spot_img
Homeຂ່າວຕ່າງປະເທດສະຫລົດ! ດິນຖະຫລົ່ມຢູ່ສີລັງກາ ຊາວບ້ານຖືກຝັງທັງເປັນຫລາຍກ່ວາ 100 ຄົນ!

ສະຫລົດ! ດິນຖະຫລົ່ມຢູ່ສີລັງກາ ຊາວບ້ານຖືກຝັງທັງເປັນຫລາຍກ່ວາ 100 ຄົນ!

Published on

three-killed-over-150-missing-in-sri-lanka-landslide

 

ດິນຖະຫລົ່ມທີ່ສີລັງກາ ເຮືອນຊານກ່ວາ 140 ຫລັງ ຈົມຢູ່ພື້ນດິນ ຊາວບ້ານຖືກຝັງທັງເປັນ ຄາດເສຍຊີວິດ

ນັບຮ້ອຍຄົນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ຕຸລາວ່າ ເກີດເຫດດິນຖະຫລົ່ມໃນແຂວງບາດຸນລາ ປະເທດ

ສີລັງກາ ສົ່ງຜົນໃຫ້ເຮືອນຊານກ່ວາ 140 ຫລັງ ພັງເສຍຫາຍ ແລະ ຈົມຢູ່ໃຕ້ພື້ນດິນຕິມທີ່ໄຫລຊຸຖະຫລົ່ມລົງ

ມາ ເຊິ່ງທາງການເປີດເຜີຍມີລາຍຊື່ຜູ້ສູນຫາຍແລ້ວ ບໍ່ຕ່ຳກ່ວາ 300 ຄົນ ແລະ ຄາດວ່າໜ້າຈະມີປະຊາຊົນ

ທີ່ຖືກຝັງທັງເປັນຫລາຍກ່ວາ 100 ຄົນ.

 

ຫາຍະນະດັ່ງກ່າວ ເກີດຂຶ້ນຫລັງຈາກພື້ນທີ່ເກີດເຫດ ໄດ້ປະເຊີນກັບມໍລະສຸມໜັກ ເຮັດໃຫ້ໃນວັນທີ 29 ຕຸລາ

ທີ່ຜ່ານມາ ມີດິນຕົມໄຫລຊຸຖະຫລົ່ມລົງມາຢ່າງກະທັນຫັນ ທັບຖົມເອົາໝູ່ບ້ານຊາວກະສິກອນປູກຊາ ເຊິ່ງຢູ່

ທາງພາກກາງຂອງສີລັງກາ ຈົນຈົມຢູ່ໃຕ້ພື້ນດິນ ແລະ ເສຍຫາຍໜັກໜ່ວງ.

 

ຈາກການເປີດເຜີຍລ່າສຸດ ຂອງສູນຈັດການໄພພິບັດສີລັງກາ ໄດ້ລະບຸວ່າ ຫລັງຈາກມີການອອກຄົ້ນຫາຜູ້ສູນ

ຫາຍໄປແລ້ວນັ້ນ ພົບວ່າຮອດປັດຈຸບັນໄດ້ມີພົບສົບຂອງຜູ້ເສຍຊີວິດລແລ້ວ ຈຳນວນ 16 ສົບ.

 

4917283361srilankatoprakkaymas

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...