spot_img
Homeຂ່າວຕ່າງປະເທດສານຈີນຕັດສິນປະຫານຊີວິດ ອະດີດເຈົ້າໜ້າທີ່ລະດັບສູງ ກະຊວງລົດໄຟ ຮັບສິນບົນກ່ວາ 59 ຕື້

ສານຈີນຕັດສິນປະຫານຊີວິດ ອະດີດເຈົ້າໜ້າທີ່ລະດັບສູງ ກະຊວງລົດໄຟ ຮັບສິນບົນກ່ວາ 59 ຕື້

Published on

557000012369501

 

ສານຈີນລົງໂທດປະຫານຊີວິດ ອະດີດເຈົ້າໜ້າທີ່ລະດັບສູງກະຊວງການລົດໄຟ ຫລັງຮັບເງິນສິນບົນລວມເກືອບ 50 ລ້ານຢວນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 17 ຕຸລາຜ່ານມານີ້ວ່າ ສານປະຊາຊົນນະຄອນຫລວງປັກກິ່ງ ປະກາດຄຳຕັດສິນ

ລົງໂທດປະຫານຊີວິດ ໂດຍພາກໂທດໄວ້ເປັນເວລາ 2 ປີ ໃຫ້ແກ່ ທ່ານ ຈັງ ສູ່ ກວງ ອາຍຸ 58 ປີ ອະດີດນັກວິສະວະກອນ ຜູ້ອອກ

ແບບໂຄງຂ່າຍລົດໄຟຄວາມໄວສູງຂອງຈີນ ຫລັງພິສູດພົບຄວາມຜິດ ຮັບເງິນສິນບົນຈຳນວນ 47.6 ລ້ານຢວນ ຫລື ປະມານ

59 ຕື້ກີບ ລະຫວ່າງປີ 2000 – 2011.

 

ກ່ອນໜ້ານີ້ ທ່ານ ຈັງ ສູ່ ກວງ ເຄີຍດຳລົງຕຳແໜ່ງຮອງຫົວໜ້າຝ່າຍວິສະວະກຳ ແລະ ຫົວໜ້າສຳນັກງານຂົນສົ່ງມວນຊົນ

ກະຊວງການລົດໄຟຂອງຈີນ, ແຕ່ດ້ວຍຄວາມບໍ່ຊື່ສັດໃນໜ້າທີ່ ຈິ່ງເຮັດໃຫ້ເຂົາຖືກຈັບກຸມມາດຳເນີນຄະດີຕາມກົດໝາຍໃນ

ທີ່ສຸດ.

 

ໃນຂະນະທີ່ສະຖານີໂທລະພາບ CCTV ຂອງຈີນກໍໄດ້ລາຍງານວ່າ ສານປະຊາຊົນຈີນອີກແຫ່ງໜຶ່ງໃນນະຄອນຫລວງປັກກິ່ງ

ໄດ້ສັ່ງລົງໂທດຈຳຄຸກຕະຫລອດຊີວິດ ທ່ານ ຊູ ຊຸ່ນ ຫູ່ ອະດີດຮອງຫົວໜ້າສຳນັກງານຂົນສົ່ງມວນຊົນ ກະຊວງການລົດໄຟ

ຂອງຈີນ ເຊິ່ງເປັນຕຳແໜ່ງງານຮອງຈາກ ທ່ານ ຈັງ ສູ່ ກວງ ທີ່ເປັນຫົວໜ້າໃຫຍ່ຄຸມຢູ່ ໃນຄວາມຜິດຮັບເງິນສິນບົນ ຈຳ

ນວນ 24 ລ້ານຢວນ ຫລື ປະມານ 30 ຕື້ກີບ.

 

ທັງນີ້ ກະຊວງການລົດໄຟຂອງຈີນ ຖືກຂຸດຮື້ຄັ້ງໃຫຍ່ເມື່ອສອງປີກ່ອນ ຫລັງຈາກເກີດເຫດໂສກນາຕະກຳລົດໄຟຄວາມໄວ

ສູງສອງຂະບວນ ແລ່ນຕຳກັນແບບປະສານງາ ໃນປີ 2011 ເປັນເຫດໃຫ້ມີຜູ້ເສຍຊີວິດກ່ວາ 40 ຄົນ ໂດຍທາງການຈີນໄດ້

ລະດົມເຈົ້າໜ້າທີ່ໜ່ວຍປາບປາມການສໍ້ລາດບັງຫລວງ ເຂົ້າສອບສວນ ແລະ ກວາດລ້າງຄົນວົງໃນຂອງກະຊວງ ຕັ້ງແຕ່

ລະດັບສູງສຸດຢ່າງ ທ່ານ ຫລິວ ຈື້ ຈິນ ອະດີດລັດຖະມົນຕີວ່າການກະຊວງການລົດໄຟ ໄປຈົນຮອດເຈົ້າໜ້າທີ່ລະດັບລຸ່ມລົງ

ມາຢ່າງເດັດຂາດ ຕາມຂະບວນການຍຸດຕິທຳຂອງຈີນ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...