spot_img
Homeຂ່າວຕ່າງປະເທດ​ເລ​ບາ​ນອນ ຈັບ​ຍິງ​ຕ້ອງ​ສົງ​ໄສ ​ເປັນ​ເມຍ​ຜູ້ນຳ​ກຸ່ມ​ລັດ​ອິດສະ​ລາມ ພ້ອມ​ດ້ວຍ​ລູກ​ຊາຍ

​ເລ​ບາ​ນອນ ຈັບ​ຍິງ​ຕ້ອງ​ສົງ​ໄສ ​ເປັນ​ເມຍ​ຜູ້ນຳ​ກຸ່ມ​ລັດ​ອິດສະ​ລາມ ພ້ອມ​ດ້ວຍ​ລູກ​ຊາຍ

Published on

583197-01

 

ທາງການປະເທດເລບານອນ ຄວບຄຸມຕົວຍິງຕ້ອງສົງໄສ ອາດເປັນເມຍຂອງຜູ້ນຳກຸ່ມລັດອິດສະລາມ ພ້ອມດ້ວຍ

ລູກຊາຍ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 2 ທັນວາຜ່ານມານີ້ວ່າ ທາງການເລບານອນ ໄດ້ຄວບຄຸມຕົວຜູ້ທີ່ຄາດ

ວ່າເປັນເມຍ ແລະ ລູກຊາຍຂອງຜູ້ນຳກຸ່ມລັດອິດສະລາມ ຫລື ໄອເອັສ (IS) ​​ໂດຍ​ເຈົ້າ​ໜ້າ​ທີ່​ທະຫານ​ຂອງ​ເລ​ບາ​ນອນ

​ໄດ້​ກ່າວ​ວ່າ ທັງ 2 ຄົນ​ໄດ້​ຖືກ​ຄວບ​ຄຸມ​ຕົວ ​ໃນ​ຂະນະ​ທີ່​ຖື​ບັດປະຈຳ​ໂຕ​ຜ່ານ​ດ່ານ​ກວດ​ຄົນ​ເຂົ້າ​ເມືອງ​ຂອງ​ເລ​ບາ​ນອນ ​

​​ແລະ ຊີ​ເຣຍ ​​​ເຊິ່ງລ່າ​ສຸດ ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ຂອງ​ເລ​ບາ​ນອນ ​ກຳລັງ​ດຳ​ເນີນ​ການ​ສືບສວນ​ຍິງ​ຄົນ​ດັ່ງກ່າວ ​​ໂດຍ​ໃນ

ຂະນະ​ດຽວ​ກັນ​ນັ້ນ ​ເຈົ້າ​ໜ້າ​ທີ່​ກໍ​ບໍ່​​ໄດ້​ເປີດ​ເຜີຍ​ລາຍ​ລະອຽດ​ໃດໆ​ກ່ຽວ​ກັບ​ເດັກນ້ອຍ​ທີ່​ຖືກ​ຄວບ​ຄຸມ​ຕົວມາ​ພ້ອມ​ກັນ.

 

ບົດຄວາມຫຼ້າສຸດ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...