spot_img
Homeຂ່າວຕ່າງປະເທດອິນເດຍ ຍິງຂີປະນາວຸດຕິດນິວເຄລຍພິໄສກາງ ອັກຄະນີ - 2 ສຳເລັດ!

ອິນເດຍ ຍິງຂີປະນາວຸດຕິດນິວເຄລຍພິໄສກາງ ອັກຄະນີ – 2 ສຳເລັດ!

Published on

000432334

 

ອິນເດຍ ປະສົບຜົນສຳເລັດ ທົດລອງຍິງຂີປະນາວຸດຕິດຕິດນິວເຄລຍ ໄປໄກກ່ວາ 2,000 ກິໂລແມັດ

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນທີ 9 ພະຈິກທີ່ຜ່ານມາ ອິນເດຍໄດ້ປະສົບຜົນສຳເລັດໃນການທົດລອງ

ຍິງຂີປະນາວຸດຕິດນິວເຄລຍພິໄສກາງ ອັກຄະນີ – 2 (Agni-II) ຍິງໄດ້ໄກກ່ວາ 2,000 ກິໂລແມັດ.

 

ການທົດລອງດັ່ງກ່າວ ໄດ້ເປັນສ່ວນໜຶ່ງຂອງໂຄງການພັດທະນາຂີປະນາວຸດຂອງອິນເດຍ ເຊິ່ງຂີປະນາວຸດອັກຄະນີ

2 ນີ້ ເປັນຂີປະນາວຸດພິໄສກາງ ຄວາມຍາວ 20 ແມັດ ມີນ້ຳໜັກເຖິງ 17 ໂຕນ ແລະ ສາມາດຍິງໄດ້ໄກເຖິງ 2,000 ກິ

ໂລແມັດ ຫລື ຖ້າຫາກຫລຸດນ້ຳໜັກທີ່ບັນທຸກລົງ ກໍອາດຍິງໄດ້ສູງເຖິງ 3,000 ກິໂລແມັດ ໂດຍໃຊ້ເວລາເພື່ອກຽມ

ຍິງພຽງແຕ່ 15 ນາທີເທົ່ານັ້ນ.

 

ຂີປະນາວຸດຕິດນິວເຄລຍດັ່ງກ່າວ ໄດ້ທະຍານຂຶ້ນສູ່ທ້ອງຟ້າຈາກລັດໂອຣິສາ ເມື່ອຕອນເຊົ້າຂອງວັນທີ 9 ພະຈິກທີ່

ຜ່ານມາ ແລະ ກາຍເປັນອີກໜຶ່ງການທົດລອງນິວເຄລຍຂອງອິນເດຍ ທີ່ປະສົບຜົນສຳເລັດອີກຄັ້ງ ກ່ອນທີ່ຈະຖືກ

ນຳເຂົ້າປະຈຳການໃນກອງທັບຕໍ່ໄປ.

 

ກ່ອນໜ້ານີ້ ອິນເດຍໄດ້ທົດລອງຍິງຂີປະນາວຸດຕິດນິວເຄລຍມາແລ້ວຫລາຍຄັ້ງ ໄດ້ແກ່ຂີປະນາວຸດພິໄສກາງ ອັກ

ຄະນີ -1 ເຊີ່ງຍິງໄດ້ໄກ 700 ກິໂລແມັດ, ຂີປະນາວຸດພິໄສກາງ ອັກຄະນີ-3 ຍິງໄກ 3,000 ກິໂລແມັດ, ຂີປະນາວຸດພິໄສ

ໄກ ອັກຄະນີ-6 ຍິງໄດ້ໄກ 4,000 ກິໂລແມັດ ແລະ ຂີປະນາວຸດພິໄສໄກ ອັກຄະນີ – 5 ເຊິ່ງສາມາດຍິງໄດ້ໄກກ່ວາ 5,000

ກິໂລແມັດ.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...