spot_img
Homeຂ່າວຕ່າງປະເທດສຸດໂຫດ! ກຸ່ມຕໍລີບັນ ໂຈມຕີໂຮງຮຽນ ສັງຫານເດັກນ້ອຍຕາຍຮ້ອຍກ່ວາຄົນ!

ສຸດໂຫດ! ກຸ່ມຕໍລີບັນ ໂຈມຕີໂຮງຮຽນ ສັງຫານເດັກນ້ອຍຕາຍຮ້ອຍກ່ວາຄົນ!

Published on

PAKISTAN-UNREST-NORTHWEST-SCHOOL

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ທັນວາຜ່ານມານີ້ວ່າ ເກີດເຫດກຸ່ມຕໍລີບັນ ບຸກໂຈມຕີໂຮງຮຽນແຫ່ງໜຶ່ງ

ໃນເມືອງເປຊະວາ ທາງພາກຕາເວັນຕົກສຽງເໜືອຂອງປະເທດປາກີສະຖານ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 141

ຄົນ ໃນນັ້ນເປັນເດັກນ້ອຍກ່ວາ 132 ຄົນ.

 

ເຫດການໂຈມຕີດັ່ງກ່າວນີ້ ເກີດຂຶ້ນເມື່ອເວລາປະມານ 10:00​ ໂມງ ຕາມເວລາທ້ອງຖິ່ນ ຂອງວັນທີ 16 ທັນວາ ໂດຍຜູ້ທີ່

ເຫັນເຫດການໄດ້ກ່າວວ່າ ຜູ້ກໍ່ເຫດໄດ້ແຕ່ງກາຍຄ້າຍຄືທະຫານ ຈຳນວນ 7 ຄົນ ບຸກເຂົ້າໄປໃນໂຮງຮຽນ ເຊິ່ງເປັນໂຮງຮຽນ

ຂອງກອງທັບປາກີສະຖານ, ຫລັງຈາກນັ້ນກໍໄດ້ມີສຽງປືນ ແລະ ສຽງລະເບີດດັງສະໜັ່ນຂຶ້ນ.

 

ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງ ໄດ້ເຂົ້າຫ້ອມລ້ອມສະຖານທີ່ເກີດເຫດ ແລະ ໄດ້ຊ່ວຍອົບພະຍົບນັກຮຽນ ອອກມາໄດ້ປະ

ມານ 500 ຄົນ, ແນວໃດກໍຕາມ ລາຍງານລ່າສຸດໄດ້ລະບຸຈຳນວນຜູ້ເສຍຊີວິດ ມີທັງໝົດ 141 ຄົນ, ເປັນນັກຮຽນ 132​ ຄົນ

ແລະ ອີກ 9 ຄົນ ເປັນພະນັກງານຂອງໂຮງຮຽນ.  ນອກຈາກນີ້, ຍັງມີຈຳນວນຜູ້ໄດ້ຮັບບາດເຈັບອີກກ່ວາ 125 ຄົນ ເກືອບ

ທັງໝົດແມ່ນເປັນເດັກນ້ອຍ.

 

ໂຄສົກຂອງກຸ່ມຕໍລີບັນ ໄດ້ອອກມາຖະແຫລງຫລັງເກີດເຫດວ່າ ການໂຈມຕີດັ່ງກ່າວນີ້ ແມ່ນເປັນຝີມືຂອງກຸ່ມຕໍລີບັນ

ເພື່ອຕອບໂຕ້ປະຕິບັດການຂອງກອງທັບປາກີສະຖານ ທີ່ບຸກໂຈມຕີຖານທີ່ໝັ້ນຂອງກຸ່ມໃນພື້ນທີ່ວາຊີຣິສະຖານເໜືອ

ແລະ ໄຄເບີ.

 

EyWwB5WU57MYnKOuFIsLxX5Dyk9bFk5r22R3LSrHUUGuWXilnf0mhV

 

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...