spot_img
Homeຂ່າວຕ່າງປະເທດມຽນມ້າເຜີຍ ສະຫະລັດສົ່ງເຈົ້າໜ້າທີ່ ອາລັກຂາໂອບາມາ ກ່ວາ 400 ຄົນ ຢ້ຽມຢາມນະຄອນຢາງກຸ້ງ

ມຽນມ້າເຜີຍ ສະຫະລັດສົ່ງເຈົ້າໜ້າທີ່ ອາລັກຂາໂອບາມາ ກ່ວາ 400 ຄົນ ຢ້ຽມຢາມນະຄອນຢາງກຸ້ງ

Published on

MYANMAR-US-ASEAN-DIPLOMACY-OBAMA

 

ກົມຕຳຫລວດມຽນມ້າເປີດເຜີຍ ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງສະຫະລັດ ຫລາຍກ່ວາ 400 ຄົນ ເຂົ້າມາ

ເຮັດໜ້າທີ່ອາລັກຂາ ບາຣັກ ໂອບາມາ ຢ້ຽມຢາມນະຄອນຢາງກຸ້ງ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ບາຣັກ ໂອບາມາ ຜູ້ນຳຂອງສະຫະລັດ ຈະເດີນທາງມາຢ້ຽມຢາມນະຄອນ

ຢາງກຸ້ງ ສາທາລະນະລັດ ແຫ່ງສະຫະພາບມຽນມ້າ ໃນວັນທີ 14 ພະຈິກນີ້ ຫລັງຈາກເຂົ້າຮ່ວມກອງປະຊຸມສຸດຍອດ

ອາຊຽນ ໃນນະຄອນຫລວງເນປິດໍ.

 

ເຈົ້າໜ້າທີ່ຕຳຫລວດລະດັບສູງຂອງມຽນມ້າໄດ້ລະບຸວ່າ ມີເຈົ້າໜ້າທີ່ຮັກສາຄວາມປອດໄພຂອງສະຫະລັດ ຫລາຍ

ກ່ວາ 400 ຄົນ ຈະເດີນທາງມາພ້ອມກັບປະທານາທິບໍດີ ບາຣັກ ໂອບາມາ ດ້ວຍເຫດຜົນດ້ານຄວາມປອດໄພ ໂດຍ

ເຈົ້າໜ້າທີ່ດັ່ງກ່າວ ຈະດຳເນີນມາດຕະການດ້ານຄວາມປອດໄພ ໃນສະຖານທີ່ເຊິ່ງຜູ້ນຳຂອງສະຫະລັດເດີນທາງໄປ

ຢ້ຽມຢາມໂດຍມີເຈົ້າໜ້າທີ່ຕຳຫລວດມຽນມ້າໃຫ້ຄວາມຊ່ວຍເຫລືອ.

 

ເຈົ້າໜ້າທີ່ຕຳຫລວດໃນນະຄອນຢາງກຸ້ງໄດ້ລະບຸວ່າ ກົມຕຳຫລວດມຽນມ້າ ໄດ້ລະດົມເຈົ້າໜ້າທີ່ຕຳຫລວດຫຼາຍ

ກ່ວາ 1000 ຄົນ  ປະຈຳຕາມເສັ້ນທາງຕ່າງໆ ທີ່ຜູ້ນຳຂອງສະຫະລັດຈະເດີນທາງໃນນະຄອນຢາງກຸ້ງ ໂດຍຈະນຳໃຊ້

ມາດຕະການດ້ານຄວາມປອດໄພຢ່າງເຂັ້ມງວດ ເນື່ອງຈາກເສັ້ນທາງອາດມີການປ່ຽນແປງໄດ້ໃນທຸກເວລາ.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...