spot_img
Homeຂ່າວຕ່າງປະເທດສະຫລົດ! ກຸ່ມປະທ້ວງຊາວປາກີສະຖານ ຂ້າ - ເຜົາ ຍິງຊາຍຊາວຄຣິດ ເຫດດູໝິ່ນສາສະໜາ!

ສະຫລົດ! ກຸ່ມປະທ້ວງຊາວປາກີສະຖານ ຂ້າ – ເຜົາ ຍິງຊາຍຊາວຄຣິດ ເຫດດູໝິ່ນສາສະໜາ!

Published on

EyWwB5WU57MYnKOuFIyZ1pHXqgyzyyQNH9DFSQt4oVUfLZHa7ncILA

 

ກຸ່ມຜູ້ປະທ້ວງຊາວປາກີສະຖານ ລຸມທຳຮ້າຍຜູ້ນັບຖືສາສະໜາຄຣິດຈົນເສຍຊີວິດ ກ່ອນນຳສົບໄປເຜົາ ໂດຍອ້າງ

ວ່າ ທັງສອງດູໝິ່ນພະຄຳພີອັນກຸຣາອານ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 5 ພະຈິກນີ້ວ່າ ຊາຍ – ຍິງ ຊາວປາກີສະຖານຜູ້ນັບຖືສາສະໜາຄຣິດ

ຖືກຝູງຊົນທີ່ກຳລັງຄຽດແຄ້ນທຳຮ້າຍຈົນເສຍຊີວິດ ແລະ ນຳເອົາສົບໄປເຜົາໃນເຕົາ ທີ່ເມືອງ ຄອດ ຣາດາ ຄີຊານ

ຢູ່ໃນແຂວງປັນຈາບ ທາງພາກຕາເວັນອອກຂອງປະເທດ ຫລັງຈາກທັງສອງຄົນຖືກກ່າວຫາວ່າ ດູໝິ່ນພະຄຳພີອັນ

ກຸຣາອານ ເຊິ່ງເປັນຄຳພີສັກສິດທາງສາສະໜາອິດສະລາມ.

 

ທ່ານ ບິນ ຢາມິນ ເຈົ້າໜ້າທີ່ຕຳຫລວດໃນທ້ອງຖິ່ນ ໄດ້ເປີດເຜີຍຕໍ່ສຳນັກຂ່າວຕ່າງປະເທດວ່າ ຜູ້ເຄາະຮ້າຍຊື່ ທ້າວ

ຊາມາ ແລະ ນາງ ເຊຊາດ ໂດຍໃນມື້ວັນຈັນທີ 3 ພະຈິກຜ່ານມານີ້ ທັງຄູ່ໄດ້ຖືກກ່າວຫາວ່າ ດູໝິ່ນພະຄຳພີອັນກຸຣາ

ອານ ກ່ອນທີ່ໃນມື້ວັນອັງຄານ (4 ພະຈິກ) ກຸ່ມຄົນທີ່ພາກັນຮູ້ຂ່າວ ຈິ່ງພາກັນຄຽດແຄ້ນ ແລະ ລຸມທຳຮ້າຍຮ່າງກາຍ

ທັງຄູ່ຈົນເສຍຊີວິດ ແລະ ເອົາຮ່າງໄປເຜົາຢູ່ໃນເຕົາດິນຈີ່.

 

ເຈົ້າໜ້າທີ່ໄດ້ກ່າວອີກວ່າ ພວກເຂົາພະຍາຍາມທີ່ຈະເຂົ້າຊ່ວຍເຫລືອຊາຍ – ຍິງທັງຄູ່ ແຕ່ກໍບໍ່ສຳເລັດ ເນື່ອງຈາກມີ

ຝູງຊົນນຳນວນຫລາຍ ແລະ ຕຳຫລວດກໍຖືກໂຈມຕີກັບອີກດ້ວຍ, ຢ່າງໃດກໍຕາມ ໃນຂະນະນີ້ ເຈົ້າໜ້າທີ່ລະດັບສູງ

ໃນກົມຕຳຫລວດ ແລະ ລັດຖະບານປາກີສະຖານ ກຳລັງຖືກສົ່ງໄປສືບສວນເຫດການທີ່ເກີດຂຶ້ນແລ້ວ.

 

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...