spot_img
Homeຂ່າວຕ່າງປະເທດກອງກຳລັງຊາວເຄີດ ບຸກຄືບຍຶດພື້ນທີ່ເມືອງໂຄບານີ ຈາກ IS ໄດ້ຫລາຍຈຸດ

ກອງກຳລັງຊາວເຄີດ ບຸກຄືບຍຶດພື້ນທີ່ເມືອງໂຄບານີ ຈາກ IS ໄດ້ຫລາຍຈຸດ

Published on

557000013438301

 

ກອງກຳລັງຊາວເຄີດ ທີ່ກຳລັງສູ້ຮົບກັບກຸ່ມ IS ທີ່ເມືອງໂຄບານີ ປະເທດຊີເຣຍ ກຳລັງພິກສະຖານະການເປັນຝ່າຍ

ບຸກໄລ່ຄູ່ຕໍ່ສູ້ ໂດຍສາມາດຍຶດຄືນພື້ນທີ່ມາໄດ້ຫລາຍຈຸດ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 11 ພະຈິກຜ່ານມານີ້ວ່າ ເຈົ້າໜ້າທີ່ລະດັບສູງຂອງກອງກຳລັງຊາວເຄີດ

ໄດ້ຖະແຫລງກ່ຽວກັບ ບັນດານັກຮົບຂອງພວກເຂົາກຳລັງເປັນຝ່າຍບຸກ ສຸມກຳລັງໂຈມຕີກຸ່ມ IS ພ້ອມທັງສະແດງ

ຄວາມໝັ້ນໃຈອີກວ່າ ນັກຮົບຂອງກອງກຳລັງຊາວເຄີດ ຈະສາມາດຂັບໄລ່ກຸ່ມຕິດອາວຸດລັດອິດສະລາມ ຫລື ກຸ່ມ

IS ໃຫ້ອອກໄປຈາກເມືອງໂຄບານີໄດ້.

 

ແຫລ່ງຂ່າວໄດ້ລະບຸວ່າ ກອງກຳລັງປົກປ້ອງຊາວເຄີດ ແລະ ກອງກຳລັງເພດເມີກາ ໄດ້ຮ່ວມກັນລະດົມຍິງປືນໃຫຍ່

ໃສ່ເຂດຖານທີ່ໝັ້ນຂອງກຸ່ມ IS ຫລາຍແຫ່ງໃນເມືອງໂຄບານີ ເຊິ່ງເມືອງດັ່ງກ່າວໄດ້ຖືກປິດລ້ອມໂຈມຕີໂດຍກຸ່ມ

IS ມາຕັ້ງແຕ່ໄລຍະກາງເດືອນກັນຍາທີ່ຜ່ານມາ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດກ່ວາ 1,000 ຄົນ ຈາກການຕໍ່ສູ້ລະຫວ່າງ

ສອງຝ່າຍ ໂດຍສ່ວນໃຫຍ່ຜູ້ເສຍຊີວິດ ແມ່ນເປັນພວກນັກຮົບ IS.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...