບຳ​ລຸງ​ຈາກ​ການ​ຖືກ​ທຳລາຍ​ຂອງ​ຈຸລັງຜິວ​ຂອງ​ຮ່າງກາຍ​ລະຫວ່າງ​ມື້ຊຶ່ງ​ການ​ອົດ​ນອນ​ນັ້ນ​ກໍ​ເທົ່າ​ກັບ​ວ່າ​ເຮົາ​ບໍ່​ມີ​ເວລາ​ໃຫ້​ສະຫມອງ​ໄດ້​ພັກ​ຜ່ອນ​ເລີຍການ​ໃຊ້​ການ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຫລາຍ​ໆກໍ​ບໍ່​ແປກ​ທີ່​ສິ່ງ​ນັ້ນ​ຈະ​ເສື່ອມ​ສະພາບ​ແລະ​ພັງ​ແມ່ນບໍ່ສະຫມອງ​ຄົນ​ເຮົາ​ກໍ​ເຊັ່ນ​ກັນຖ້າ​ຕ້ອງ​ເຮັດວຽກ​ໜັກ​ຕະຫລອດ​ເວລາ​ກໍ່ບໍ່​ໄຫວສົ່ງ​ຜົນ​ໃຫ້​ປະ​ສິດ​ທິ​ພາບ​ການເຮັດວຽກງານ​ຂອງ​ສະຫມອງ​ຫລຸດລົງຄິດ​ຊ້າ,ຫລົງໆລືມໆ,ມຶນ​ຫົວ,​ວຽນຫົວແລະ​ຢາກ​ຈະ​ຮາກ​ຕະຫລອດ​ເວລາ

6.ຕົວະ​ເປັນ​ປະຈຳ
ໄດ້ຍິນ​ບໍ່​ຜິດ​ດອກການ​ຕົວະ​ເປັນ​ປະຈຳ​ກໍ​ເຮັດໃຫ້​ສະຫມອງ​ເຮັດວຽກ​ໜັກ​ແທ້ໆເມື່ອ​ຄົນ​ເຮົາ​ຄິດ​ເລື່ອງ​ທີ່​ຈະ​ຕົວະ​ຂຶ້ນ​ມາ​ຈັກ1ເລື່ອງສະຫມອງ​ເຮົາ​ຈະ​ຕ້ອງ​ເຮັດວຽກ​ໜັກ​ຫລາຍກວ່າ​ປົກກະຕິ​ໂດຍ​ການ​ທີ່​ຈະ​ຕ້ອງ​ຈື່ຈຳ​ສິ່ງ​ທີ່​ເຮົາ​ຕົວະ​ເອົາ​ໄວ້​ແລະ​ຫາ​ທາງ​ຕົວະ​ຕໍ່ໄປ​ໃຫ້​ນຽນຍິ່ງ​ຕົວະ​ເລື້ອຍໆສະຫມອງ​ກໍ​ຍິ່ງ​ຕ້ອງ​ເພີ່ມ​ການ​ຈື່ຈຳຕ້ອງ​ເຮັດວຽກ​ໜັກ​ຫລາຍ​ຂຶ້ນຊຶ່ງ​ຫລາຍ​ຄົນ​ອາດຈະ​ງົງ​ວ່າແລ້ວ​ໃຫ້​ສະຫມອງ​ໄດ້​ເຮັດວຽກ​ໜັກ​ນຳ​ມັນ​ບໍ່​ດີບ່ອນໃດ?ຊຶ່ງ​ກໍ​ມີ​ຂໍ້​ມູນ​ຢືນຢັນ​ຊັດເຈນ​ວ່າ“ການ​ໃຊ້​ສະຫມອງ​ເຮັດວຽກ​ໜັກ​ໃນ​ທາງ​ທີ່​ບໍ່​ສ້າງສັນ​ນັ້ນຈະ​ເຮັດໃຫ້​ປະ​ສິດ​ທິ​ພາບ​ການເຮັດວຽກງານ​ຂອງ​ສະຫມອງຫ​ລຸດ​ລົງ”

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...