spot_img
Homeຂ່າວຕ່າງປະເທດປູຕິນ ຈັບມືຜູ້ນຳ 4 ປະເທດ ຕັ້ງສະຫະພາບເສດຖະກິດຢູເຣເຊຍ

ປູຕິນ ຈັບມືຜູ້ນຳ 4 ປະເທດ ຕັ້ງສະຫະພາບເສດຖະກິດຢູເຣເຊຍ

Published on

557000015288102

 

ຣັດເຊຍປະກາດຈັບມືເບລາຣຸດ, ຄາຊັກສະຖານ, ອາກເມນີ ແລະ ຄີກິດສະຖານ ຈັດຕັ້ງກຸ່ມຄວາມຮ່ວມມື ສະຫະພາບ

ເສດຖະກິດຢູເຣເຊຍ ຂຶ້ນເພື່ອສົ່ງເສີມຄວາມຮ່ວມມືທາງເສດຖະກິດ.

 

ສຳນັກຂ່າວຕ່າງປະເທດ ລາຍງານ ໃນວັນທີ 25 ທັນວາຜ່ານມານີ້ວ່າ ປະທານາທິບໍດີ ປູຕິນ ແຫ່ງຣັດເຊຍ ໄດ້ບັນລຸຂໍ້ຕົກ

ລົງຄັ້ງປະຫວັດສາດ ຮ່ວມກັບຜູ້ນຳຂອງອີກ 4 ປະເທດ ທີ່ເຄີຍເປັນອະດີດສະຫະພາບໂຊຫວຽດ ຈັດຕັ້ງກັນເປັນສະຫະ

ພາບເສດຖະກິດຢູເຣເຊຍ (Eurasian Economic Union : EEU) ເຊິ່ງຈະມີຜົນຢ່າງເປັນທາງການ ນັບຕັ້ງແຕ່ວັນ

ທີ 1 ມັງກອນ 2015​ ເປັນຕົ້ນໄປ ເພື່ອສົ່ງເສີມການຄ້າເສລີ ແລະ ສ້າງລະບົບການເງິນ ທີ່ເປັນອັນໜຶ່ງອັນດຽວກັນ ຕະ

ຫລອດຮອດພັດທະນາເຄືອຂ່າຍເສັ້ນທາງຄົມມະນາຄົມ, ນະໂຍບາຍດ້ານກະສິກຳ ແລະ ແຮງງານຂອງປະເທດສະມາຊິກ.

 

ທັງນີ້ ລາຍງານຍັງລະບຸອີກວ່າ ສະຫະພາບເສດຖະກິດຢູເຣເຊຍ ຈະມີການຈັດຕັ້ງ ທະນາຄານເພື່ອການພັດທະນາ ເປັນ

ຂອງຕົນເອງຂຶ້ນ ທີ່ນະຄອນອັນມາຕີ ຂອງຄາຊັກສະຖານ ເພື່ອເປັນກົນໄກສຳຄັນໃນການສ້າງຄວາມຮ່ວມມືທາງດ້ານ

ການເງິນ ໂດຍບໍ່ຈຳເປັນຈະຕ້ອງເພິ່ງພາ ຄວາມຊ່ວຍເຫລືອຈາກທະນາຄານໂລກ ແລະ ກອງທຶນການເງິນລະຫວ່າງປະ

ເທດ ທີ່ເປັນສະຖາບັນການເງິນທີ່ຕົກຢູ່ໃນການຄວບຄຸມຂອງສະຫະລັດ ແລະ ໂລກຕາເວັນຕົກ.

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...