Homeຂ່າວຕ່າງປະເທດອະລັງການ! ສະໜາມບິນສາກົນແຫ່ງໃໝ່ ມຽນມ້າ ຈະສ້າງຢ່າງຍິ່ງໃຫຍ່ ແລະ ທັນສະໄໝ!

ອະລັງການ! ສະໜາມບິນສາກົນແຫ່ງໃໝ່ ມຽນມ້າ ຈະສ້າງຢ່າງຍິ່ງໃຫຍ່ ແລະ ທັນສະໄໝ!

Published on

1922391_750270738354679_6431584186520080898_n

 

ສະໜາມບິນຫັນຕາວະດີ (Hanthawaddy) ວ່າທີ່ສະໜາມບິນສາກົນແຫ່ງໃໝ່ຂອງມຽນມ້າ ຈະສ້າງຂຶ້ນໃໝ່ດ້ວຍ

ຄວາມທັນສະໄໝ ຮອງຮັບການຂະຫຍາຍຕົວຂອງການທ່ອງທ່ຽວ ແລະ ການລົງທຶນ.

 

ສຳນັກຂ່າວຕ່າງປະເທດ ລາຍງານ ໃນວັນທີ 16 ທັນວານີ້ວ່າ ໂຄງການກໍ່ສ້າງສະໜາມບິນສາກົນຫັນຕາວະດີ ໄດ້ຜ່ານການ

ປະມູນກໍ່ສ້າງເມື່ອທ້າຍເດືອນຕຸລາທີ່ຜ່ານມາ ໂດຍແມ່ນບໍລິສັດຂອງສິງກະໂປຮ່ວມກັບຍີ່ປຸ່ນ ເປັນຜູ້ຊະນະການປະມູນໄປ

ເຊິ່ງຄາດວ່າຈະດຳເນີນການກໍ່ສ້າງຈົນສຳເລັດ ແລະ ເປີດໃຊ້ໄດ້ໃນເດືອນທັນວາ ປີ 2019 ຫລື ອີກ 5 ປີທາງໜ້ານີ້.

 

ສະໜາມບິນແຫ່ງດັ່ງກ່າວນີ້ ຢູ່ຫ່າງຈາກຕົວເມືອງຢາງກຸ້ງອອກໄປ 80 ກິໂລແມັດ ແລະ ຄາດວ່າສາມາດຮອງຮັບນັກເດີນ

ທາງໄດ້ກ່ວາ 12 ລ້ານຄົນ ເຊິ່ງຫລາຍກ່ວາສະໜາມບິນຢາງກຸ້ງທີ່ໃຊ້ໃນປັດຈຸບັນ ທີ່ຂ້ອນຂ້າງແອອັດ ເພາະຮອງຮັບນັກເດີນ

ທາງໄດ້ພຽງ 2.7 ລ້ານຄົນຕໍ່ປີເທົ່ານັ້ນ.

10005805_750270865021333_6517189582891418661_o

10623818_750270905021329_2322173216645408616_o

10649525_750270881687998_9158529077791384114_n

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...