Homeຂ່າວຕ່າງປະເທດເຮືອບິນທະຫານເຝິກໂຕນຈ້ອງ ກອງທັບຝຣັ່ງ ຕົກໃສ່ເຮືອນພັກຄົນຊະລາ ຕາຍ 1 ຄົນ!

ເຮືອບິນທະຫານເຝິກໂຕນຈ້ອງ ກອງທັບຝຣັ່ງ ຕົກໃສ່ເຮືອນພັກຄົນຊະລາ ຕາຍ 1 ຄົນ!

Published on

584976-01

 

ເຮືອບິນທະຫານເຝິກຊ້ອມໂຕນຈ້ອງ ຂອງກອງທັບອາກາດຝຣັ່ງ ຕົກລົງໃສ່ເຮືອນພັກຄົນຊະລາ ຍິງພິການເສຍຊີວິດຄາ

ທີ່ 1 ຄົນ ແລະ ມີຜູ້ບາດເຈັບອີກ 1 ຄົນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 11​ ທັນວາຜ່ານມານີ້ວ່າ ເກີດເຫດເຮືອບິນທະຫານຂະໜາດນ້ອຍຂອງກອງທັບ

ອາກາດຝຣັ່ງ ຕົກລົງໃສ່ຫລັງຄາເຮືອນພັກຄົນຊະລາ ໃນນະຄອນຫລວງປາຣີ ເມືອງຫລວງຂອງປະເທດ ອັນເປັນເຫດເຮັດ

ໃຫ້ຍິງພິການ ອາຍຸ 63 ປີ ທີ່ອາໄສຢູ່ໃນເຮືອນຫລັງດັ່ງກ່າວເສຍຊີວິດທັນທີ ໃນຂະນະທີ່ຄົນພິການອີກ 1 ຄົນ ກໍໄດ້ຮັບບາດ

ເຈັບ ຖືກນຳຕົວສົ່ງໂຮງໝໍ.

 

ເຫດການດັ່ງກ່າວນີ້ ເກີດຂຶ້ນໃນລະຫວ່າງການເຝິກຊ້ອມໂຕນຈ້ອງຂອງນັກບິນ ໂດຍຜູ້ເຫັນເຫດການໄດ້ເລົ່າໃຫ້ຜູ້ສື່ຂ່າວ

ຕ່າງປະເທດຟັງວ່າ ເກີດມີສຽງດັງສະໜັ່ນຂຶ້ນ ກ່ອນທີ່ຈະເຫັນຄວັນດຳປຸ້ມຂຶ້ນເທິງຟ້າຕາມມາ ເຊິ່ງສາເຫດຂອງການຕົກ

ດັ່ງກ່າວນີ້ ຍັງຢູ່ໃນລະຫວ່າງການສືບສວນຂອງເຈົ້າໜ້າທີ່ຕໍ່ໄປ.

 

 

ບົດຄວາມຫຼ້າສຸດ

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...