Homeຂ່າວຕ່າງປະເທດເສດຖີເກົາຫລີໃຕ້ ຊະນະປະມູນໝວກນະໂປລີອົງ 2.2 ລ້ານໂດລາ

ເສດຖີເກົາຫລີໃຕ້ ຊະນະປະມູນໝວກນະໂປລີອົງ 2.2 ລ້ານໂດລາ

Published on

FRANCE-HISTORY-NAPOLEON-AUCTION

 

ເສດຖີຊາວເກົາຫລີໃຕ້ ຊະນະປະມູນໝວກ ນະໂປລີອົງ ຊົງປາຍແຫລມອັນລືຊື່ ໃນລາຄາ 2.2 ລ້ານໂດລາ ໂດຍເຂົາ

ໄດ້ຍົກຍ້ອງໃຫ້ນະໂປລີອົງ ເປັນຜູ້ນຳທາງຈິດວິນຍານ ຂອງຜູ້ປະກອບການໃນຍຸກໃໝ່.

 

ທ່ານ ຄິມ ຮອງກຸກ ຜູ້ກໍ່ຕັ້ງ ແລະ ປະທານບໍລິສັດ ຮາຣິມ ກຣຸບ ເຊິ່ງເປັນກຸ່ມທຸລະກິດແປຮູບຊີ້ນໄກ່ລາຍໃຫຍ່ຂອງ

ເກົາຫລີໃຕ້ ອາຍຸ 57 ປີ ໄດ້ກ່າວໃນມື້ນີ້ (18 ພະຈິກ) ວ່າ ” ຂ້ອຍເຄົາລົບຢ່າງສູງຕໍ່ຈິດວິນຍານອັນບໍ່ຍອມແພ້ຂອງນະ

ໂປລີອົງ ຈັກກະພັດຜູ້ເລັ່ງເຫັນວ່າ ບໍ່ມີຫຍັງທີ່ຈະຢູ່ສູງເກີນເອື້ອມ! ”

 

ທ່ານ ຄິມ ໄດ້ຈົກເງິນສູງເຖິງ 2.2 ລ້ານໂດລາສະຫະລັດ ເພື່ອຊື້ໝວກຂົນສັດສີດຳດັ່ງກ່າວ ໃນງານປະມູນທີ່ນະຄອນ

ຫລວງປາຣີ ເມື່ອວັນອາທິດທີ 16 ພະຈິກທີ່ຜ່ານມາ ໂດຍເຂົາບອກວ່າ ເຂົາຈະນຳໝວກໜ່ວຍນີ້ ໄປຈັດສະແດງໃນ

ສະຖານທີ່ສາທາລະນະ ເພື່ອເປີດໂອກາດໃຫ້ປະຊາຊົນໄດ້ຮ່ວມຊຶມຊັບເຖິງ ຈິດວິນຍານແຫ່ງຄວາມທ້າທາຍ ແລະ

ການຜະຈົນໄພ.

 

ທັງນີ້ ໝວກປາຍແຫລມທີ່ເຮັດຈາກຂົນສັດສີດຳດັ່ງກ່າວ ຄືໜຶ່ງໃນໝວກພຽງ 19 ໜ່ວຍຂອງຈັກກະພັດນະໂປລີ

ອົງ ໂບນາປາກ ທີ່ຍັງເຫລືອຢູ່ເຖິງທຸກວັນນີ້.

 

FRANCE-HISTORY-NAPOLEON-AUCTION
ທ່ານ ຄິມ ຮອງກຸກ ຜູ້ຊະນະການປະມູນ

FRANCE-HISTORY-NAPOLEON-AUCTION-SKOREA

CORRECTION-FRANCE-HISTORY-NAPOLEON-AUCTION
ຮູບແຕ້ມນະໂປລີອົງ ໂບນາປາກ ຈັກກະພັດຜູ້ມີຊື່ສຽງຂອງຝຣັ່ງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...