Homeຂ່າວຕ່າງປະເທດໂຈນສະລັດ ດັກປຸ້ນ ແລະ ສັງຫານລູກເຮືອເສຍຊີວິດ ໃນຮອບ 2 ຢູ່ນ່ານນ້ຳມາເລເຊຍ!

ໂຈນສະລັດ ດັກປຸ້ນ ແລະ ສັງຫານລູກເຮືອເສຍຊີວິດ ໃນຮອບ 2 ຢູ່ນ່ານນ້ຳມາເລເຊຍ!

Published on

EyWwB5WU57MYnKOuFIsrvbe5FRDhoLCvn2O0eojvN41gwjGGRYB4ng

 

ໂຈນສະລັດດັກປຸ້ນເຮືອຂົນຢາງໝາກຕອຍຂອງຫວຽດນາມ ສັງຫານລູກເຮືອ 1 ຄົນ ເສຍຊີວິດໃນຮອບ 2 ປີໃນນ່ານນ້ຳ

ມາເລເຊຍ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 9 ທັນວານີ້ວ່າ ໄດ້ເກີດເຫດໂຈນສະລັດດັກປຸ້ນເຮືອບັນທຸກຢາງໝາກຕອຍ

ຂອງຫວຽດນາມ ຢູ່ໃກ້ກັບເກາະເອີຣ໌ ນອກຊາຍຝັ່ງລັດຍະໂຮ ພາກຕາເວັນຕົກຂອງມາເລເຊຍ ໃນຕອນກາງຄືນຂອງມື້

ວັນທີ 7 ທັນວາຜ່ານມາ ແລະ ໄດ້ຍິງລູກເຮືອເສຍຊີວິດ 1 ຄົນ ກ່ອນຈະຫລົບໜີໄປພ້ອມກັບຊັບສິນຂອງລູກເຮືອທັງໝົດ

16 ຄົນ.

 

ເຫດການດັ່ງກ່າວ ເກີດຂຶ້ນໃນຂະນະທີ່ເຮືອບັນທຸກຢາງໝາກຕອຍ ກຳລັງເດີນທາງຈາກສິງກະໂປໄປປະເທດຫວຽດນາມ

ເຊິ່ງຖືເປັນເຫດໂຈນສະລັດຂ້າຄົນຕາຍ ຄັ້ງທຳອິດໃນນ່ານນ້ຳມາເລເຊຍ ໃນຮອບເກືອບ 2 ປີ ເຖິງແມ່ນຈະມີເຫດໂຈນສະ

ລັດປຸ້ນເຮືອໃນເຂດນ່ານນ້ຳອາຊີຕາເວັນອອກສຽງໃຕ້ຢູ່ເລື້ອຍໆກໍຕາມ.

 

 

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...