spot_img
Homeຂ່າວຕ່າງປະເທດຝົນຕົກໜັກຢູ່ນິກາຣາກົວ ແຕ່ເດືອນກັນຍາຮອດປັດຈຸບັນ ເສຍຊີວິດແລ້ວ 22 ຄົນ

ຝົນຕົກໜັກຢູ່ນິກາຣາກົວ ແຕ່ເດືອນກັນຍາຮອດປັດຈຸບັນ ເສຍຊີວິດແລ້ວ 22 ຄົນ

Published on

EyWwB5WU57MYnKOuFHM2nckw5RfVxKJ7OrC0GsZcdqOfroCwrlmbAb

 

ນິກາຣາກົວ ປະເຊີນຝົນຕົກຕິດຕໍ່ກັນຫລາຍວັນ ນັບຕັ້ງແຕ່ເດືອນກັນຍາທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 22 ຄົນ

ທາງການຕ້ອງສັ່ງອົບພະຍົບປະຊາຊົນຫລາຍພັນຄອບຄົວ ອອກຈາກພື້ນທີ່ສ່ຽງໄພ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດຝົນຖະຫລົ່ມຕິດຕໍ່ກັນເປັນເວລາຫລາຍວັນ ນັບຕັ້ງແຕ່ເດືອນກັນຍາທີ່ຜ່ານ

ມາ ທີ່ປະເທດນິກາຣາກົວ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 22 ຄົນ ໂດຍ 9 ຄົນເສຍຊີວິດຈາກເຫດການກຳແພງຖະຫລົ່ມເນື່ອງ

ຈາກດິນຍຸບຍ້ອນນ້ຳຖ້ວມຂັງ ໃນນະຄອນຫລວງມານາກົວ ເມືອງຫລວງຂອງປະເທດ ໂດຍທາງການຕ້ອງສັ່ງອົບພະຍົບ

ປະຊາຊົນຫລາຍພັນຄອບຄົວ ທີ່ຢູ່ໃນພື້ນທີ່ສ່ຽງໄພອອກຈາກພື້ນທີ່.

 

ນາງ ໂມຣາຊິໂອ ມູຣິນໂຍ ໂຄສົກຍິງປະຈຳລັດຖະບານປະເທດນິກາຣາກົວກ່າວວ່າ ທາງການຍັງຕ້ອງສັ່ງອົບພະຍົບປະຊາ

ຊົນຫລາຍພັນຄອບຄົວ ທີ່ຢູ່ໃນພື້ນທີ່ຝົນຕົກໜັກ ແລະ ດິນຖະຫລົ່ມ ໂດຍໃນຂະນະນີ້ ມີປະຊາຊົນໄດ້ຮັບຜົນກະທົບຈາກ

ເຫດຝົນຕົກໜັກທີ່ປະເທດນິກາຣາກົວແລ້ວ ກ່ວາ 30,000 ຄົນ.

 

NjpUs24nCQKx5e1DGjgF5GFs9tV5l2J9MiFevVfGDeJ

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...