spot_img
Homeຂ່າວຕ່າງປະເທດແຟນເອື້ອຍນາງງາມຮອນດູຣັສ ເປັນຜູ້ລົງມືຂ້າ ເພາະເຫດຫຶງຫວງ!

ແຟນເອື້ອຍນາງງາມຮອນດູຣັສ ເປັນຜູ້ລົງມືຂ້າ ເພາະເຫດຫຶງຫວງ!

Published on

EyWwB5WU57MYnKOuFIwDmKJ3sCncqTjxG0lMd3rQguQzrfXiQ440ND

 

ເຈົ້າໜ້າທີ່ລະດັບສູງຮອນດູຣັສຖະແຫລງ ແຟນຂອງເອື້ອຍນາງງາມຮອນດູຣັສ ເປັນຄົນລົງມືຂ້າ ເຫດເພາະເກີດ

ການຫຶງຫວງ.

 

ທ່ານ ອາທູໂຣ ຄໍຣາເລສ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບຮອນດູຣັສ ໄດ້ຖະແຫລງຂ່າວມື້ວານ

ນີ້ (20 ພະຈິກ) ວ່າ ທ້າວ ປລູຕາໂກ ຣູອິສ ແຟນຂອງນາງ ໂຊເຟຍ ຕຣິນິແດດ ອັນວາຣາໂດ ເຊິ່ງເປັນເອື້ອຍຂອງ

ນາງ ມາເຣຍ ອັນວາຣາໂດ ເຈົ້າຂອງຕຳແໜ່ງນາງງາມຮອນດູຣັສ ເປັນຜູ້ກໍ່ເຫດຍິງ ນາງ ໂຊເຟຍ ແລະ ນາງ ມາ

ເຣຍ ເສຍຊີວິດເມື່ອວັນທີ 13 ພະຈິກທີ່ຜ່ານມາ ໂດຍມີເຫດຈູງໃຈຈາກຄວາມຫຶງຫວງ ແລະ ຕຳຫລວດໄດ້ຍຶດຂອງ

ກາງເປັນປືນສັ້ນ ພ້ອມລົດທີ່ໃຊ້ນຳສົບຂອງຜູ້ເຄາະຮ້າຍທັງສອງໄປຝັງຖິ້ມແຄມແມ່ນ້ຳອະກົວກູອັນ ໃນເມືອງຊານ

ຕາບາບາຣາ.

 

ໂດຍທ້າວ ຣູອິສ ຜູ້ກໍ່ເຫດໄດ້ເວົ້າວ່າ ເຂົາໄດ້ຜິດຖຽງກັນກັບນາງ ໂຊເຟຍ ເຊິ່ງໄປເຕັ້ນກັບຊາຍຄົນອື່ນຢູ່ໃນງານລ້ຽງ

ວັນເກີດຂອງເຂົາເອງ ຈົນເກີດບັນດານໂທສະຈັບເອົາປືນຂຶ້ນມາຍິງນາງ ໂຊເຟຍ, ຈາກນັ້ນ ນາງ ມາເຣຍ ມິສຮອນ

ດູຣັສເມື່ອເຫັນເຫດການຈິ່ງໄດ້ແລ່ນໜີ ແຕ່ກໍຖືກເຂົາເອງໃຊ້ປືນຍິງເຂົ້າທີ່ຫົວດ້ານຫລັງ 2 ນັດ.

 

NjpUs24nCQKx5e1DGn6Nzdc9TbXRwC4DTyOKVZhRPjb
ທ້າວ ປລູຕາໂກ ຣູອິສ ແຟນຂອງນາງ ໂຊເຟຍ (ຜູ້ລົງມືຂ້າ)

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...