spot_img
Homeຂ່າວຕ່າງປະເທດອີຣັກ ກວດພົບທະຫານຜີ ໄຮ້ຕົວຕົນເຖິງ 5 ໝື່ນຄົນຢູ່ໃນກອງທັບ!

ອີຣັກ ກວດພົບທະຫານຜີ ໄຮ້ຕົວຕົນເຖິງ 5 ໝື່ນຄົນຢູ່ໃນກອງທັບ!

Published on

557000014275601

 

ທາງການອີຣັກ ກວດພົບທະຫານຜີ ໄຮ້ຕົວຕົນໃນກອງທັບເຖິງ 50,000​ ຄົນ ລະຫວ່າງການກວດກາເພື່ອປາບປາມ

ພຶດຕິກຳສໍ້ລາດບັງຫລວງໃນຖັນແຖວກຳລັງປະກອບອາວຸດ ໃນມື້ວານນີ້ (30 ພະຈິກ).

 

ໂດຍແຫລ່ງຂ່າວໄດ້ລະບຸວ່າ ນາຍົກລັດຖະມົນຕີອີຣັກ ໄດ້ອອກຄຳສັ່ງກວາດລ້າງ ເພື່ອເປີດໂປງລາຍຊື່ືທະຫານທີ່ໄຮ້ຕົວ

ຕົນໃນກອງທັບ ໂດຍການກວດສອບແມ່ນເລີ່ມຈາກການນັບຈຳນວນທະຫານ ໃນການເບີກຈ່າຍເງິນເດືອນຮອບລ່າ

ສຸດນີ້.

 

ເຈົ້າໜ້າທີ່ອາວຸໂສໃນກອງທັບອີຣັກໄວ້ກ່າວວ່າ ທະຫານຜີແມ່ນມີຢູ່ 2 ປະເພດຄື: ກຸ່ມທີໜຶ່ງແມ່ນກໍລະນີທີ່ເຈົ້າໜ້າທີ່

ບໍລິຫານຂອງອີຣັກສາມາດມີປ້ອງກັນໄດ້ 5 ຄົນ ແຕ່ໃນຄວາມເປັນຈິງເຂົາອາດຈະຈ້າງພຽງ 2 ຫລື 3 ຄົນ, ສ່ວນທີ່ເຫຼືອ

ອາດຖືກສົ່ງກັບເມືອບ້ານ ໂດຍເງິນເດືອນແມ່ນຜູ້ເປັນນາຍເກັບໄວ້ເອງ ຫລື ຫັກເປີເຊັນຕາມແຕ່ຕົກລົງກັນ.

 

ສ່ວນກຸ່ມທີສອງນັ້ນ ແມ່ນຢູ່ໃນລະດັບກອງພົນນ້ອຍ ເຊິ່ງກວມເອົາຈຳນວນຫລາຍກ່ວາໝູ່ ໂດຍຜູ້ບັນຊາກອງພົນ

ນ້ອຍນັ້ນ ຈະມີທະຫານໃຕ້ບັງຄັບບັນຊາ 30 – 40 ຄົນ ທີ່ຖືກປ່ອຍໃຫ້ຢູ່ບ້ານເສີຍໆ ຫລື ອາດຈະບໍ່ມີຮອດຕົວຕົນອີກ

ຊ້ຳ.

 

ບົດຄວາມຫຼ້າສຸດ

ກ້າວໄປອີກຂັ້ນ! ຍີ່ປຸ່ນສ້າງເລືອດທຽມ ສາມາດໃຊ້ທົດແທນໄດ້ທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນກວ່າ 2 ປີ

ເປັນການພັດທະນາທາງດ້ານເຕັກໂຕໂລຊີເລືອດທຽມຂອງປະເທດຍີ່ປຸ່ນທີ່ຈະມາແກ້ໄຂບັນຫາຂາດແຄນເລືອດໃນໂລກ ການພັດທະນາທາງດ້ານການແພດຂອງປະເທດຍີ່ປຸ່ນ ໄດ້ແນ່ໃສ່ຄວາມສຳຄັນໃນການຈັດສັນຫາເລືອດ ດ້ວຍການພັດທະນາເຕັກໂນໂລຊີ ເລືອດທຽມ ທີ່ສາມາດໃຊ້ໄດ້ກັບຄົນເຈັບທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນ 2 ປີ. ໃນການວິໄຈຂອງມະຫາວິທະຍາໄລການແພດນາລາ ຂອງປະເທດຍີ່ປຸ່ນ ທີ່ໄດ້ພັດທະນາສານທີ່ເອີ້ນວ່າ hemoglobin vesicles ເປັນຫຼັກການດຶງເອົາ...

ແຜ່ນດິນໄຫວຂະໜາດ 6,0 ຣິກເຕີ ໃນປະເທດອັບການິສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 622 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 1,500 ຄົນ

ເກີດເຫດແຜ່ນດີນໄຫວໃນວັນທີ 31 ກັນຍາ 2025 ທີ່ປະເທດອັບການິສະຖານ ມີຂະໜາດ 6,0 ຣິກເຕີ ເຮັດໃຫ້ມີຜູ້ເສຍຊີວິດຈໍານວນ 622 ຄົນ ລາຍງານຫຼ້າສຸດ, ຈາກເຫດແຜ່ນດິນໄຫວໃນປະເທດອັຟການິສຖານ ທີ່ເກີດຂຶ້ນໃນວັນທີ 31...

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...