ເຄັດລັບ ໝົດບັນຫາຕີນເໝັນ

55dc4ff1deff988679e4ce6c-f
1. ປ່ຽນມາໃຊ້ຖົງຕີນຂໍ້ຕ່ຳ
ຖົງຕີນຂໍ້ຕ່ຳຊະນິດບາງ ຊ່ວຍລຸດບັນຫາຄວາມອັບຊື້ນໃຫ້ກັບຕີນຂອງທ່ານ ເພາະຄວາມສາມາດລະບາຍອາກາດທີ່ດີກວ່າ ອີກທັງຍັງປ້ອງກັນບໍ່ໃຫ້ເຫື່ອຈາກຕີນຂອງເຈົ້າໄປເຮັດປະຕິກິລິຢາກັບແບກທີເລຍທີ່ຢູ່ພາຍໃນຖົງຕີນອີກດ້ວຍ
2. ໃຊ້ແຜ່ນຮອງຕີນ
ປະໂຫຍດຂອງແຜ່ນຮອງຕີນນອກຈາກຄວາມອ່ອນສະບາຍແລະພໍດີກັບຮູບຊົງຕີນ ນັ້ນກໍຄືມັນຈະປຽບເຫມືອນຕົວຊ່ວຍບໍ່ໃຫ້ແບກທີເລຍ ແລະເຫື່ອໄຄຈາກຕີນລົງໄປໝັກໝົມຢູ່ທີ່ພື້ນຮອງຕີນ ແລະຕ້ອງບໍ່ລືມວ່າມັນສາມາດຖອດອອກມາຊັກເຮັດຄວາມສະອາດໄດ້ອີກດ້ວຍ ເຈົ້າຄວນມີແຜ່ນຮອງຕີນປ່ຽນກັນຢ່າງນ້ອຍສອງຊຸດ
3. ລ້າງເຮັດຄວາມສະອາດຕີນ
ການທໍາຄວາມສະອາດຕີນໃນທີ່ນີ້ບໍ່ແມ່ນພຽງແຕ່ການສີດນ້ຳໄປທີ່ຕີນແລ້ວໃຊ້ຝ່າຕີນຂັດຖູກົດລັບໄປມາແບບງ່າຍໆເທົ່ານັ້ນ ແຕ່ໝາຍເຖິງການເຮັດຄວາມສະອາດຕີນດ້ວຍຄວາມຕັ້ງໃຈແລ້ວເອົາໃຈໃສ່ ດ້ວຍການລ້າງຕີນດ້ວຍນ້ຳສະອາດ ກ່ອນທີ່ຈະເທສະບູ່ໃຫ້ທົ່ວລວມໄປເຖິງກ້ອງຝ່າຕີນຂອງເຈົ້າເພື່ອກຳຈັດສິ່ງສົກກະປົກແລະເຊື້ອແບກທີເລຍຕ່າງໆ ແນ່ນອນລວມໄປເຖິງບໍລິເວນຊອກລະຫວ່າງນິ້ວຕີນ ທີ່ສຳຄັນເຈົ້າຄວນອອກແຮງຂັດລະຫວ່າງລ້າງຕີນຈັກໜ່ອຍ
5. ໂຮຍແປ້ງໃຫ້ຕີນ
ຂັ້ນຕອນທີ່ລຽບງ່າຍທີ່ສຸດແຕ່ມັນກໍຊ່ວຍເລື່ອງກິ່ນຕີນຂອງເຈົ້າໄດ້ດີທີ່ສຸດເຊັ່ນກັນ ແປ້ງທີ່ເລືອກຄວນເປັນແປ້ງສຳລັບທາຕີນໂດຍສະເພາະ ຫລືແປ້ງເດັກ ເພາະຈະບໍ່ມີສານທີ່ເຮັດໃຫ້ເກີດອາການລະຄາຍເຄືອງ ອີກທັງແປ້ງຈະຊ່ວຍລຸດຄວາມອັບຊື້ນ ອາການຄັນ ແລະການຮຸກຖູ