spot_img
Homeຂ່າວຕ່າງປະເທດແມ່ຕູ້ຊາວຈີນ ອາຍຸ 81 ປີ ສະແດງຄວາມແຂງແຮງ ໂດດຈ້ອງດິ່ງພະສຸທາ ສຳເລັດ!

ແມ່ຕູ້ຊາວຈີນ ອາຍຸ 81 ປີ ສະແດງຄວາມແຂງແຮງ ໂດດຈ້ອງດິ່ງພະສຸທາ ສຳເລັດ!

Published on

557000014735604

 

ແມ່ຕູ້ຊາວຈີນອາຍຸ 81 ປີ ທ້າຄວາມສູງ ທົດສອບກຳລັງວັງຊາ ດ້ວຍການໂຕນຈ້ອງດິ່ງພະສຸທາ ໂບຍບິນເໜືອທ້ອງຟ້າ

ໃນປະເທດອົດສະຕາລີີ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 11 ທັນວາຜ່ານມານີ້ວ່າ ແມ່ຕູ້ ໝິ່ນ ອາຍຸ 81 ປີ ຈາກເມືອງສືຢ່ຽໜ ແຂວງ

ຫູເປີ່ຍ ທາງພາກກາງຂອງປະເທດ ໄດ້ທ້າທາຍຄວາມແຂງແກ່ນດ້ານຈິດໃຈ ແລະ ຮ່າງກາຍຂອງຕົນເອງ ດ້ວຍການຂໍ

ຫລິ້ນກິລາໂຕນຈ້ອງ ໃນປະເທດອົດສະຕາລີ ຫລັງຈາກຮູ້ສຶກສົນໃຈ ແລະ ຢາກລອງຫລິ້ນກິລາສຸດຫວາດສຽວຊະນິດນີ້

ໃນລະຫວ່າງທີ່ແມ່ຕູ້ເດີນທາງມາຢ້ຽມຢາມລູກຊາຍຂອງຕົນ.

 

557000014735601

 

ຢ່າງໃດກໍຕາມ ແມ່ຕູ້ໝິ່ນ ບໍ່ໄດ້ຂຶ້ນໄປເຫີນເວລາດ້ວຍຕົນເອງຕາມລຳພັງ, ແຕ່ມີຄູເຝິກຊາວອົດສະຕາລີ ຄອຍຊ່ວຍ

ໃຫ້ການຄວບຄຸມດູແລ ແລະ ພາກະໂດດລົງຈາກເຮືອບິນທີ່ກຳລັງທະຍານຢູ່ເທິງທ້ອງຟ້າ ແລ້ວເຫີນລົງມາສູ່ພາກພື້ນ

ດິນພ້ອມກັນ ໂດຍແມ່ຕູ້ຍັງຄົງແຂງແຮງສົມບູນດີທຸກປະການ ພ້ອມກັບສົ່ງຮອຍຍິ້ມດ້ວຍຄວາມດີອົກດີໃຈ ເມື່ອໄດ້

ຮັບໃບປະກາສະນິຍະບັດ ທີ່ໄດ້ປະກາດວ່າ ແມ່ຕູ້ໄດ້ຜ່ານການໂດດຈ້ອງພິ່ງພະສຸທາ ເປັນທີ່ຮຽບຮ້ອຍແລ້ວ.

 

557000014735602

557000014735603

  557000014735605

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...